Samsung ກຽມເປີດໂຕ Galaxy S21 ເດືອນ ມັງກອນ


ຫຼັງຈາກທີ່ມີຂໍ້ມູນຂອງ Galaxy S21 Series ຫຼຸດອອກມາຫຼາກຫຼາຍພ້ອມຄລິບທີເຊີອອກມາຮຽກນ້ຳຍ່ອຍກັນໄປແລ້ວ ຫຼ້າສຸດໄດ້ມີຂໍ້ມູນຊຸດໃຫມ່ຂອງມື້ເປີດຕົວມືຖື Series ເຮືອທຸງຮຸ່ນດັ່ງກ່າວແລ້ວຄືວັນທີ 14 ມັງກອນ 2021 ໂດຍເປັນຂໍ້ມູນທີ່ເຊື່ອຖືໄດ້ເລີຍເພາະເປັນການຢືນຢັນມາຈາກຮ້ານຈຳໜ່າຍສິນຄ້າ Samsung ສາຂາທີ່ໃຫຍ່ທີ່ສຸດໃນປະເທດອິນເດຍນັ້ນເອງ.

Samsung experience store ສາຂາທີ່ໃຫຍ່ທີ່ສຸດໃນປະເທດອິນເດຍ ເຊິ່ງຕັ້ງຢູ່ໃນເມືອງຄາລໍ ປະເທດອິນເດຍເປັນຝ່າຍອອກມາຢືນຢັນຂໍ້ມູນການເປິດຕົວເອງ Galaxy S21 Series ດັ່ງກ່າວ ນອກຈາກນີ້ຍັງບອກວ່າ Galaxy S21 Series ທີ່ຂາຍໃນອິນເດຍຈະເປັນຮຸ່ນທີ່ມາພ້ອມກັບ chipset Exynos 2100 ອີກດ້ວຍ.

ອີກທັງຕອນນີ້ກໍໄດ້ມີຂໍ້ມູນທີ່ໜ້າສົນໃຈກ່ຽວກັບເຊັນເຊີສະແກນລາຍນິ້ວມືໃຕ້ຂໍຂອງ Galaxy S21 series ວ່າຈະມີຂະໜາດໃຫຍ່ຂຶ້ນເຖິງ 77% ເມື່ອທຽບກັບມືຖື Galaxy S20 Series ຂອງປີກ່ອນເຮັດໃຫ້ການສະແກນນິ້ວມືງ່າຍຂຶ້ນ ແລະ ຍັງຕອບສະໜອງຕໍ່ການສະແກນລາຍນິ້ວມືໄວຂຶ້ນເຖິງ 2 ເທົ່າ.

Galaxy S21

ຫຼາຍໄປກວ່ານັ້ນຍັງໄດ້ມີຂໍ້ມູນຫຼຸດອອກມາຈາກແຫ່ງຂ່າວໃນເກົາຫຼີໃຕ້ວ່າ Samsung Galaxy S21 Series ທັ້ງສາມຮຸ່ນຈະໃຊ້ວັດສະດຸຝາຫຼັງເປັນ Reinforce Polycarbonate ເຊິ່ງກໍນັບວ່າເປັນເລື່ອງແປກຢູ່ຄືກັນເພາະທີ່ຜ່ານໆມາຮຸ່ນທັອບຄື S20 Ultra ຫຼື Note 20 Ultra ລ້ວນແຕ່ໃຊ້ຝາຫຼັງເປັນແກ້ວທັງນັ້ນ (ແຕ່ຕ້ອງລໍຖ້າເບິ່ງເພາະຍັງເປັນຂ່າວຫຼຸດ).

ເຫຼືອເວລາອີກພຽງເດືອນດຽວເທົ່ານັ້ນເຮົາກໍຈະໄດ້ເຫັນມືຖື Series ເຮືອທຸງດັ່ງກ່າວເປີດຕົວກັນແລ້ວເອົາໄວ້ມາລໍຖ້າລຸ້ນໄປນຳກັນວ່າເທື່ອນີ້ຈະມີອີຫຍັງເທ້ໆມາໂຊໃຫ້ແຟນໆໄດ້ວ້າວກັນອີກບໍ່?.

ທີ່ມາ: https://droidsans.com/samsung-galaxy-s21-series-would-launch-globally-by-14th-january-2021/