ເລີ່ມຕົ້ນໂປເຈັກກ່ຽວກັບ AI ແນວໃດ ໃຫ້ປະສົບຜົນສຳເລັດ


AI ຫຼື ທີ່ຮູ້ຈັກວ່າ “ປັນຍາປະດິດ” ຈະເປັນສິ່ງທີ່ຈະປ່ຽນໂສມໜ້າອຸດສາຫະກຳຕ່າງໆຂອງທຸລະກິດ ບໍ່ຕ່າງຈາກໄຟຟ້າທີ່ເຄີຍເຮັດມາເມື່ອ 100 ປີກ່ອນ ຈາກການລາຍງານຂອງ McKinsey ບອກວ່າ AI ຈະເຮັດໃຫ້ GDP ທົ່ວໂລກເພີ່ມຂຶ້ນເຖິງປະມານ 13 ຮ້ອຍລ້ານໂດລາສະຫະລັດ ໂດຍສະເພາະໃນອຸດສາຫະກຳທີ່ອິນເຕີເນັດເຄີຍເຂົ້າບໍ່ເຖິງຫຼາຍໃນທີ່ຜ່ານມາ ເຊັ່ນ: ອຸດສາຫະກຳການຜະລິດ, ການກະສິກຳ, ພະລັງງານ, ການຂົນສົ່ງ ແລະ ການສຶກສາ.

AI ນຳມາເຊິ່ງໂອກາດຫຼາຍຢ່າງ ເຮັດໃຫ້ຫຼາຍທຸລະກິດຢາກເອົາ AI ມາໃຊ້ເພື່ອຄວາມໄດ້ປຽບໃນການແຂ່ງຂັນ ແຕ່ການເອົາ AI ມາໃຊ້ນັ້ນກໍບໍ່ແມ່ນເລື່ອງງ່າຍເລີຍ ສ່ວນໜຶ່ງກໍເພາະບໍ່ຮູ້ວ່າຈະເລີ່ມແນວໃດດີ, ບໍ່ຮູ້ຈະເລີ່ມຈາກຈຸດໃດ.

ສະນັ້ນ, ຄຳແນະນຳທີ່ດີທີ່ສຸດຄື ເລີ່ມຈາກການເຮັດໂປເຈັກນ້ອຍໆເປັນ “Pilot Project” ໄປກ່ອນ ຖ້າຫາກສຳເລັດ ກໍຈະມີໂປເຈັກ AI ອື່ນໆຕາມມາເລື້ອຍໆ ແລ້ວຖ້າຈະເລືອກເຮັດໂປເຈັກ AI ຕ້ອງມີເກນຫຍັງແດ່ ?

  1. ເລືອກໂປເຈັກທີ່ລົງມືເຮັດໄດ້ໄວ ແລະ ມີໂອກາດປະສົບຄວາມສຳເລັດໄດ້ພາຍໃນ 1 ປີ
  2. ເລືອກໂປເຈັກທີ່ບໍ່ຈຳເປັນຕ້ອງເຖິງຂະໜາດເປັນນະວັດຕະກຳຍິ່ງໃຫຍ່ ແຕ່ໃຫ້ຜົນລັບທີ່ໜ້າພໍໃຈ ຈົນໂນ້ມນ້າວຄົນໃນບໍລິສັດໃຫ້ລົງທຶນໂປເຈັກໃໝ່ໆຕໍ່ໄປ
  3. ເລືອກໂປເຈັກທີ່ເຂົ້າກັບອຸດສາຫະກຳຂອງບໍລິສັດທີ່ຕົວເອງເຮັດວຽກຢູ່ ເພື່ອໃຫ້ຄົນໃນບໍລິສັດເຫັນຄຸນຄ່າຂອງໂປເຈັກ ແລະ ຊີງຄວາມໄດ້ປຽບໃນການແຂ່ງຂັນກັບທຸລະກິດອື່ນ
  4. ເລືອກໂປເຈັກທີ່ມີຄູ່ຮ່ວມມື (partner) ນອກບໍລິສັດເຂົ້າມາຊ່ວຍເຫລືອໄດ້ ແທນທີ່ຈະຖ້າໃຫ້ພະນັກງານພັດທະນາທັກສະທີ່ຈຳເປັນຕໍ່ໂປເຈັກ
  5. ໂປເຈັກຈະຕ້ອງຊ່ວຍລົດຕົ້ນທຶນ ເພີ່ມລາຍໄດ້ໃຫ້ບໍລິສັດ ຫຼື ບໍ່ກໍແຕກສິນຄ້າ ແລະ ບໍລິການໃຫ້ກັບແບຣນ

3 ຂັ້ນຕອນເລີ່ມເຮັດໂປເຈັກ AI ຄັ້ງທຳອິດໃນບໍລິສັດ:

  1. ເລືອກຫົວໜ້າທີມ: ຫົວໜ້າທີມຈະປະສານງານລູກທີມທີ່ຢູ່ຕ່າງພະແນກ ເປັນຄົນທີ່ເຊື່ອມຕໍ່ລະຫວ່າງຜູ້ຊ່ຽວຊານດ້ານ AI ແລະ ພະນັກງານທີ່ຮູ້ເຖິງບັນຫາພາຍໃນບໍລິສັດທີ່ຕ້ອງການຈະແກ້ ເປັນຄົນທີ່ສາມາດໂນ້ມນ້າວຈູງໃຈໃຫ້ຄົນຂອງອົງກອນເຫັນເຖິງຄວາມສຳຄັນຂອງໂປເຈັກ ການທີ່ເລືອກໂປເຈັກທຳອິດໃຫ້ມີໂອກາດໄດ້ຜົນລັບທີ່ໄວ ແລະ ສຳເລັດໄດ້ໃນປີດຽວກໍເພື່ອໂນ້ມນ້າວໃຈເຊັ່ນກັນ ສ່ວນໃນທີມກໍມີ 5-15 ຄົນພໍ ບໍ່ໃຫ້ຫຼາຍກວ່ານີ້ເພື່ອໃຫ້ຮູ້ຈັກກັນງ່າຍຂຶ້ນ ຈັດສັນງົບປະມານງ່າຍຂຶ້ນ
  2. ກຳນົດຄຸນຄ່າ ແລະ ປະໂຫຍດທີ່ໂປເຈັກຈະເຮັດໃຫ້ກັບບໍລິສັດ: ຈາກນັ້ນກໍມາລົມກັນພາຍໃນທີມວ່າ ຂໍ້ມູນແບບໃດແນ່ທີ່ຕ້ອງການເພື່ອໃຊ້ພັດທະນາແລະປ້ອນເຂົ້າ AI ແລະ ຍັງຊ່ວຍປະເມີນວ່າໂປເຈັກນັ້ນເຮັດໄດ້ແທ້ຫຼືບໍ່? ເຮັດໄດ້ຫຼາຍໜ້ອຍສຳ່ໃດ? ສະນັ້ນໂປເຈັກທີ່ດີຄວນມີ Timeline ແລະ ງົບທີ່ຊັດເຈນ ພ້ອມເຜື່ອເວລາສ່ວນໜຶ່ງໄວ້ທົດລອງໃນການລອງຜິດລອງຖືກອີກດ້ວຍ
  1. ຕ້ອງຮູ້ຈັກສື່ສານກັນ: ບໍ່ວ່າຈະເປັນການປະຊາສຳພັນໂປເຈັກ ໃຫ້ຄົນພາຍໃນຫຼືພາຍນອກບໍລິສັດໄດ້ເຫັນຄວາມສຳຄັນ ມີການມອບລາງວັນ ແລະ ຂອບໃຈຄົນທີ່ຊ່ວຍເຫຼືອໂປເຈັກມາຕະຫຼອດ ຖ້າທີມບໍ່ໄດ້ມີແຕ່ຜູ້ຊ່ຽວຊານ AI ຢ່າງດຽວ ກໍຄວນຈະຂອບໃຈຄົນທີ່ມາຈາກພະແນກອື່ນດ້ວຍ ການທີ່ມີຄົນຫຼາຍໆພະແນກເຂົ້າມາໃນທີມ ແລະ ໂປເຈັກປະສົບຄວາມສຳເລັດ ກໍຊ່ວຍເພີ່ມໂອກາດໃຫ້ຄົນອື່ນໃນບໍລິສັດຢາກເຂົ້າມາເຮັດໂປເຈັກໃໝ່ເຊັ່ນກັນ

ການເຮັດໂປເຈັກທີ່ກ່ຽວກັບ AI ນັ້ນ ຢ່າໄປຄາດຫວັງຕັ້ງແຕ່ທຳອິດວ່າຈະເປັນໂປເຈັກທີ່ເຮັດໃຫ້ບໍລິສັດສາມາດແຂ່ງຂັນກັບບໍລິສັດເທັກໂນໂລຊີຍັກໃຫຍ່ໄດ້ເລີຍ ແຕ່ໃຫ້ເລີ່ມຕົ້ນຈາກໂປເຈັກນ້ອຍໆ ໃຫ້ຄົນໃນບໍລິສັດເຫັນຄຸນຄ່າ ແລະ ເຊື່ອວ່າໂປເຈັກທີ່ຈະມີຕໍ່ໄປເລື້ອຍໆ ຈະປະສົບຜົນສຳເລັດຄືກັນກັບໂປເຈັກທຳອິດເຊັ່ນກັນ.

ທີ່ມາ: https://www.marketingoops.com/digital-transformation/how-to-succeed-ai-project/