Chris Evans ກຽມພາກສຽງເປັນ Buzz Lightyear ໃນຮູບເງົາດ່ຽວ Lightyear ຂອງ Pixar ທີ່ຈະເຂົ້າສາຍໃນປີ 2022


ນັບວ່າເປັນອີກໜຶ່ງ Project ສຳຄັນຂອງ Pixar ທີ່ຈະສ້າງຄວາມຕື່ນເຕັ້ນໃຫ້ແຟນໜັງ Animation ບໍ່ໜ້ອຍ ຫຼັງທາງ Peter Docter CCO ຂອງ Pixar ໄດ້ປະກາດທີ່ງານ Disney Investor Day ເມື່ອວັນທີ 11 ທັນວາ 2020 ທີ່ຜ່ານມາວ່າ ພະເອກໜຸ່ມ Chris Evans ຈະມາພາກສຽງເປັນ Buzz Lightyear ໃນຮູບເງົາດ່ຽວຂອງຕົວລະຄອນ Classic ຈາກເລື່ອງ Toy Story ທີ່ຈະໃຊ້ຊື່ວ່າ “Lightyear” ເຊິ່ງກຽມເຂົ້າສາຍໃນວັນທີ 17 ມິຖຸນາ 2022 ທີ່ສະຫະລັດອາເມຣິກາ.

“ຂ້ອຍບໍ່ມີຄຳເວົ້າໃດໆ ທັງນັ້ນ ແຕ່ຢາກໃຫ້ທຸກຄົນເຂົ້າໃຈວ່າໜັງເລື່ອງນີ້ບໍ່ໄດ້ກ່ຽວກັບ Buzz Lightyear Version ຂອງຫຼິ້ນ ແຕ່ກ່ຽວກັບມະນຸດທີ່ຊື່ Buzz Lightyear ເຊິ່ງຕໍ່ມາໄດ້ເປັນແຮງບັນດາໃຈໃຫ້ກາຍເປັນຕົວລະຄອນຂອງຫຼິ້ນ” ທາງ Chris Evans ໄດ້ Post ຂໍ້ຄວາມໃນ Twitter ດ້ວຍຄວາມຕື່ນເຕັ້ນ ແລະ ບໍ່ຢາກໃຫ້ຄົນສັບສົນເລື່ອງລາວຂອງໜັງ ເຊິ່ງຈະໄດ້ Angus MacLane  ທີ່ເຄີຍຝາກຜົນງານໃນເລື່ອງ Finding Dory ມາກຳກັບໃຫ້.

ຄາດເດົາໄດ້ວ່າເຫດຜົນທີ່ທາງ Pixar ແລະ Disney ເລືອກໃຫ້ Evans ມາພາກສຽງໃນຄັ້ງນີ້ກໍເພາະວ່າຄວາມນິຍົມ ແລະ ອິດທິພົນຂອງນັກສະແດງອາຍຸ 39 ປີ ເຊິ່ງຈະເປັນແມ່ເຫຼັກສຳຄັນທີ່ຈະດຶງດູດໃຫ້ຄົນມາເບິ່ງຮູບເງົາ ແລະ ກາລັນຕີໄດ້ດ້ວຍຄວາມສຳເລັດຂອງການທີ່ລາວໄດ້ຫຼິ້ນເປັນ Captain America ໃນໜັງຈັກກະວານ Marvel ເຖິງ 11  ເລື່ອງ.

ເຊິ່ງກ່ອນໜ້ານີ້ໃນ Toy Story ທັງ 4 ພາກຕັ້ງແຕ່ປີ 1995 2019 ກໍໄດ້ Tim Allen ມາພາກສຽງໃຫ້ຕະຫຼອດ ແລະ ຕົວລະຄອນ Buzz Lightyear ກໍເປັນໜຶ່ງໃນຕົວລະຄອນທີ່ໄດ້ຮັບຄວາມນິຍົມຢ່າງມະຫາສານເຫັນໄດ້ຈາກສິນຄ້າທີ່ຜະລິດອອກມາ ແລະ  ການເປັນເຄື່ອງຫຼິ້ນສຸດຮິດຊື່ Buzz Lightyear Astro Blasters ທີ່ Disneyland ອີກດ້ວຍ.

ທີ່ມາ: https://liff.line.me/1454988218-NjbXbq18/v2/article/nRKzgq?utm_source=copyshare