ການບິນພົນລະເຮືອນຈີນແນະນຳໃຫ້ Flight attendants ໃສ່ແພມເພີດເພື່ອຫຼີກເວັ້ນການໃຊ້ຫ້ອງນ້ຳຢູ່ເທິງຍົນ


ໜ່ວຍງານການບິນພົນລະເຮືອນຂອງຈີນ ອອກຄຳແນະນຳໃຫ້ບັນດາພະນັກງານຕ້ອນຮັບເທິງເຮືອບິນໃຫ້ໃສ່ແພມເພີດລະຫວ່າງປະຕິບັດໜ້າທີ່ເພື່ອຫຼີກເວັ້ນໃນການໃຊ້ຫ້ອງນ້ຳເທິງເຮືອບິນທີ່ເຕັມໄປດ້ວຍເຊື້ອໂຣກ ເປັນຄຳແນະນຳທີ່ຖືກເບິ່ງວ່າເປັນຄວາມເຄື່ອນໄຫວອັນແປກປະຫຼາດ ແລະ ເຂັ້ມງວດສຸດຂົ້ວສຳລັບການຕໍ່ສູ້ກັບການແຜ່ກະຈາຍເຊື້ອໂຄວິດ-19 ຢູ່ເທິງຖ້ຽວບິນ.

ໃນຄຳແນະນຳຂອງສຳນັກງານການບິນພົນລະເຮືອນແຫ່ງປະເທດຈີນ ລະບຸວ່າ “ທາງສຳນັກງານຂອງພວກເຂົາໄດ້ແນະນຳໃຫ້ລູກເຮືອສວມໃສ່ແພມເພີດ ແລະ ຫຼີກເວັ້ນການໃຊ້ຫ້ອງນ້ຳຍົກເວັ້ນກໍລະນີພິເສດທີ່ຈຳເປັນແທ້ໆເພື່ອລົດຄວາມສ່ຽງໃນການຕິດເຊື້ອ”

ຄຳແນະນຳທີ່ແປກປະຫຼາດນີ້ມາພ້ອມກັບຄຳແນະນຳທຳມະດາທົ່ວໄປອື່ນໆທີ່ກ່ຽວຂ້ອງກັບໂຣກລະບາດໃຫຍ່ໃນຄັ້ງນີ້ເຊັ່ນ: ບັງຄັບໃຫ້ຈັດຫາໜ້າກາກອະນາໄມເຂດທີ່ໃຊ້ໃນທາງການແພດແກ່ລູກເຮືອ ເຊັ່ນດຽວກັບຖົງມືຢາງແບບໃຊ້ແລ້ວຖິ້ມ ແລະ ຊຸດປ້ອງກັນໃນນັ້ນລວມເຖິງຖົງໃສ່ເກີບ.

ເອກະສານຄຳແນະນຳທີ່ມີຊື່ວ່າ ຄຳແນະນຳທາງເຕັກນິກໃນການປ້ອງກັນ ແລະ ຄວບຄຸມໂຣກລະບາດໃຫຍ່ສຳຫຼັບສາຍການບິນຕ່າງໆ ສະບັບທີ 6 ຖືກເຜີຍແຜ່ອອກມາຕັ້ງແຕ່ຊ່ວງປາຍເດືອນທີ່ແລ້ວໃນຈີນ ແຕ່ຫາກໍໄດ້ຮັບຄວາມສົນໃຈຈາກບັນດາສື່ມວນຊົນພາກພາສາອັງກິດເມື່ອວັນພະຫັດ ທີ 10 ທັນວາ 2020 ທີ່ຜ່ານມາ.  ນອກຈາກນີ້ແລ້ວພະນັກງານຕ້ອນຮັບເທິງເຄື່ອງຍັງໄດ້ຮັບຄຳແນະນຳໃຫ້ບໍລິການຈັດຫາບັນດາຜູ່ໂດຍສານທີ່ປະສົງໃນໃຊ້ຫ້ອງໃນແນວທາງທີ່ເປັນລະບຽບຮຽບຮ້ອຍພາຍໃຕ້ຄຳສັ່ງຫ້າມພວກຜູ່ໂດຍສານລວມຕົວກັນຖ້າຕໍ່ຄິວບໍລິເວນດ້ານໜ້າຫ້ອງນ້ຳ ຂະນະດຽວກັນກໍຕ້ອງຂັ້ນຫ້ອງນ້ຳໜື່ງໄວ້ສຳຫຼັບບຸກຄົນທີ່ຖືກກັກໂຣກເຊັ່ນດຽວກັນມີຫ້ອງນ້ຳແຍກສຳຫຼັບລູກເຮືອໂດຍສະເພາະໃນຊັ້ນ First Class.

ເອກະສານຍັງແນະນຳໃຫ້ບຸກຄະລາກອນຂອງສາຍການບິນຕ່າງໆໝັ່ນສັງເກດອາການທາງສຸຂະພາບຈິດຂອງບັນດາລູກເຮືອ ໂດຍໃຫ້ພິຈາລະນາຢ່າງຄົບຖ້ວນທັ້ງ “ສະພາວະທາງຈິດ, ບຸກຄະລິກສ່ວນຕົວ, ແຮງກົດດັນດ້ານຊີວິດຄອບຄົວໃນປັດຈຸບັນ”

ໃນຂະນະທີ່ຫ້ອງນ້ຳເທິງເຮືອບິນຂຶ້ນຊື່ລືຊາດ້ານຄວາມເປິເປື້ອນ ບັນດານັກວິທະຍາສາດຈຶ່ງກຳລັງຫາທາງຈັດການກັບບັນຫາດັ່ງກ່າວ ໂດຍກ່ອນໜ້ານີ້ສາຍການບິນ ANA ຂອງຢີ່ປຸ່ນອອກຄຳແນະນຳຫ້າມສຳຜັດປະຕູຫ້ອງນ້ຳເທິງຖ້ຽວບິນ ສ່ວນ ໂບອິ້ງ ໄດ້ຢື່ນຂໍຈົດສິດທິບັດສຳລັບຫ້ອງນ້ຳເຮັດຄວາມສະອາດຕົນເອງໄດ້ໂດຍໃຊ້ແສງອຸນຕາໄວໂອເລດຂ້າເຊື້ອລະຫວ່າງການໃຊ້.

ທີ່ມາ: https://liff.line.me/1454988218-NjbXbq18/v2/article/VRKr2B?utm_source=copyshare