ອັງກິດພົບເຊື້ອ ໂຄວິດ-19 ກາຍພັນ! ຍົກລະດັບເຝົ້າລະວັງໃນກຸງ London ສູ່ລະດັບ 3


ຫຼັງຈາກເລີ່ມມີການອະນຸມັດໃຫ້ວັກຊີນໂຄວິດ-19 ໃນສະຫະລາຊະອານາຈັກໄດ້ພຽງບໍ່ດົນ Matt Hancock ລັດຖະມົນຕີວ່າການກະຊວງສາທາລະນະສຸກແຫ່ງລາຊະອານາຈັກລະບຸວ່າ ມີການກວດພົບການກາຍພັນຂອງໄວຣັສໂຄວິດ-19 ທີ່ເປັນສາຍພັນຍ່ອຍ ກຳລັງແຜ່ກະຈາຍຢ່າງໄວວາໃນບາງພື້ນທີ່ຂອງເກາະອັງກິດຢ່າງໜ້ອຍ 60 ແຫ່ງ.

ຫຼ້າສຸດອົງການອະນາໄມໂລກ ແລະ ນັກວິໄຈຂອງສະຫະລາຊະອານາຈັກກຳລັງສຶກສາການກາຍພັນໂດຍລະອຽດ Matt Hancock ກ່າວວ່າ ຍັງບໍ່ມີຂໍ້ແນະນຳຫຍັງ ຖ້າຫາກເຊື້ອໄວຣັສກາຍພັນນີ້ຈະສົ່ງຜົນຮຸນແຮງ ຫຼື ວັກຊີນບໍ່ສາມາດປ້ອງກັນເຊື້ອຊະນິດໃໝ່ນີ້ໄດ້.

ເຈົ້າໜ້າທີ່ແຫ່ງລາຊະອານາຈັກກວດພົບຫຼາຍກວ່າ 1000 ເຄສທີ່ມີລັກສະນະກາຍພັນ ທາງຕອນໃຕ້ຂອງອັງກິດໃນເມືອງ London, Kent ບາງສ່ວນ Essex ແລະ Hertfordshire ເຮັດໃຫ້ມີການປະກາດຍົກລະດັບເຝົ້າລະວັງໃນກຸງ London ສູ່ລະດັບ 3 ໂດຍມີຜົນບັງຄັບໃຊ້ໃນວັນພຸດທີ 16 ທັນວາ ແລະ ຈະມີຄົນປະມານ 34 ລ້ານຄົນຖືກຈຳກັດພຶດຕິກຳ ເພື່ອຮັບມືກັບສະຖານະການດັ່ງກ່າວ.

ທັງນີ້ທັງນັ້ນ ເຄີຍມີການກວດພົບການກາຍພັນໃນລັກສະນະດຽວກັນໃນປະເທດອື່ນໆໃນເອີຣົບຊ່ວງ 2-3 ເດືອນທີ່ຜ່ານມາ, ເຊິ່ງທາງເຈົ້າໜ້າທີ່ຍັງຢ້ຳວ່າ ຍັງບໍ່ມີການບົ່ງບອກວ່າໄວຣັສກາຍພັນນີ້ຈະບໍ່ຕອບສະໜອງຕໍ່ວັກຊີນ ແຕ່ກໍຂໍໃຫ້ປະຊາຊົນລະມັດລະວັງ ແລະ  ປະຕິບັດຕາມກົດ ເພື່ອບໍ່ໃຫ້ເຊື້ອແຜ່ກະຈາຍຢ່າງໄວວາ.

ທີ່ມາ: https://www.facebook.com/brandthink.me/photos/a.1767934240198787/2921439568181576/?type=3