ໄດ້ແລ້ວ! ຜົນຮາງວັນການອອກແບບ ແລະ ສ້າງເວັບໄຊ Web Design Contest 2020


ໃນວັນທີ 16 ທັນວາ 2020 ທີ່ຜ່ານມາ ໄດ້ມີການແຂ່ງຂັນອອກແບບ ແລະ ສ້າງເວັບໄຊ ຫຼື ວ່າ “Web Design Contest 2020” ເຊິ່ງເປັນການແຂ່ງຂັນໂດຍນໍາໃຊ້ພຽງແຕ່ HTML ແລະ CSS ໃນການສ້າງເທົ່ານັ້ນ. ໂດຍທີ່ເນື້ອຫາຂອງເວັບໄຊແມ່ນຈະຕ້ອງກ່ຽວກັບເປົ້າໝາຍການພັດທະນາແບບຍືນຍົງ ຫຼື SDGs (Sustainable Development Goals) ຂອງອົງການສະຫະປະຊາຊາດ ໂດຍທີ່ຕ້ອງເລືອກເປົ້າໝາຍໃດໜຶ່ງມາສ້າງເປັນເນື້ອຫາໃນເວັບໄຊເຮົາ.

     ງານແຂ່ງຂັນແມ່ນເລີ່ມເປີດຮັບສະໝັກມາຕັ້ງແຕ່ວັນທີ 4 ພະຈິກ 2020 ເຊິ່ງແມ່ນທາງ ດຣ. ນາງ. ວິມົນທາ ຂຽວວົງພະຈັນ, ອາຈານປະຈໍາພາກວິຊາວິສະວະກໍາຄອມພິວເຕີ ແລະ ເຕັກໂນໂລຊີຂໍ້ມູນຂ່າວສານ, ຄະນະວິສະວະກໍາສາດ ນໍາພາໃນການຈັດການແຂ່ງຂັນໃນຄັ້ງນີ້. ຕະຫຼອດໄລຍະຂອງການແຂ່ງຂັນແມ່ນມີທັງໝົດ 36 ທີມຈົນໃນວັນທີ 16 ທັນວາ 2020 ນີ້ກໍແມ່ນການແຂ່ງຂັນໃນຮອບ 8 ທີມສຸດທ້າຍ.

     ທີມທີ່ຊະນະເລີດການແຂ່ງຂັນອອກແບບ ແລະ ສ້າງເວັບໄຊໄດ້ແກ່ທີມ CMYK, ຮອງຊະນະເລີດມີ 2 ທີມໄດ້ແກ່ທີມ The Best ແລະ Professor, ຮອງຊະນະເລີດອັນດັບທີ 2 ມີທັງໝົດ 3 ທີມໄດ້ແກ່ທີມ Textbox, Pooklook ແລະ ທີມ Pakat.

ທີມຊະນະເລີດ ທີມ CMYK
ທີມຮອງຊະນະເລີດອັນດັບ 1 ທີມ The Best
ທີມຮອງຊະນະເລີດອັນດັບ 1 ທີມ Professor
ທີມຮອງຊະນະເລີດອັນດັບ 2 ທີມ Pooklook
ທີມຮອງຊະນະເລີດອັນດັບ 2 ທີມ Textbox
ທີມຮອງຊະນະເລີດອັນດັບ 2 ທີມ Pakat

ຂໍຂອບໃຈຮູບພາບຈາກ CEIT Media