ລຸ້ນໄປພ້ອມໆກັນ NASA ກຽມນັບຖອຍຫຼັງປ່ອຍຍານອະວະກາດ “DART” ເຮັດພາລະກິດຕຳດາວເຄາະນ້ອຍ

ຍານອະວະກາດ

ຍານອະວະກາດ

ສຳນັກຂ່າວຕ່າງປະເທດໄດ້ລາຍງານວ່າ ອົງການ NASA ໄດ້ນັບຖອຍຫຼັງກໍານົດເວລາໃຫ້ຍານໃນໂຄງການ DART (Double Asteroid Redirection Test) ຫຼື ພາລະກິດປ່ຽນເສັ້ນທາງວົງໂຄຈອນດາວເຄາະນ້ອຍທີ່ມີຊື່ວ່າ “Dimorphos” ທີ່ເປັນໄພຄຸກຄາມຕໍ່ໂລກມະນຸດ ໂດຍຍານອະວະກາດ DART ຈະຖືກປ່ອຍຂຶ້ນໄປໃນອະວະກາດໃນເວລາ 19:14 ຂອງວັນທີ 26 ກັນຍາ ຕາມເວລາທ້ອງຖິ່ນຂອງສະຫະລັດ ຫຼື ກົງກັບຕອນເຊົ້າຂອງວັນທີ 27 ກັນຍາ ຕາມເວລາບ້ານເຮົາ ເຊິ່ງທາງ NASA ຈະມີການຖ່າຍທອດສົດພາລະກິດນີ້ໄປສູ່ສາຍຕາຄົນທົ່ວໂລກ.

ຍານອະວະກາດ

ສຳລັບພາລະກິດ DART ເປັນພາລະກິດທົດສອບການປ້ອງກັນດາວເຄາະຄັ້ງທໍາອິດຂອງໂລກ ເຊິ່ງເປັນພາລະກິດທີ່ຈະນໍາມາໃຊ້ປົກປ້ອງໂລກຈາກການຕຳຂອງວັດຖຸໃນອະວະກາດຂະໜາດໃຫຍ່ດ້ວຍການສົ່ງດາວທຽມໄປຕຳເພື່ອໃຫ້ເກີດການປ່ຽນເສັ້ນທາງວົງໂຄຈອນຂອງວັດຖຸນັ້ນໆ ເພາະເຖິງວ່າຊັ້ນບັນຍາກາດຂອງໜ່ວຍໂລກເຮົາຈະມີຄວາມສາມາດໃນການເຜົາໄໝ້ວັດຖຸທີ່ເດີນທາງເຂົ້າມາສູ່ໂລກ ແຕ່ມັນກໍສາມາດເຜົາຜານຈົນໝົດໄດ້ພຽງວັດຖຸທີ່ມີຂະໜາດບໍ່ໃຫຍ່ຈົນເກີນໄປ.

ຍານອະວະກາດ

ໂດຍກ່ອນໜ້ານີ້ ເມື່ອເດືອນພະຈິກປີ 2021 ໄດ້ມີການສົ່ງຍານອະວະກາດ DART ດ້ວຍຈະຫຼວດ Falcon 9 ຂອງບໍລິສັດ SpaceX ຂຶ້ນສູ່ອະວະກາດເພື່ອເດີນທາງໄປຕຳກັບດາວເຄາະນ້ອຍ Dimorphos ເຊິ່ງເປັນດາວບໍລິວານຂອງດາວເຄາະນ້ອຍ ເຮັດໃຫ້ດາວເຄາະ Dimorphos ມີຊື່ຫຼິ້ນວ່າ Didymos B ແລະ ຈາກພາລະກິດນີ້ NASA ຕ້ອງການເຫັນພະລັງງານທີ່ເກີດຈາກການສົ່ງຍານ Dart ໄປຕຳດາວເຄາະນ້ອຍ  ດ້ວຍຄວາມໄວສູງວ່າຈະສາມາດປ່ຽນທິດວົງໂຄຈອນຂອງດາວເຄາະນ້ອຍໄດ້ຫຼືບໍ່.

ທັງນີ້ ຍານ DART ເຊິ່ງມີຈະໜາດເທົ່າກັບລົດໂດຍສານແມ່ນມີພາລະກິດຕຳດາວເຄາະນ້ອຍ Dimorphos ເພື່ອໃຫ້ເກີດການປ່ຽນເສັ້ນທາງໂຄຈອນ ແລະ ດາວເຄາະດັ່ງກ່າວຖືໄດ້ວ່າເປັນ ‘ວັດຖຸໃກ້ໂລກ’ ເພາະມັນຢູ່ຫ່າງຈາກໂລກພຽງ 11 ລ້ານກິໂລແມັດເທົ່ານັ້ນ. ຢ່າງໃດກໍຕາມ NASA ລະບຸວ່າທັງດາວເຄາະນ້ອຍ Dimorphos ແລະ Didymos ແມ່ນບໍ່ມີຄວາມສ່ຽງທີ່ຈະຕຳໂລກແຕ່ຢ່າງໃດ ບໍ່ວ່າກ່ອນ ຫຼື ຫຼັງທີ່ຍານ DART ຈະຕຳ.

ຍານອະວະກາດ

ແລະຫຼັງຈາກນີ້ໃນປີ 2024 NASA ຈະມີການປ່ອຍຍານອະວະກາດ Hera ແລະ ດາວທຽມອີກ 2 ເຄື່ອງຕາມໄປ ເພື່ອໄປສຶກສາຜົນກະທົບທີ່ເກີດຂຶ້ນກັບດາວເຄາະນ້ອຍ Dimorphos ຫຼັງຈາກທີ່ຖືກຕຳດ້ວຍຍານອະວະກາດ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ