ເຢຍລະມັນ ສັ່ງລັອກດາວເຂັ້ມຂ້າມປີ ຈົນເຖິງ 10 ມັງກອນ 2021 ເພື່ອຢັບຢັ້ງການແຜ່ລະບາດຂອງໂຄວິດ-19


“ນາຍົກເຢຍລະມັນ” ເພີ່ມມາດຕະການ “ລັອກດາວເຂັ້ມ” ສັ່ງງົດສັງສັນສະຫຼອງປີໃໝ່ ເລີ່ມວັນທີ 16 ທັນວາ – 10 ມັງກອນ 2021 ຫວັງຄຸມຜູ້ຕິດເຊື້ອໂຄວິດ-19 ເພີ່ມ

ນາຍົກລັດຖະມົນຕີ ອັງແກລາ ແມເຄິ ຂອງປະເທດເຢຍລະມັນ ຖະແຫຼງວ່າຫຼັງການປະຊຸມຮ່ວມກັບຜູ້ນຳຈາກ 16 ລັດທົ່ວປະເທດ ທ່ານນາຍົກຢາກໃຊ້ມາດຕະການຄວບຄຸມຂັ້ນເບົາກວ່າເພື່ອຢັບຢັ້ງການແຜ່ລະບາດຂອງໂຄວິດ-19 ແຕ່ເນື່ອງຈາກການຈັບຈ່າຍກ່ອນເຖິງຊ່ວງເທສະການຄິສມາດເຮັດໃຫ້ການພົບປະທາງສັງຄົມເພີ່ມສູງຂຶ້ນຫຼາຍ ຈຶ່ງມີຄວາມຈຳເປັນເລັ່ງດ່ວນທີ່ຕ້ອງອອກມາດຕະການຄວບຄຸມເຂັ້ມງວດຂຶ້ນ.

ທຸລະກິດຮ້ານຄ້າທີ່ບໍ່ຈຳເປັນຖືກປິດລະຫວ່າງວັນທີ 16 ທັນວາ – 10 ມັງກອນ ປີໜ້າ ສ່ວນທຸລະກິດຮ້ານຄ້າທີ່ຈຳເປັນເຊັ່ນ: ຊູເປີມາເກັດ, ຮ້ານຂາຍຢາ, ທະນາຄານ ຍັງຈະເປີດໄດ້ ຂະນະທີ່ໂຮງຮຽນປິດການຮຽນການສອນ ສະຖານປະກອບການຕ້ອງປິດການບໍລິການ ຫຼື ໃຫ້ພະນັກງານເຮັດວຽກຈາກບ້ານ ງົດການລວມຕົວສັງສັນສະຫຼອງປີໃໝ່ ຫ້າມຈຳໜ່າຍພຸ, ບັ້ງກະໂພກ, ດອກໄມ້ໄຟ ຫ້າມດື່ມເຄື່ອງແອວກໍຮໍໃນສະຖານທີ່ສະທາລະນະ ຂໍໃຫ້ປະຊາຊົນງົດເວັ້ນການເດີນທາງທີ່ບໍ່ຈຳເປັນ ກຳນົດເວລາເຄີຟິວໃນພື້ນທີ່ລະບາດໜັກທີ່ມີຜູ່ຕິດເຊື້ອຫຼາຍກວ່າ 200 ຄົນ ຕໍ່ປະຊາກອນ 1 ແສນຄົນໃນຊ່ວງ 7 ວັນ.

ເຢຍລະມັນຢູ່ພາຍໃຕ້ມາດຕະການລັອກດາວ (Lockdown) ບາງສ່ວນມາດົນ 6 ອາທິດແລ້ວ ໂດຍບາ ແລະ ຮ້ານອາຫານຖືກປິດ ຂະນະທີ່ທຸລະກິດຮ້ານຄ້າທີ່ຈຳເປັນ ແລະ ໂຮງຮຽນຍັງເປີດໄດ້

ແນວໃດກໍຕາມ ການຍົກລະດັບມາດຕະການລັອກດາວຢ່າງເຂັ້ມງວດ ຫຼ້າສຸດມີຂຶ້ນຫຼັງຈາກສະຖານະການການລະບາດຂອງໂຄວິດ-19 ລະບາດຮອບສອງ ແລະຍັງຄົງມີການລະບາດຢ່າງຕໍ່ເນື່ອງ ມີຜູ່ຕິດເຊື້ອແລະຜູ່ເສຍຊີວິດລາຍໃໝ່ ເຮັດສະຖິຕິສູງສຸດໃນຊ່ວງຫຼາຍວັນທີ່ຜ່ານມາ ໂດຍຫຼ້າສຸດມີຜູ່ຕິດເຊື້ອລາຍໃຫມ່ອີກ 20.200 ຄົນ ເຮັດໃຫ້ຍອດສະສົມທະລຸ 1.32 ລ້ານຄົນ ແລະ ມີຜູ່ເສຍຊີວິດລາຍໃຫມ່ອີກ 321 ລາຍ ເຮັດໃຫ້ຍອດສະສົມເພີ່ມເປັນ 21.787 ຄົນ (ອັບເດດເມື່ອວັນທີ 15 ທັນວາ 2020).

ທີ່ມາ: https://web.facebook.com/135182934814/posts/10162296771189815/?extid=0&d=n&_rdc=1&_rdr