ສະກັອດແລນ ຈະກາຍເປັນປະເທດທຳອິດໃນໂລກທີ່ໃຊ້ພະລັງງານຈາກໄຮໂດຣເຈນສີຂຽວ 100%


ບ້ານປະມານ 300 ຫຼັງຄາເຮືອນໃນ Fife ຈະໄດ້ຮັບການຕິດຕັ້ງເຄື່ອງຜະລິດຄວາມຮ້ອນ ແລະ ເຄື່ອງຄົວຕ່າງໆສຳລັບໃຊ້ກັບພະລັງງານໄຮໂດຣເຈນຟຣີ ໂດຍພະລັງງານໄຮໂດຣເຈນນີ້ຈະເປັນພະລງັງານທີ່ປ່ອຍຄາບອນເປັນສູນ.

ສະກັອດແລນຈະປ່ຽນມາໃຊ້ແກ໊ສທີ່ເປັນມິດກັບສິ່ງແວດລ້ອມພາຍໃນສິ້ນປີ 2022 ໂດຍບໍ່ມີການເກັບຄ່າໃຊ້ຈ່າຍໃດໆເພີ່ມເຕີມທັງນັ້ນ ແລະ ກຽມຈະລວມບ້ານໄດ້ຈຳນວນສູງສຸດ 1000 ຫຼັງຄາເຮືອນ ຖ້າຫາກວ່າການທົດລອງໃຊ້ຄັ້ງທຳອິດສຳເລັດ.

ການທົດລອງນີ້ໄດ້ຮັບການສະໜັບສະໜູນຈາກໜ່ວຍງານດ້ານພະລັງງານ Ofgem ເປັນຈຳນວນ 24 ລ້ານໂດລາ ໃຫ້ກັບທາງ SGN ເພື່ອພັດທະນາໂຄງການບຸກເບີກນີ້ ເພື່ອອະນາຄົດທີ່ປ່ອຍຄາບອນຕ່ຳລົງຂອງສະຫະລາຊະອານາຈັກ ໂດຍລັດຖະບານໄດ້ສະໜັບສະໜູນໂຄງການນີ້ເປັນເງິນຈຳນວນ 9.2 ລ້ານໂດລາ.

ພະລັງໄຮໂດຣເຈນສີຂຽວນີ້ ເປັນສ່ວນສຳຄັນຂອງແຜນການລັດຖະບານໃນການຍຸຕິການໃຊ້ພະລັງງານເຊື້ອໄຟຟອສຊິວໃນສະຫະລາຊະອານາຈັກ ເນື່ອງຈາກສາມາດໃຊ້ປະໂຫຍດໃນລັກສະນະດຽວກັນກັບພະລັງງານເຊື້ອໄຟທີ່ໄດ້ຈາກຟອສຊິວແຕ່ບໍ່ໄດ້ປ່ອຍຄາບອນ ເຊິ່ງປົກກະຕິແລ້ວ 85% ຂອງການປ່ອຍແກ໊ສເຮືອນແກ້ວໃນຄົວເຮືອນຂອງສະຫະລາຊະອານາຈັກ   ນັ້ນເກີດຂຶ້ນຍ້ອນແກ໊ສຫຸງຕົ້ມ.

ທີ່ມາ: https://www.facebook.com/environman.th/posts/3253207008141057