ກອງທັບທະຫານມຽນມາໃຊ້ເຮືອບິນຮົບບຸກໂຈມຕີໂຮງຮຽນ ສົ່ງຜົນໃຫ້ເດັກເສຍຊີວິດຈໍານວນ 11 ຄົນ ແລະ ສູນຫາຍອີກຫຼາຍຄົນ

ກອງທັບທະຫານ

ກອງທັບທະຫານ

ອ້າງອີງຕາມການລາຍງານຂອງສຳນັກຂ່າວ BBC ເມື່ອວັນທີ 20 ກັນຍາ 2022 ທີ່ໄດ້ລະບຸວ່າອົງການ ຢູນິເຊບ (UNICEF) ອອກມາເປີດເຜີຍວ່າ ທະຫານ ແລະ ເຮືອບິນເຮລິຄອບເຕີຕິດອາວຸດຂອງກອງທັບມຽນມາ ໄດ້ກໍ່ເຫດໂດຍການບຸກຍິງປືນເຂົ້າໃສ່ໂຮງຮຽນແຫ່ງໜຶ່ງ ໃນບ້ານ Let Yet Kone ໃນເຂດຊະໄກ ເຊິ່ງຕັ້ງຢູ່ທາງພາກເໜືອຂອງມຽນມາ ເປັນເຫດໃຫ້ມີເດັກນ້ອຍນັກຮຽນຕັ້ງແຕ່ອະນຸບານຈົນເຖິງໄວໜຸ່ມເຍົາວະຊົນເສຍຊີວິດຢ່າງໜ້ອຍ 11 ຄົນ ແລະ ສູນຫາຍອີກ 15 ຄົນ ໂດຍເຫດການນີ້ເກີດຂຶ້ນເມື່ອວັນສຸກທີ 16 ກັນຍາ 2022 ທີ່ຜ່ານມາ.

ກອງທັບທະຫານ

ອົງການ ຢູນິເຊບ ລະບຸວ່າເດັກກຸ່ມນີ້ເສຍຊີວິດຈາກການໂຈມຕີທາງອາກາດໂດຍບໍ່ສົນໃຈວ່າຈະເປັນເດັກຫຼືຜູ້ໃຫຍ່ ພ້ອມນັ້ນຍັງໄດ້ຮຽກຮ້ອງໃຫ້ກອງທັບມຽນມາປ່ອຍຕົວເດັກທີ່ຫາຍຕົວໄປທັງ 15 ຄົນທັນທີ “ໂຮງຮຽນຕ້ອງປອດໄພ ເດັກຕ້ອງບໍ່ຖືກໂຈມຕີ”  ຢູນິເຊບ ກ່າວ.

ໃນສ່ວນຂອງທ່າທີຂອງກອງທັບມຽນມາກໍໄດ້ອອກມາອ້າງວ່າ ກອງທັບໂຈມຕີກຸ່ມກະບົດທີ່ໃຊ້ສະຖານທີ່ແຫ່ງນີ້ ເປັນບ່ອນເຊື່ອງຕົວ ດັ່ງນັ້ນຈຶ່ງໄດ້ໃຊ້ກໍາລັງໂຈມຕີທາງອາກາດເພື່ອກໍາຈັດກຸ່ມກະບົດເຫຼົ່ານັ້ນ.

ກອງທັບທະຫານ

ຢ່າງໃດກໍດີ ຫຼັງຈາກເກີດເຫດການກໍໄດ້ມີການເຜີຍແຜ່ຮູບສະຖານທີ່ເກີດດັ່ງກ່າວທົ່ວອິນເຕີເນັດ ເຊິ່ງສະແດງໃຫ້ເຫັນອາຄານໂຮງຮຽນທີ່ເຕັມໄປດ້ວຍຮອຍລູກປືນ ແລະ ຮອຍເລືອດ ໂດຍ BBC Myanmar ບອກອີກວ່າ ຮ່າງຂອງເດັກທີ່ເສຍຊີວິດສ່ວນໃຫຍ່ ແມ່ນຖືກທາງທະຫານມຽນມານຳກັບໄປນຳ ນອກຈາກນີ້ຍັງມີລາຍງານວ່າມີຜູ້ເສຍຊີວິດໃນບ້ານທີ່ເກີດເຫດທີ່ເປັນຜູ້ໃຫຍ່ອີກ 6 ຄົນ.

ກອງທັບທະຫານ

ທັງນີ້ ຕັ້ງແຕ່ກອງທັບມຽນມາໄດ້ເຮັດການລັດຖະປະຫານໂຄ່ນລົ້ມອໍານາດຂອງລັດຖະບານຂອງ ອອງຊານ ຊູຈີ ເມື່ອປີ 2021 ພົບວ່າມີຜູ້ຖືກສັງຫານຈາກເຈົ້າໜ້າທີ່ຄວາມໝັ້ນຄົງຂອງກອງທັບທະຫານແລ້ວຫຼາຍກວ່າ 1,500 ຄົນ ແລະ ໃນປີ 2022 ການຕໍ່ສູ້ລະຫວ່າງກອງທັບມຽນມາ ກັບ ກຸ່ມຕໍ່ຕ້ານແມ່ນຍິ່ງທະວີຄວາມຮຸນແຮງຂຶ້ນ ຈົນນັກວິເຄາະເຊື່ອວ່າກໍາລັງເກີດສົງຄາມກາງເມືອງ ພ້ອມນີ້ລັດຖະບານມຽນມາຕ້ອງປະເຊີນການຕໍ່ຕ້ານຢ່າງໜັກຈາກ “ກອງກໍາລັງພິທັກປະຊາຊົນ” (PDF) ທີ່ກໍາລັງເຄື່ອນໄຫວຢູ່ໃນພື້ນທີ່ຕ່າງໆ ໃນຂະນະນີ້.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ