ຮູບແຕ້ມຢູ່ຝາບູຮານອາຍຸໝື່ນກວ່າປີຖືກພົບຢູ່ໃນປ່າອາເມຊອນ


ຮູບແຕ້ມເທິງຝາບູຮານ ອາຍຸປະມານ 1.2 ໝື່ນປີ ຖືກຄົ້ນພົບໃນປ່າອາເມຊອນ ສະແດງໃຫ້ເຫັນວ່າມະນຸດຢູ່ຮ່ວມກັບສັດໃນຍຸກນ້ຳກ້ອນ ຖືກເປີດເຜີຍໂດຍນັກວິໄຈຈາກ University of Exeter ໂດຍຄາດການວ່າມັນມີອາຍຸປະມານ 11,800-12,600 ປີ.

ຮູບແຕ້ມເຫຼົ່ານັ້ນຖືກແຕ້ມຢູ່ເທິງຫີນຂະໜາດໃຫຍ່ຫຼາຍກ້ອນ ມີຮູບແຕ້ມຫຼາຍພັນຮູບ ໂດຍສະຖານທີ່ຕັ້ງຂອງມັນຢູ່ໃນ Colombia.

ໃນຮູບແຕ້ມສະແດງໃຫ້ເຫັນມະນຸດໃນຍຸກດຶກດຳບັນທີ່ອາໄສໃນບໍລິເວນນັ້ນຮ່ວມກັນກັບສັດໃນຍຸກນ້ຳກ້ອນທີ່ສູນພັນໄປແລ້ວ ມີທັງສັດເຊັ່ນ: ໂຕສະລັອດຍັກ, ມາສໂຕດອນ, ອູດ ແລະ ມ້າ.

“ພາບສຸດມະຫັດສະຈັນເຫຼົ່ານີ້ສ້າງໂດຍມະນຸດຍຸກທໍາອິດທີ່ອາໄສໃນບໍລິເວນຕາເວັນຕົກຂອງອາເມຊອນ” Mark Robinson ນັກບູຮານວິທະຍາຈາກ University of Exeter ເຜີຍວ່າ “ມັນເຜີຍໃຫ້ເຫັນສີສັນ ແລະ ຄວາມຕື່ນເຕັ້ນຂອງຊີວິດສັງຄົມນັ້ນ ມັນເປັນເລື່ອງທີ່ບໍ່ໜ້າເຊື່ອສຳຫຼັບມະນຸດຄືເຮົາທີ່ຈະຄິດ ວ່າພວກເຂົາອາໄສຢູ່ຮ່ວມກັນກັບສັດໃນຍຸກນ້ຳກ້ອນ ລ່າສັດຂະໜາດໃຫຍ່ ເຊິ່ງບາງສ່ວນກໍມີຂະໜາດໃຫຍ່ເກືອບເທົ່າລົດໃຫຍ່”

ນອກຈາກນັ້ນ ພາບບາງສ່ວນເຜີຍໃຫ້ເຫັນພາບມະນຸດ, ຮູບຊົງຕ່າງໆ ແລະ ພາບການລ່າສັດເຊັ່ນ: ກວາງ, tapir, alligator, ເຈຍ, ລີງ, ເຕົ່າ, ງູ ແລະ ເໝັ້ນ.

ຮູບພາບຝາສີແດງນີ້ ເປັນໜຶ່ງໃນຮູບແຕ້ມທີ່ໃຫຍ່ທີ່ສຸດແຫ່ງໜຶ່ງໃນອາເມຣິກາໃຕ້ ໃນຊ່ວງທີ່ແຕ້ມຮູບນີ້ ອາເມຊອນປ່ຽນຈາກທົ່ງຫຍ້າສະວັນນາ ກາຍເປັນປ່າຝົນເຂດຮ້ອນທີ່ເຮົາຮູ້ຈັກໃນວັນນີ້.

ມະນຸດທີ່ເຮັດສີລະປະເຫຼົ່ານັ້ນເປັນມະນຸດເກັບເຄື່ອງປ່າຂອງດົງ, ລ່າສັດທີ່ກິນໝາກໄມ້, ເຮັດການປະມົງບໍລິເວນໃກ້ຄຽງ ຮ່ອງຮອຍທີ່ພົບໃນບໍລິເວນນັ້ນ ກໍ່ໃຫ້ເຫັນວ່າພວກເຂົາກໍກິນງູ, ກົບ, ອາມາດິລໂລ ແລະ ສັດຈຳພວກໜູເຊັ່ນດຽວກັນ.

ຂະນະນີ້ນັກວິໄຈໃນໂຄງການພະຍາຍາມສຶກສາວ່າ ມະນຸດຜູ່ບຸກເບີກເຫຼົ່ານີ້ມາເລີ່ມຕັ້ງຖິ່ນຖານໃນບໍລິເວນອາເມຊອນຕອນໃດ ແລະ ການມີຢູ່ຂອງພວກເຂົາສົ່ງຜົນຕໍ່ລະບົບນິເວດແນວໃດ.

ໂຄງການນີ້ຈະມີການສຶກສາ 5 ປີ ເພື່ອສຶກສາງານສີລະປະເທິງຫີນໃນບໍລິເວນນີ້ທັງໝົດ ແລະ ເບິ່ງວ່າໃນພື້ນທີ່ເຄີຍມີສັດອື່ນອີກ ຫຼື ບໍ່.

“ພາບເຫຼົ່ານີ້ເປັນຫຼັກຖານຂອງມະນຸດທີ່ມາຢູ່ອາໄສໃນພື້ນທີ່ໃນການປ່ຽນແປງພື້ນທີ່ວິທີການລ່າສັດ, ການເຮັດກະສິກຳ ແລະ ປະມົງ” Jose Iriarte ນັກບູຮານວິທະຍາຈາກມະຫາວິທະຍາໄລ University of Exeter ໄດ້ກ່າວໄວ້ “ເບິ່ງຄືວ່າ ສີລະປະຈະເປັນສ່ວນສຳຄັນຂອງວັດທະນະທຳ ແລະ ວິທີທີ່ຜູ່ຄົນໃຊ້ເພື່ອເຊື່ອມຕໍ່ກັນ ພາບນີ້ສະແດງໃຫ້ເຫັນການຢູ່ຮ່ວມກັນຂອງມະນຸດກັບສັດຂະໜາດໃຫຍ່ທີ່ພວກເຂົາລ່າ ແລະ ສູນພັນໄປແລ້ວ”

ທີ່ມາ:​ https://www.facebook.com/environman.th/posts/3261012910693800