ບັນດາຊາດມຸດສະລິມຮຽກຮ້ອງໃຫ້ແບນຜະລິດຕະພັນຝຣັ່ງ


ປະທານປະເທດຝຣັ່ງເຄີຍກ່າວວ່າ ສາສະໜາອິດສະລາມ ແມ່ນ ສາສະໜາທີ່ຢູ່ໃນຂັ້ນວິກິດ.
ມີບາງປະເທດອາຣັບໄດ້ປະນາມປະທານປະເທດຝຣັ່ງ ເອັມມານູແອນ ມາຄຣົງ, ຫຼັງຈາກທີ່ບອກວ່າຈະອອກກົດໝາຍເພື່ອແກ້ບັນຫາການແບ່ງຊົນຊັ້ນຂອງຄົນມຸດສະລິມ ແລະ ໄດ້ກ່າວໄວ້ອາໄລໃຫ້ແກ່ອາຈານວິຊາປະຫວັດສາດ ຊາມູແອນ ປາຕີ (Samuel Paty) ທີ່ຖືກຄາດຕະກໍາຫຼັງຈາກໄດ້ສາຍກາຕູນສຽດສີ ທ່ານ ສາສະດາ ມູຮາມັດ (Muhamad) ໃນຊົ່ວໂມງສອນຂອງລາວ. ປະທານປະເທດມາຄຣົງໄດ້ເຄີຍເອີ້ນສາສະໜາອິດສະລາມວ່າແມ່ນສາສະໜາທີ່ຢູ່ໃນຂັ້ນວິກິດ “religion in crisis”.

ໃນອາທິດນີ້ ຄົນຈຳນວນຫຼາຍພັນຄົນໄດ້ອອກມາປະທ້ວງຢູ່ຖະໜົນໃນປະເທດບັງກລາເທດ ແລະ ຢູ່ເມືອງກາຊາ ຫຼັງຈາກທີ່ຄຳຄິດເຫັນຂອງມາຄຣົງໄດ້ແຜ່ກະຈາຍຫຼາຍຢູ່ໃນສື່ອອນລາຍ ໂດຍໃສ່ hashtag ວ່າ #boycottFrenchProducts ແລະ #NeverTheProphet.

ປະທານປະເທດຕວັກກີ (Turkish) ຣີເຊັບ ໄຕຢິບ ເອີໂດກັນ (Recep Tayyip Erdoğan) ໄດ້ຮຽກຮ້ອງກັບສາທາລະນະຊົນໃຫ້ຂວ້ຳບາດຜະລິດຕະພັນຝຣັ່ງໃນວັນອັງຄານທີ່ຜ່ານມາ ເພື່ອປະນາມຄວາມຢ້ານກົວຕໍ່ກັບສາສະໜາອິດສະລາມທີ່ມີໃນທະວີບເອີຣົບ. ບາງຮ້ານກໍໄດ້ຖອນສິນຄ້າຍີ່ຫໍ້ຝຣັ່ງອອກຈາກຖ້ານຂາຍເຄື່ອງແລ້ວ. ລັດຖະມົນຕີການຕ່າງປະເທດຂອງຝຣັ່ງ ຊັງ ອີບ ເລີ ດຣີຢັງ (Jean-Yves Le Drian) ໄດ້ບອກວ່າ ຈະເອີ້ນໂຕ ເອກອັກຄະລາຊະທູດຝຣັ່ງ ປະຈໍາຕວັກກີ ກັບຄືນ ປາຣີ ເພື່ອປຶກສາຫາລືທ່າມກາງຄວາມຕຶງຄຽດທາງການທູດທີ່ທະວີຄູນຂຶ້ນ.

ບັນດາຜູ້ນຳ ແລະ ພະນັກງານຕ່າງໆ ໃນປະເທດອີຣານ, ປາກິດສະຖານ ແລະ ກາຕ້າ ກໍໄດ້ອອກມາປະນາມການທີ່ມາຄຣົງສະໜັບສະໜູນກາຕູນຮຽນແບບ ສາສະດາ ມູຮາມັດ ທີ່ຄົນມຸດສະລິມຖືເປັນເລື່ອງທີ່ດູໝິ່ນ. ນາຍົກລັດຖະມົນຕີປາກິດສະຖານ, ອິມຣານ ຄານ (Imran Khan), ຍັງໄດ້ຮຽກຮ້ອງໃຫ້ເຟດບຸກຫ້າມເຜີຍແຜ່ກ່ຽວກັບ ຄໍາເວົ້າທີ່ກ່າວຊັງສາສະໜາອິດສະລາມ ແລະ ສະແດງເຖິງຄວາມຢ້ານກົວຕໍ່ກັບສາສະໜາອິດສະລາມ.

ການຄາດຕະກໍາອາຈານວິຊາປະຫວັດສາດ ປາຕີ ໃນວັນທີ 16 ຕຸລາ ໄດ້ເຮັດໃຫ້ມີການປະທ້ວງຢູ່ທົ່ວປະເທດຝຣັ່ງ. ສະພາຝຣັ່ງດ້ານຄວາມເຊື່ອຖືມຸດສະລິມ ໄດ້ວິຈານການຄາດຕະກຳອາຈານຜູ້ນັ້ນ ວ່າເປັນ ການທໍລະຍົດຕໍ່ກັບຄຳສອນຂອງສາສະດາ ແຕ່ກໍກ່າວວ່າ “ການບັງຄັບໃຫ້ທຸກຄົນເບິ່ງກາຕູນ ໂດຍສະແດງໃນທີ່ສາທາລະນະ ຫຼື ໃຫ້ເດັກນ້ອຍເບິ່ງ ໃນລະບົບການສຶກສາພາກບັງຄັບ ຖືເປັນອີກເລື່ອງນຶ່ງຕ່າງຫາກ”.

ໃນວັນອາທິດທີ່ຜ່ານມາ ປະທານປະເທດມາຄຣົງກໍໄດ້ຮ້ອງຂໍໃຫ້ມີຄວາມສາມັກຄີເປັນອັນນຶ່ງອັນດຽວກັນ. ລາວໄດ້ທະວີດບອກວ່າ “We are united” ແລະ ຂຽນຕື່ມວ່າ “We will not give in, ever” (ພວກເຮົາຈະບໍ່ຍອມຈໍານົນ) ເປັນພາສາອັງກິດ ແລະ ພາສາອາຣັບ.

ການໂຕ້ຖຽງກ່ຽວກັບສາສະໜາອິດສະລາມໄດ້ດຳເນີນໄປຢ່າງດຸເດືອດ ແລະ ລັດຖະບານປະເທດຝຣັ່ງກໍພະຍາຍາມຊອກຫາວິທີທາງຈັດຕັ້ງປະຕິບັດມາດຕະການເຂັ້ມງວດຕໍ່ການເຊື່ອຖືສາສະໜາອິດສະລາມແບບສຸດໂຕ່ງ.

ໃນຂະນະດຽວກັນ ບັນດາຜູ້ນຳຂອງປະເທດອື່ນໃນເອີຣົບກໍໄດ້ໜຸນຫຼັງປະເທດຝຣັ່ງ. ລັດຖະມົນຕີການຕ່າງປະເທດເຢຍລະມັນ ເຮໂກະ ມາສ (Heiko Maas) ໄດ້ບອກວ່າຄຳຄິດເຫັນຂອງ ເອີໂດກັນ ເປັນສິ່ງທີ່ຮັບບໍ່ໄດ້ຢ່າງສິ້ນເຊີງ ແລະ ຕາງໜ້າຂັ້ນສູງຂອງສະຫະພາບເອີຣົບ ໂຈເຊັບ ໂບແຣນ (Joseph Borelles) ໄດ້ບອກວ່າ ຕວັກກີ ຕ້ອງຢຸດເຊົາການປະທະທີ່ຮ້າຍແຮງນີ້.

ທີ່ມາ: https://abcnews.go.com/International/muslim-nations-call-boycott-french-products/story?id=73858014