ພູເຂົາເອເວີເລດສູງຂຶ້ນ! ຈີນ ແລະ ເນປານ ປະກາດຄວາມສູງໃໝ່ຂອງຍອດເຂົາທີ່ສູງສຸດໃນໂລກ


ເປັນຫຍັງຄວາມສູງຂອງເອເວີເລດຈຶ່ງປ່ຽນໄປ?

ເປັນສຽງສັນຍານທີ່ຊັດເຈນທີ່ພູມສາດມີການປ່ຽນແປງ, ຄວາມຫຍຸ້ງຍາກຊັບຊ້ອນຂອງການວັດແທກພູເຂົາ ແລະ ເກນການວັດທີ່ແຕກຕ່າງກັນຂອງຈຸດສູງສຸດໂລກ.

ຄວາມສູງຂອງພູເຂົາທີ່ປ່ຽນໄປມີຜົນເນື່ອງມາຈາກການເຄື່ອນຍ້າຍຂອງແຜ່ນເປືອກໂລກ ແລະ ແຜ່ນດິນໄຫວເຊິ່ງອາດຈະເຮັດໃຫ້ຄວາມສູງເພີ່ມຂຶ້ນ ຫຼື ລົດລົງ. ນັກພູມສາດບາງຄົນມີຄວາມຄິດເຫັນເຖິງສາເຫດທີ່ເຮັດໃຫ້ຍອດເຂົາເອເວີເລດສູງຂຶ້ນວ່າ ອາດຈະເປັນຜົນຈາກແຜ່ນດິນໄຫວຄັ້ງໃຫຍ່ ຂະໜາດ 7.8 ໃນປີ 2015 ເຮັດໃຫ້ເກີດຫິມະຖະຫຼົ່ມເທິງຍອດເຂົາເອເວີເລດ, ແຕ່ຍັງພົບວ່າຍອດເຂົາບາງຍອດເທິງຫິມະໄລທີ່ຢູ່ໃກ້ສູນກາງແຜ່ນດິນໄຫວໃຫຍ່ຄັ້ງນີ້ມີຄວາມສູງລົດລົງ 1 ແມັດຫຼັງເກີດແຜ່ນດິນໄຫວ.

ການວັດລະດັບຄວາມສູງພູເຂົາ

ມັນມີຫຼາຍວິທີທີ່ຈະວັດແທກພູເຂົາ​​. ໃນປີທີ່ຜ່ານມາ, ທີມເນປານທີມໜຶ່ງໄດ້ສ້າງຈານດາວທຽມທີ່ໝາຍໄວ້ເທິງຈຸດສູງສຸດຂອງເອເວີເລດເພື່ອວັດຕຳແໜ່ງທີ່ແນ່ຊັດໂດຍ GPS.

ທີມທາງປະເທດຈີນກໍໄດ້ຮັບພາລະກິດທີ່ຄືກັນຢູ່ທາງພາກເໜືອ, ເຊິ່ງໄດ້ໃຊ້ BeiDou constellation of navigation satellite (BDS) ເຊິ່ງເປັນລະບົບດາວທຽມຂອງຈີນ, ໄປພ້ອມກັບອຸປະກອນອື່ນໆ.

ໃນເວລາດຽວກັນນັ້ນ, ທີມງານເນປານໄດ້ໃຊ້ເຄື່ອງວັດແທກແບບທັນສະໄໝ, ເຄື່ອງມືເລເຊີ້ແບບຄົບເຄື່ອງທີ່ເອີ້ນວ່າ “Theodolites” ເຊິ່ງເປັນເຄື່ອງມືຕິດກ້ອງທີ່ໃຊ້ໃນການປັກເຂດທີ່ດິນ, ທໍາອິດໄດ້ໃຊ້ວັດຄວາມສູງຂອງພູເຂົາໃນປີ 1856 ດ້ວຍການວັດແທກມຸມໂດຍໃຊ້ວິຊາທີ່ກ່ຽວຂ້ອງກັບຄວາມສຳພັນຂອງມຸມແລະສາມແຈ ພ້ອມຍັງໄດ້ໃຊ້ເລດ້າສໍາຫຼວດພື້ນເພື່ອວັດແທກຈຳນວນຂອງຫິມະ ແລະນ້ຳກ້ອນທີ່ຕິດຢູ່ເທິງຍອດຫີນ.

ກ່ອນໜ້ານີ້ ທາງການຈີນ ແລະເນປານ ມີຄວາມເຫັນແຕກຕ່າງກັນໃນເລື່ອງຄວາມສູງຂອງຍອດເອເວີເລດ ເຊິ່ງຢູ່ລະຫວ່າງຊາຍແດນຈີນກັບເນປານວ່າ ຄວນຈະນຳຄວາມສູງຂອງຫິມະມາລວມຫຼືບໍ່ ເພາະທາງຝ່າຍຈີນເຫັນວ່າ ຄວນວັດຄວາມສູງຂອງຍອດເຂົາເອເວີເລດຮອດແຕ່ບໍລິເວນທີ່ເປັນຫີນເທົ່ານັ້ນຄືຄວາມສູງຢູ່ທີ່ 8,848ແມັດເທິງໜ້ານ້ຳທະເລ.

ໃນທີ່ສຸດ, ຈີນ ແລະ ເນປານໄດ້ປະກາດຢ່າງເປັນທາງການວ່າພູເຂົາເອເວີເລດສູງຢູ່ທີ່ 8,848.86ແມັດ (29,000 ຟີດ)ຈາກລະດັບໜ້ານ້ຳທະເລ. ເຊິ່ງເພີ່ມຂຶ້ນມາ 0.86 ແມັດ (2 ຟີດ) ຈາກສອງການສຳຫຼວດທີ່ຜ່ານມາໂດຍສອງປະເທດ. ຂໍ້ຕົກລົງໄດ້ລົງນາມໃນວັນພຸດ ຖືກປະກາດເປັນສັນຍາຂອງສາຍພົວພັນການຈະເລີນເຕີບໂຕທາງການເມືອງ, ເສດຖະກິດ ແລະ ວັດທະນະທຳຂອງທັງສອງປະເທດ.

ການວັດລະດັບຄວາມສູງຈາກໜ້ານ້ຳທະເລມັນມີຄວາມບໍ່ຊັດເຈນ ເນື່ອງຈາກລະດັບໜ້ານໍ້າມະຫາສະໝຸດປ່ຽນແປງຕາມການຂຶ້ນ​-ລົງຂອງນ້ຳ, ແຮງດຶງດູດ ແລະ ປັດໄຈອື່ນໆ. ການເພີ່ມຂຶ້ນຂອງລະດັບນໍ້າທະເລຈະສ້າງປັດໄຈອື່ນໆອີກໃຫ້ກັບການວັດແທກໃນອະນາຄົດ.

ການວັດແທກຄວາມສູງຂອງພູເຂົາທຽບໃສ່ລະດັບໜ້ານ້ຳທະເລເປັນພຽງໜຶ່ງວິທີເທົ່ນັ້ນ ແລະ ເຫດຜົນທີ່ພູເຂົາເອເວີເລດຊະນະລາງວັນເປັນພູທີ່ສູງທີ່ສຸດໃນໂລກກໍເພາະວ່າ ຖານຂອງມັນຕັ້ງຢູ່ເທິງເນີນເຂົາທີ່ສູງຢູ່ແລ້ວ. ແຕ່ການວັດແທກຈາກແກນໂລກ, ພູເຂົາ Chimborazo ຂອງປະເທດອີກົວດໍແມ່ນຈຸດສູງສຸດຂອງໂລກ, ເຊິ່ງຕັ້ງສູງເໜືອກວ່າເອເວີເລດເຖິງ 2,072 ແມັດ (6,800 ຟີດ). ເນື່ອງຈາກວ່າໜ່ວຍໂລກນູນຢູ່ຈຸດເຄິ່ງກາງ, ພູເຂົາທີ່ຕັ້ງຢູ່ເສັ້ນສູນສູດຈະຢູ່ຫ່າງຈາກແກນໂລກ.ການວັດແທກຈາກຕີນພູຫາຈຸດສູງສຸດ, ພູເຂົາ Mauna Kea ຂອງຮາວາຍກໍຈະສູງທີ່ສຸດ ແຕ່ເຖິງຢ່າງໃດກໍຕາມ ມັນກໍຕັ້ງຢູ່ໃຕ້ນ້ຳທະເລ.

ທີ່ມາ:

https://www.aljazeera.com/news/2020/12/9/explainer-why-did-mount-everests-height-change

https://www.thairath.co.th/news/foreign/1991220