ສະກັອດແລນຍົກເລີກການສອບເສັງທຸກລະດັບ ເພື່ອບໍ່ໃຫ້ນັກຮຽນໄດ້ຮັບຜົນກະທົບຈາກ COVID-19


John Swinney ເລຂາກະຊວງສຶກສາທິການຂອງສະກັອດແລນກ່າວວ່າ ນະໂຍບາຍຍຸຕິການສອບເສັງນີ້ ຈະຖືກນຳມາໃຊ້ຕັ້ງແຕ່ລະດັບຊັ້ນປະຖົມ ໄປຈົນເຖິງອຸດົມສຶກສາ ຫຼື ສູງກວ່ານັ້ນ ເນື່ອງຈາກແຕ່ລະຄົນໄດ້ຮັບຜົນກະທົບຈາກການລະບາດແຕກຕ່າງກັນ, ດັ່ງນັ້ນມີຄວາມເປັນໄປໄດ້ວ່າຫາກມີການຈັດສອບເສັງຄັ້ງຕໍ່ໄປ ອາດຈະເປັນການຕັດໂອກາດເດັກບາງຄົນທີ່ຍັງບໍ່ສາມາດຜ່ານພົ້ນຊ່ວງວິກິດນີ້ໄປໄດ້.

John Swinney ມີຄວາມເຫັນວ່າ ການແຜ່ລະບາດຂອງໂຄວິດ-19 ນີ້ສົ່ງຜົນກະທົບຕໍ່ເດັກທີ່ມີຖານະຍາກຈົນຫຼາຍ, ​ດັ່ງນັ້ນມີຄວາມສ່ຽງທີ່ບັນດາເດັກເຫຼົ່ານີ້ຈະຕັດສິນໃຈອອກຈາກລະບົບການສຶກສາ    ແລະ ນັ້ນແມ່ນສິ່ງສຸດທ້າຍທີ່ເຂົາຕ້ອງການ ພ້ອມທັງທາງກະຊວງເອງກໍບໍ່ພ້ອມທີ່ຈະເອົາອະນາຄົດຂອງເດັກມາສ່ຽງກັບການແຜ່ລະບາດຂອງໂຄວິດ-19.

ສຳລັບການວັດຄະແນນການຮຽນ ກະຊວງສຶກສາທິການສະກັອດແລນກຳນົດເກນເບື້ອງຕົ້ນໃຫ້ຕັດສິນໃຈຈາກຄູຜູ່ສອນຜ່ານການປະເມີນ, John Swinney ກ່າວວ່າ ຈະຫາວິທີທີ່ໃຫ້ການຕັດສິນອອກມາຍຸດຕິທຳທີ່ສຸດ.

ທີ່ມາ: https://www.facebook.com/thematterco/posts/2767533760128675