ວົງ BTS ສ້າງປະຫວັດສາດໜ້າໃໝ່ ໄດ້ເຂົ້າຊີງ Grammy Awards ປີ 2021


BTS – ວົງດັງບອຍແບນຈາກ ສ.ເກົາຫຼີ ສ້າງປະຫວັດສາດຄັ້ງໃໝ່ ເປັນສີລະປິນເກົາຫຼີວົງທຳອິດທີ່ໄດ້ເຂົ້າຊີງສາຂາ Best Pop Duo/Group Performance ສຳລັບເພງ Dynamite ເທິງເວທີ Grammy Awards 2021.

ໂດຍງານຈະຈັດຂຶ້ນໃນເຊົ້າວັນຈັນທີ 1 ກຸມພາ 2021 ຕາມເວລາຂອງປະເທດລາວ ສ່ວນສີລະປິນຄົນອື່ນທີ່ເຂົ້າຊີງສາຂານີ້ໄດ້ແກ່ ຈັສຕິນ ບີເບີ ແລະ Quavo ໃນເພງ Intentions, ເທເລີິ ສະວິບ ໃນເພງ Exile, ເລດີ້ ກາກ້າ ແລະ ອາຣິນາ ກຣານເດ ໃນເພງ Rain on Me ເຊິ່ງຖືວ່າເປັນຮາງວັນໜຶ່ງທີ່ມີການແຂ່ງຂັນກັນສູງເລີຍ ແຟນໆຢ່າງເຮົາກໍຕ້ອງມາຕິດຕາມນຳກັນວ່າ ສຸດທ້າຍແລ້ວ ສີລະປິນ ແລະ ເພງໃດຈະຄວ້າຮາງວັນນີ້ໄປຄອບຄອງໄດ້.

ຟັງເພງ Dynamite ຂອງ BTS ໄດ້ທີ່: https://youtu.be/gdZLi9oWNZg

ທີ່ມາ: https://thestandard.co/bts-nominated-for-grammy-awards-2021/