ອິນເດຍພົບໂຣກປະຫຼາດ ປະຊາຊົນລົ້ມປ່ວຍກວ່າ 400 ຄົນ ຕາຍແລ້ວ 1 ຄົນ ທີມແພດຍັງລະບຸສາເຫດບໍ່ໄດ້


ຄວາມໂຊກຮ້າຍເຂົ້າມາບໍ່ຢຸດ ໂຄວິດ-19 ຍັງບໍ່ຢຸດລະບາດ ແພດໝໍອິນເດຍກໍຕ້ອງໄດ້ຮັບມືກັບໂຣກປະຫຼາດທີ່ເຮັດໃຫ້ປະຊາຊົນປະມານ 400 ຄົນລົ້ມປ່ວຍ ແລະ ເສຍຊີວິດໄປແລ້ວ 1 ຄົນ, ເຊິ່ງໃນຂະນະນີ້ທີມແພດຍັງບໍ່ສາມາດບົ່ງມະຕິໄດ້ວ່າ ໂຣກດັ່ງກ່າວເກີດຈາກສາເຫດໃດກັນແທ້.

ທີມແພດໃນລັດທີ່ພົບຜູ່ປ່ວຍລາຍທຳອິດກ່າວວ່າ ຜູ່ປ່ວຍຄົນທຳອິດທີ່ເສຍຊີວິດຈາກໂຣກດັ່ງກ່າວ ເປັນແມ່ຍິງອາຍຸ 45 ປີ ຖືກນຳໂຕສົ່ງໂຮງໝໍດ້ວຍອາການປ່ວຍຫຼາຍຢ່າງ ກ່ອນທີ່ຈະເກີດພາວະຫົວໃຈລົ້ມເຫຼວ ແລະ ເສຍຊີວິດໃນເວລາຕໍ່ມາ.

ທີມແພດເລົ່າຕໍ່ວ່າ ຜູ່ທີ່ປ່ວຍດ້ວຍໂຣກນີ້ ມັກຈະມີອາການປວດຮາກ ແລະ ອາຈຽນ ບາງລາຍເຖິງຂັ້ນໝົດສະຕິ ເຊິ່ງຜູ່ຊ່ວຍຈາກສະຖາບັນວິທະຍາສາດການແພດອອລອິນເດຍ ກຳລັງເລັ່ງຫາສາເຫດຕົ້ນຕໍຂອງໂຣກດັ່ງກ່າວວ່າມາຈາກໃສ ລວມເຖິງເປັນໂຣກຕິດຕໍ່ນຳ ຫຼື ບໍ່, ເຖິງແມ່ນວ່າຫຼັກຖານຈາກຜູ່ປ່ວຍຈະສະແດງໃຫ້ເຫັນແລ້ວວ່າ ນີ້ເປັນໂຣກທີ່ສາມາດສົ່ງຕໍ່ຈາກຄົນສູ່ຄົນ ແຕ່ປັດໄຈເລື່ອງຄວາມສະອາດຂອງນ້ຳ ແລະ ອາການກໍເປັນຂໍ້ສັນນິຖານທີ່ບໍ່ສາມາດຕັດຖິ້ມໄດ້.

ໃນຂະນະນີ້ ມີລາຍງານວ່າ ອິນເດຍພົບຜູ່ປ່ວຍຈາກໂຣກດັ່ງກ່າວ 455 ຄົນ ເສຍຊີວິດ 1 ຄົນ ແລະ ຮັກສາຫາຍດີຈົນສາມາດກັບບ້ານໄດ້ແລ້ວ 200 ຄົນ, ຢ່າງໃດກໍຕາມ ທີມແພດຍັງບໍ່ໄວ້ວາງໃຈ ໂດຍສະເພາະຢ່າງຍິ່ງ ເມື່ອອິນເດຍຍັງບໍ່ພົ້ນຈາກສະຖານະການໂຄວິດ-19 ໂຣກປິດສະໜານີ້ ຈຶ່ງເປັນການຊ້ຳເຕີມວ່າວິກິດການດັ່ງກ່າວຍິ່ງໜັກຂຶ້ນໄປອີກ.

ທີ່ມາ: https://www.facebook.com/thematterco/posts/2766841276864590