ພໍ່ແມ່ຊາວຍີ່ປຸ່ນຮຽກຮ້ອງໃຫ້ຜູ່ສ້າງໂດຣາເອມ້ອນເອົາສາກທີ່ຊິຊຸກະປະເປືອຍອອກຈາກກາຕູນ


ຖ້າໃຜທີ່ເປັນແຟນກາຕູນເລື່ອງ “ໂດຣາເອມ້ອນ” ກໍອາດຈະເຄີຍເຫັນບາງຕອນທີ່ຊິຊຸກະໃນສະພາບປະເປືອຍໃນອ່າງອາບນ້ຳ ເຊິ່ງຕອນຍັງນ້ອຍເຮົາເບິ່ງເຮົາອາດຈະບໍ່ໄດ້ຄິດຫຍັງ, ແຕ່ຫຼ້າສຸດ ກຸ່ມພໍ່ແມ່ຊາວຍີ່ປຸ່ນຈຳນວນໜຶ່ງໄດ້ອອກມາປະທ້ວງຢູ່ໃນເວບໄຊ Change.org ໃຫ້ຜູ່ສ້າງໂດຣາເອມ້ອນ ເອົາສາກທີ່ຊິຊຸກະເປືອຍອອກຈາກກາຕູນ.

ເລື່ອງລາວທັງໝົດເກີດຂຶ້ນຈາກຜູ່ໃຊ້ Change.org ແອັກເຄົາຊື່ ມິໂດຣິໂນະ ມູຊິມາ ໄດ້ຂຽນຄຳຮ້ອງທຸກ ເພື່ອຂໍໃຫ້ທຸກຄົນຮ່ວມລົງຊື່ຄັດຄ້ານຕໍ່ຄວາມບໍ່ເໝາະສົມຂອງສາກທີ່ຊິຊຸກະໂປ້ເປືອຍໃນອ່າງນ້ຳ ທີ່ມັກປະກົດຂຶ້ນເມື່ອໂນບິຕະເປີດປະຕູຫ້ອງນ້ຳໄປພົບ ເລື່ອງເຫຼົ່ານີ້ກາຍເປັນມຸກຕະຫຼົກຂອງກາຕູນເປັນເລື່ອງປົກກະຕິໄປແລ້ວ, ແຕ່ພໍ່ແມ່ຂອງເດັກໃນຍີ່ປຸ່ນທີ່ບໍ່ໄດ້ເຕີບໃຫຍ່ມາກັບກາຕູນເລື່ອງນີ້ຕ່າງກໍເບິ່ງວ່າມັນເປັນ “ການຄຸກຄາມທາງເພດ”

ໂດຍກຸ່ມດັ່ງກ່າວ ໄດ້ສະເໜີຂໍ້ຮຽກຮ້ອງ 5 ຂໍ້ໄດ້ແກ່:

  1. ເມື່ອຜູ່ສ້າງໄດ້ແຕ້ມກາຕູນຕອນໃໝ່ ຂໍຄວາມກະລຸນາ ຢ່າແຕ້ມຕອນເຖິງສາກຕອນອາບນ້ຳອີກ
  2. ເມື່ອສ້າງຮູບເງົາເລື່ອງໃໝ່ ຂໍຄວາມກະລຸນາຄຳນຶງເຖິງສາກໂປ້ເປືອຍຂອງຜູ່ຍິງ
  3. ເມື່ອອອກອາກາດຕອນເກົ່າທີ່ສ້າງໄວ້ດົນແລ້ວ ຂໍໃຫ້ພະຍາຍາມຫຼີກລ່ຽງການຈອບເບິ່ງການອາບນ້ຳໃຫ້ໄດ້ຫຼາຍທີ່ສຸດ
  4. ເມື່ອບໍ່ສາມາດຫຼີກລ່ຽງສາກການອາບນ້ຳນັ້ນໄດ້ ຂໍຄວາມກະລຸນາໃສ່ຂໍ້ຄວາມກຳກັບວ່າ ພຶດຕິກຳດັ່ງກ່າວເປັນເລື່ອງຜິດກົດໝາຍ
  5. ຂໍໃຫ້ເຮັດຕາມຂໍ້ຮຽກຮ້ອງດັ່ງກ່າວເຊັ່ນດຽວກັບກໍລະນີຄຸກຄາມທາງເພດອື່ນໆ

ກຸ່ມພໍ່ແມ່ທີ່ອອກມາຮຽກຮ້ອງຢືນຢັນວ່າ ພວກເຂົາບໍ່ໄດ້ມີເຈດຕະນາທີ່ຈະໃຫ້ປ່ຽນທຸກສາກຂອງກາຕູນ ພຽງແຕ່ພວກເຂົາຢາກໃຫ້ເຫັນຄວາມສຳຄັນ ແລະ ຂຶ້ນຄຳເຕືອນຕໍ່ສາກທີ່ລໍ່ແຫຼມເຫຼົ່ານັ້ນ.

ທີ່ມາ: https://www.facebook.com/thematterco/posts/2767516416797076