ວິທະຍາສາດຂອງການຖືກຜີອຳ


ພາຍໃນສະຖາບັນສິລະປະດີທຣອຍ (Detroit Institute of Arts) ມີພາບຂຽນສິລະປະເທິງຜ້າໃບໜຶ່ງຈັດສະແດງຢູ່ຊື່ The Nightmare ແຕ້ມໂດຍ ເຮນຣີ ຟູເຊຣິ (Henry Fuseli) ຈິດຕະກອນຊາວສະວິດ. ໃນປີ ຄ.ສ 1781 ອົງປະກອບໃນພາບຂຽນນີ້ມີບາງສິ່ງທີ່ສື່ເຖິງປາກົດການທີ່ໜ້າຂົນລຸກ ນັ້ນກໍຄື ຜີອຳ (Sleep Paralysis).

ຫາກແປຄວາມໝາຍ ຜີອຳ (Sleep Paralysis) ຕາມພາສາອັງກິດ ມັນໝາຍເຖິງການທີ່ຄົນເຮົາເປັນອຳມະພາດຊົ່ວຄາວໃນລະຫວ່າງການນອນ ຕີງບໍ່ໄດ້ ເວົ້າບໍ່ໄດ້ ແລະ ແນ່ນອນວ່າຍັງຫາຍໃຈໄດ້ຢູ່ ໂດຍປົກກະຕິເກີດຂຶ້ນໃນສອງເວລາຫຼັກຄື: ເວລາກຳລັງຈະຫຼັບ ແລະ ເວລາກຳລັງຈະຕື່ນ.

ເວລາທີ່ກຳລັງຈະຫຼັບ (predormital ມາຈາກສັບພາສາລາຕິນ prae ທີ່ແປວ່າ “ກ່ອນ” ແລະ dormitio ທີ່ແປວ່າ “ຫຼັບ”) ສ່ວນເວລາທີ່ກຳລັງຈະຕື່ນເອີ້ນວ່າ postdormital (ມາຈາກ post ທີ່ແປວ່າ ຫຼັງ ແລະ dormital ທີ່ແປວ່າຫຼັບ).

ຮອຍຕໍ່ລະຫວ່າງສອງເວລານີ້ ເຊື່ອມຕໍ່ລະຫວ່າງການຕື່ນ ກັບສະຖານະການການຫຼັບທີ່ເອີ້ນວ່າ REM (Rapid Eye Movement) ເຊິ່ງເປັນເວລາທີ່ໜ່ວຍຕາຈະຕີງໄປມາຢ່າງໄວວາ ແລະ ເປັນເວລາທີ່ເຮົາກຳລັງຝັນ.

ເພື່ອເປັນການປ້ອງກັນບໍ່ໃຫ້ຮ່າງກາຍເຮົາຕີງ ຫຼື ເໜັງຕົວເອງໄປຕາມຄວາມຝັນ ອັນທີ່ຈະກໍ່ໃຫ້ເກີດການບາດເຈັບໄດ້ ສະໝອງຈະບັງຄັບໃຫ້ເປັນອຳມະພາດຊົ່ວຄາວ ໂດຍການຄວບຄຸມສານສື່ປະສາດຕ່າງໆ ໃຫ້ເປັນໄປໃນທາງ ທີ່ເໝາະທີ່ຄວນໃດໜຶ່ງ ແຕ່ຖ້າການຄວບຄຸມດັ່ງກ່າວເກີດຄວາມຜິດພາດ ເຮົາອາດຈະຕື່ນທັງໆທີ່ຍັງຝັນຮ້າຍ ແລະ ໂລກແຫ່ງຄວາມເປັນຈິງຈະກາຍເປັນການຖືກຜີອຳອັນເປັນຕາຢ້ານ.

ຄວາມຝັນເປັນຈິນຕະນາການທີ່ໄດ້ຮັບອິດທິພົນຈາກຄວາມເຊື່ອ ແລະ ເລື່ອງເລົ່າທີ່ໄດ້ຍິນມາ ດັ່ງນັ້ນຜີທີ່ອຳ ຈຶ່ງມີໜ້າຕາທີ່ແຕກຕ່າງກັນໄປຕາມແຕ່ລະວັດທະນະທຳ ທີ່ໜ້າສົນໃຈຢ່າງໜຶ່ງຄື ມີງານວິໄຈທີ່ຊີ້ໃຫ້ເຫັນໄປໃນທຳນອງທີ່ວ່າ ຍິ່ງເຊື່ອເລື່ອງຜີ ຜີກໍຍິ່ງມາອຳ.

Baland Jalal ນັກວິໄຈດ້ານປະສາດຈິດຕະເວດ (neuropsychiatry) ຈາກມະຫາວິທະຍາໄລແຄມບິດ ໄດ້ເອີ້ນວົງຈອນຍິ່ງຢ້ານຍິ່ງຖືກອຳນີ້ວ່າ panic-hallucination model ເຊິ່ງອາດຈະຮຸນແຮງລະດັບມີອາການຜີອຳທີ່ຍາວນານກວ່າປົກກະຕິ ເຊິ່ງຈຳເປັນຕ້ອງໄດ້ຮັບຄວາມຊ່ວຍເຫຼືອຈາກຈິດຕະແພດ. 

ເມື່ອຮູ້ດັ່ງນີ້ແລ້ວ ເຮົາກໍຄວນເຮັດຈິດໃຈໃຫ້ເຂັ້ມແຂງ ຢ່າໄດ້ຢ້ານປີສາດຮ້າຍທີ່ມາຫາເຮົາຍາມເດິກ ບໍ່ວ່າຈະເປັນຜີສາງນາງໄມ້ ຫຼື ໂຕຫຍັງກໍຕາມທີ່ເຮົາໄດ້ຍິນໄດ້ຟັງໄດ້ຮູ້ມາຈາກໃນໜັງ ຮວມທັງນອນໃຫ້ພຽງພໍ ເຮັດຈິດໃຈບໍ່ໃຫ້ຄຽດກ່ອນນອນ ຫາທ່ານອນໃຫ້ສະບາຍ ແຕ່ຖ້າຜີຍັງອຳບໍ່ເຊົາຈົນເຮັດໃຫ້ການນອນບໍ່ເປັນສຸກ ອາດຈະປຶກສາກັບທ່ານໝໍ ແລະ ຈິດຕະແພດເພື່ອຊ່ວຍໃຫ້ທ່ານສາມາດນອນຫຼັບໄດ້ຢ່າງສະບາຍຂຶ້ນ.

ທີ່ມາ:

https://www.facebook.com/ardwarong/posts/3369033103217844

https://www.scientificamerican.com/article/sleep-paralysis-and-the-monsters-inside-your-mind/?fbclid=IwAR2dLXo5H12QHHQkM-CfznvlE9BlJ-rpr-pxl5SLVJQm3U1O00m6ks4WWDQ