Samsung ແຊງ Xiaomi ຂຶ້ນເປັນແບຣນ Smart Phone ອັນດັບ1 ໃນອິນເດຍ.


ບໍລິສັດວິເຄາະການຕະຫຼາດຊື່ດັງຄື Counterpoint Research ທີ່ກ່ອນໜ້ານີ້ໄດ້ອອກມາລາຍງານ Trust Rankings ຈັດອັນດັບແບຣນ Smart Phone ໜ້າໃຊ້ປະຈຳປີ 2020 ໄປແລ້ວນັ້ນ ຫຼ້າສຸດພວກເຂົາກໍອອກມາລາຍງານຍອດຂາຍມືຖືຂອງປະເທດອິນເດຍປະຈຳໄຕມາດທີ 3 ຂອງປີອອກມາເປັນທີ່ຮຽບຮ້ອຍ ໂດຍຮອບນີ້ແຊ້ມປ່ຽນມືເປັນ Samsung ພິກລັອກແຊງໜ້າ Xiaomi ຍັກໃຫຍ່ທີ່ປະຈຳຢູ່ປະເທດອິນເດຍໄປໄດ້ຢ່າງສິ້ນເຊິງ.

ໃນຮູບຮວມຂອງຕະຫຼາດ Smart Phone ປະເທດອິນເດຍ ພົບວ່າມີຍອດສົ່ງອອກມືຖືທີ່ຫຼາຍຂື້ນກວ່າເກົ່າໃນໄຕມາດທີ 3 ຂອງປີ 2020 ເຖິງ 9% ເມື່ອທຽບກັບຊ່ວງເວລາດຽວກັນໃນປີທີ່ແລ້ວ ໂດຍມີການສົ່ງອອກ Smart Phone ທີ່ຫຼາຍເຖິງ 53 ລ້ານຢູນິດ ເຊິ່ງຕົວເລກນີ້ຖືວ່າເປັນຕົວເລກທີ່ຫຼາຍທີ່ສຸດ (ຫາກນັບແຍກເປັນແຕ່ລະໄຕມາດ) ຂອງປະເທດອິນເດຍ ເລີຍຄາດວ່າເປັນຜົນມາຈາກການອອກໂປຣໂມຊັນຢ່າງໄວຫຼາຍຂອງໂຕແບຣນ ແລະ ຕະຫຼາດ Online ທີ່ເຂົ້າມາມີກະແສແຮງໃນຊ່ວງ Lockdown ຂອງການລະບາດ Covid-19 ນັ້ນເອງ.

ເຊິ່ງແຊ້ມທີ່ຄອງສ່ວນແບ່ງການຕະຫຼາດ (Market Share) ຫຼາຍທີ່ສຸດໃນຮອບນີ້ກັບກາຍເປັນ Samsung ທີ່ມັກຈະເຂົ້າຮອບເປັນທີ 2 ຮອງຈາກ Xiaomi ຍັກໃຫຍ່ຂອງຕະຫຼາດອິນເດຍມາຕະຫຼອດ ແຕ່ວ່າໃນໄຕມາດນີ້ກັບເປັນໜັງຄົນລະມ້ວນໂດຍ Samsung ມີອັດຕາການເຕີບໂຕທີ່ດີກວ່າຫາກທຽບກັບປີທີແລ້ວສາມາດແບ່ງກ້ອນເຄັກໄປໄດ້ 24% ຖິ້ມຫ່າງ Xiaomi ພຽງແຕ່ 1% ເທົ່ານັ້ນ.

ໂດຍຄາດວ່າສາເຫດຂອງການຊະນະຮອບນີ້ຂອງ Samsung ໜ້າຈະມາຈາກການບໍລິການຈັດການທີມທີ່ດີ, ມືຖືລະດັບກາງຂອງພວກເຂົາເລິ່ມມີສະເປັກທີ່ແຮງໃນລາຄາຈັບຕ້ອງໄດ້ຫຼາຍຂຶ້ນ ແລະ Smart Phone ຂອງພວກເຂົາມີຂາຍຢູ່ທຸກບ່ອນໃນລາຄາດຽວກັນ ນັບຕັ້ງແຕ່ເລິ່ມຕົ້ນຈົນຮອດຮຸ່ນເຮືອທຸງຈະມີຊື່ຂອງ Galaxy ແບບບໍ່ມີຂາດຫາຍ ນອກຈາກນີ້ກໍລະນີແບນສິນຄ້າຈີນໃນປະເທດອິນເດຍກໍໜ້າຈະເປັນສາເຫດທີ່ເຮັດໃຫ້ຫຼາຍຄົນຫັນມາສົນໃຈແບຣນ Samsung ກັນຫຼາຍຂຶ້ນອີກດ້ວຍ.

ສ່ວນໃນຈຳພວກລາຄາ $400-$600 ຫຼືຊ່ວງລາຄາມືຖືເຮືອທຸງລາຄາປະຢັດ ແຊ້ມຍັງຄົງເປັນ OnePlus ຄືເກົ່າໂດຍ OnePlus 8 ແລະ 8 Pro ຮວມເຖິງຮຸ່ນອື່ນໆຖືວ່າໄດ້ຮັບຄວາມນິຍົມຫຼາຍໃນກຸ່ມຜູ້ໃຊ້ງານຢູ່ອິນເດຍ ອີກທັງ OnePlus Nord ຍັງຄອງແຊ້ມມືຖືລະດັບກາງທີ່ຂາຍດີທີ່ສຸດໃນອິນເດຍອີກດ້ວຍ.

ແຕ່ເຖິງຢ່າງໃດກໍຕາມ ຫາກອ້າງອີງຈາກການລາຍງານຂອງ Canalys ຈະພົບວ່າ Xiaomi ຍັງຄົງເປັນອັນດັບໜຶ່ງໃນປະເທດອິນເດຍຄືເກົ່າ ໂດຍທີ່ໄດ້ Market Share ໄປ 25.6% ຫຼາຍກວ່າ Samsung ຢູ່ເກືອບໆ 6% ກັນເລີຍ.

ທີ່ມາ: https://droidsans.com/samsung-dethrones-xiaomi-topped-smartphone-indian-market/