ຍຶດວັງນາຍພົນສະເປນ ລ້າງສົມບັດຜະເດັດການຟຣັງໂກເອົາເງິນຫຼວງໄປຊື້


ຣອຍເຕີ ລາຍງານວ່າ ເມື່ອວັນທີ່ 10 ທັນວາ 2020 ທີ່ຜ່ານມາ ລັດຖະບານສະເປນສັ່ງຍຶດພະຣາດຊະວັງ ຫຼື ບ່ອນພັກຜ່ອນຊ່ວງລະດູຮ້ອນຂອງນາຍພົນ ຟັນຊິດໂກ ຈອມຜະເດັດການໃນປະຫວັດສາດຂອງປະເທດ ພ້ອມສົມບັດໃນວັງ ແລະ ຂັບໄລ່ທາຍາດຂອງນາຍພົນອອກຈາກອາຄານດັ່ງກ່າວເປັນຄວາມພະຍາຍາມລ້າງຕຳນານຈອມຜະເດັດການຂອງສະເປນ.

ກອນຊູເອໂລ ກາສໂຕ ໄອຍະການລັດໄດ້ເດີນທາງໄປວັງດັ່ງກ່າວ ທີ່ແຄວ້ນກາລິເຊຍພາກຕາເວັນສຽງເໜືອຂອງສະເປນ ເພື່ອກວດສອບສະຖານທີ່ ແລະ ສິ່ງຕ່າງໆໃນວັງຄັ້ງສຸດທ້າຍເພື່ອເດີນໜ້າກະບວນການຍຶດອາຄານຢ່າງເປັນທາງການໂດຍມີກຸ່ມຜູ່ຊຸມນຸມມາຕ້ອນຮັບພ້ອມປ້າຍຂໍ້ຄວາມວ່າ “ໃຫ້ພວກເຂົາຄືນຂອງທີ່ລັກເອົາໄປກັບມາຄືນ ລັດທິຫຼົງໄຫຼຟຣັງໂກບໍ່ມີອີກຕໍ່ໄປ”

ການຍຶດວັງໃນຄັ້ງນີ້ເປັນປະຕິບັດການຕໍ່ເນື່ອງທີ່ໄດ້ຮັບຄວາມເຫັນດີຈາກລັດຖະບານສະເປນທີ່ເປັນພັກຝ່າຍຊ້າຍໂດຍເມື່ອປີກ່ອນ ເຈົ້າໜ້າທີ່ເຄື່ອນຍ້າຍອະນຸສອນສະຖານຂອງຟຣັງໂກໃກ້ກຸງມາດຣິດ ລວມເຖິງສິ່ງອື່ນໆທີ່ກ່ຽວຂ້ອງໃນຍຸກຜະເດັດການຈົນເມື່ອນາຍພົນຟຮັງໂກເສຍຊີວິດໃນປີ 1975 (ພ.ສ 2518).

ວັງລະດູຮ້ອນແຫ່ງນີ້ຊື່ວ່າ ປາໂຊເດໄມຣາສ Pazo de Meiras ສ້າງຂຶ້ນຊ່ວງ ຄ.ສ 1893 – 1907 ໂດຍເອມິເລຍ ປາໂດ – ບາຊານ ການປະເມີນລາຄາເມື່ອປີກາຍນີ້ລະບຸວ່າ ວັງແຫ່ງນີ້ມີມູນຄ່າຫຼາຍກວ່າ 5 ລ້ານຢູໂລ.

ນາຍພົນຟຣັງໂກເຂົ້າຄອບຄອງວັງນີ້ຢ່າງເຕັມຮູບແບບໂດຍໃຊ້ເງິນປະຊາຊົນມາຊື້ເມື່ອປີ 1938 ຊ່ວງເກີດສົງຄາມກາງເມືອງ ທັງຍັງໃຊ້ຊື່ຕົວເອງວ່າເປັນເຈົ້າຂອງອາຄານນັບຈາກປີ 1941 ໃຊ້ເປັນບ້ານພັກຊ່ວງລະດູຮ້ອນຢູ່ແບບສຸກສຳລານ ທັງທີ່ສົງຄາມຕອນນັ້ນສັງເວີຍຊີວິດຜູ່ຄົນໄປກວ່າ 5 ແສນຄົນ ຊ່ວງປີ1936 – 1939 ອີກທັ້ງຕໍ່ມາຍັງມີ 150,000 ຄົນເສຍຊີວິດດ້ວຍຝີມືລັດຖະບານນາຍພົນຟຣັງໂກ.

ມາເຖິງມື້ນີ້ປະຊາຊົນຍັງມີຄວາມຄິດແຕກເປັນຂົ້ວເຖິງແມ່ນວ່າຕຳນານຈອມຜະເດັດການນາຍພົນຟຣັງໂກກວ່າຈະຈົບລົງກໍຕ້ອງລໍຖ້າເຖິງປີ 1975 ເມື່ອນາຍພົນໄດ້ເສຍຊີວິດໄປເອງ.

ເມື່ອເດືອນກັນຍາ 2020 ທີ່ຜ່ານມາ ສານມີຄຳສັ່ງປ່ຽນມືເຈົ້າຂອງອາຄານຈາກຕະກູນຟຮັງໂກມາເປັນລັດຖະບານເນື່ອງຈາກການເຂົ້າຄອບຄອງຜິດກົດໝາຍເພາະນາຍພົນໃຊ້ເງິນຂອງປະຊາຊົນມາຊື້ວັງເພື່ອຕົນເອງ ດັ່ງນັ້ນຍາດພີ່ນ້ອງທີ່ສືບທອດມາບໍ່ສິດທີ່ຈະຄອບຄອງຕໍ່ຂະນະທີ່ພີ່ນ້ອງນາຍພົນແຈ້ງວ່າຈະສູ້ໃນຊັ້ນອຸທອນຕໍ່ໄປ.

ສຳຫຼັບສົມບັດໃນວັງທີ່ສານມີຄຳສັ່ງໃຫ້ກວດສອບພົບວ່າມີເກືອບເຖິງ 700 ອັນ ລ້ວນມີຄ່າທາງປະຫວັດສາດ ແລະ ທາງສີລະປະລວມເຖິງຮູບປັ້ນ 2 ອັນຈາກຊານຕິອາໂກ ເດ ກອມໂປສະເຕລາ ແລະ ໜັງສືອີກ 13,000 ເຫຼັ້ມ.

“ການສົ່ງມອບວັງຕ້ອງເລີ່ມຕັ້ງແຕ່ການກວດສອບສົມບັດຂອງຕະກູນຟຣັງໂກ” ເອມິລີ ຊິວບາ ຫົວໜ້າສະມາຄົມຟື້ນຟູຄວາມຊົງຈຳທາງປະຫວັດສາດ.

ດ້ານ ເບນີໂຕ ປໍເຕລາ ນາຍຍົກເທດສະມົນຕີເມືອງຊາດາ ທີ່ຕັ້ງຂອງວັງໄດ້ກ່າວວ່າ ຕ້ອງປັບແປງວັງໃຫ້ເປັນພິພິດຕະພັນເພື່ອອຸທິດໃຫ້ເອມິເລຍ ປາໂດ – ບາຊານ ໃນຖານະຜູ່ສ້າງອາຄານຂຶ້ນມາ ລວມທັ້ງຍັງເປັນນັກຂຽນນັກບຸກເບິກໃນຫຼາຍສາຂາ ແລະ ເຄີຍເປັນບຸກຄົນທີ່ຖືກຄົນເຂົ້າໃຈຜິດຕອນມີຊີວິດຢູ່.

ທີ່ມາ: https://liff.line.me/1454988218-NjbXbq18/v2/article/YRK98W?utm_source=copyshare