“Trump – Pence” ໄດ້ສີດວັກຊີນໂຄວິດກຸ່ມທຳອິດ


“ໂດໂນ ທຣຳ – ໄມ ເພນ” ໄດ້ຮັບສີດວັກຊີນໂຄວິດ-19 ຂອງໄຟເຊີ ກັບ ໄບອອນເທັກເປັນກຸ່ມທຳອິດ ເປັນແຜນຕໍ່ເນື່ອງມຸ່ງໜ້າສ້າງຄວາມໝັ້ນໃຈໃນລັດຖະບານ.

ປະທານາທີິບໍດີ ໂດໂນ ທຣຳ ແລະ ໄມ ເພນ ຮອງປະທານາທິບໍດີ ລວມທັງເຈົ້າໜ້າທີ່ລະດັບສູງຂອງສະຫະລັດໄດ້ຮັບການສະເໜີໃຫ້ສີດວັກຊີນໂຄວິດ-19 ທີ່ຫາກໍໄດ້ຮັບການອະນຸມັດ ໂດຍຈະເລີ່ມໃນວັນຈັນນີ້ເຊິ່ງເປັນສ່ວນໜຶ່ງຂອງແຜນສ້າງຄວາມໝັ້ນໃຈຕໍ່ເນື່ອງຈາກລັດຖະບານ.

ແຫລ່ງຂ່າວເປີດເຜີຍວ່າ ບຸກຄົນທີ່ມີຄວາມສຳຄັນໃນທຳນຽບຂາວຈະໄດ້ຮັບການສີດວັກຊີນໂຄວິດ-19 ພາຍໃນ 10 ວັນຂ້າງໜ້າ (ຈາກວັນທີ 14 ທັນວາ) ເຊິ່ງຂະນະນີ້ຍັງບໍ່ຊັດເຈນວ່າ ທຣຳຈະສີດວັກຊີນໂຄວິດ-19 ທັນທີຫຼືບໍ່ ເນື່ອງຈາກກ່ອນໜ້ານີ້ເຂົາຕິດເຊື້ອໂຄວິດແລະຮັກສາຫາຍແລ້ວ.

ນອກຈາກນີ້ ຍັງບໍ່ເປັນທີ່ແນ່ຊັດອີກວ່າ “ໂຈ ໄບເດນ” ວ່າທີ່ປະທານາທິບໍດີສະຫະລັັດອາເມຣິກາ ແລະ ຄາເມລາ ແຮລິດ ຜູ້ທີ່ໄດ້ຮັບເລືອກເປັນຮອງປະທານາທິບໍດີ ແລະ ສະມາຊິກຄົນອື່ນໆໃນທີມຂອງໄບເດນ ຈະໄດ້ຮັບການສະເໜີໃຫ້ສີດວັກຊີນດ້ວຍຫລືບໍ່.

ແນວໃດກໍຕາມ ວັກຊີນໂຄວິດ-19 ຂອງໄຟເຊີ ແລະ ໄບອອນເທັກ ໄດ້ຖືກສົ່ງໄປຍັງສູນວັກຊີນທົ່ວປະເທດ 145 ແຫ່ງເພື່ອສີດໃຫ້ບຸກຄະລາກອນທາງການແພດ ແລະ ຜູ້ສູງອາຍຸໃນບ້ານພັກຄົນຊະລາກ່ອນ.

ທີ່ມາ: https://web.facebook.com/bangkokbiznews/photos/a.135275764814/10162296521149815/