ແມ່ຕູ້ຊາວຍີ່ປຸ່ນບໍ່ໄດ້ຈ່າຍຄ່າໄຟຟ້າມາ 10 ປີ ເພາະຜະລິດໄຟຟ້າເອງຈາກແຜງໂຊລາເຊລ-ລົດຖີບປັ່ນໄຟຟ້າ

ແມ່ຕູ້

ຖ້າຫາກມື້ໃດມື້ໜຶ່ງຄ່າໄຟຟ້າທີ່ເຮົາຈ່າຍປົກກະຕິແຕ່ລະເດືອນ ມັນເພີ່ມຂຶ້ນສູງແບບຫຼາຍເທົ່າຕົວເຮົາຈະມີວິທີແກ້ແນວໃດ? ເຊິ່ງບາງຄົນອາດເຮັດຕາມຄໍາແນະນຳຂອງໜ່ວຍງານອົງກອນຕ່າງໆ ເຊັ່ນ ປິດເຄື່ອງໃຊ້ໄຟຟ້າທຸກຢ່າງເມື່ອບໍ່ໃຊ້, ເລືອກອຸປະກອນທີ່ປະຢັດໄຟ, ຖອດປັກສຽບທຸກຄັ້ງເມື່ອບໍ່ໄດ້ໃຊ້ງານ ແລະ ວິທີອື່ນໆ… ແຕ່ສຳລັບ ຊິຄາໂກະ ຟູຈິ (Chikako Fuji) ແມ່ຕູ້ອາຍຸ 62 ປີ ຄົນນີ້ແມ່ນຄົນໜຶ່ງທີ່ສາມາດຫຼີກເວັ້ນຄ່າໄຟຟ້າທີ່ແພງໄດ້ຢ່າງສະຫຼາດ ເພາະລາວນຳໃຊ້ໄຟຟ້າທີ່ລາວຜະລິດເອງມາເປັນໄລຍະເວລາກວ່າ 10 ປີແລ້ວ.

ຊິຄາໂກະ ຟູຈິ ເປັນຊາວຍີ່ປຸ່ນທີ່ອາໄສຢູ່ນະຄອນໂຕກຽວ ໄດ້ເປີດເຜີຍກັບສື່ວ່າຕະຫຼອດໄລຍະເວລາ 10 ປີທີ່່ຜ່ານມານີ້ ລາວຜະລິດໄຟຟ້າໃຊ້ເອງຈາກແຜງໂຊລາເຊລຕິດຕັ້ງໄວ້ເທິງລະບຽງຫ້ອງ ແລະ ລົດຖີບປັ່ນໄຟ ທີ່ສາມາດເຮັດໃຫ້ລາວອອກກໍາລັງກາຍໄປພ້ອມໆ ກັບການຜະລິດໄຟຟ້າ ເຊິ່ງນັ້ນມັນເຮັດໃຫ້ລາວໄດ້ປະໂຫຍດທັງ 2 ຢ່າງເລີຍ.

ຊິຄາໂກະ ເລົ່າວ່າມື້ໃດທີ່ມີຟ້າມືດແລ້ວບໍ່ມີແສງແດດ ລາວຈະປັ່ນລົດຖີບເປັນເວລາ 10 ນາທີ ເພື່ອຜະລິດພະລັງງານປະມານ 10 ວັດ ເຊິ່ງນັ້ນມັນກໍພຽງພໍກັບການໃຊ້ງານດອກໄຟໜຶ່ງດອກທີ່ສາມາດຢູ່ດົນໄດ້ເຖິງ 3 ຊົ່ວໂມງ ແຕ່ຖ້າຫາກວ່າມື້ໃດມີແດດແຮງ ຊິຄາໂກະ ບອກວ່າຕົນຈະນໍາແຜງໂຊລາເຊລ (ພະລັງງານດວງຕາເວັນ) 4 ແຜງມາຕິດຕັ້ງໄວ້ບ່ອນທີ່ມີແສງແດດແລະມັນສາມາດຜະລິດໄຟຟ້າໄດ້ 1.000 ວັດ ເຊິ່ງນັ້ນມັນເຮັດໃຫ້ພຽງພໍຕໍ່ການໃຊ້ງານ 2-3 ມື້ ເພາະພາຍໃນເຮືອນຂອງລາວບໍ່ມີເຄື່ອງໃຊ້ໄຟຟ້າຢ່າງ ໂທລະພາບ, ຕູ້ຊັກເຄື່ອງ, ເຄື່ອງປັບອາກາດ ແລະ ເຄື່ອງດູດຝຸ່ນ.

ແມ່ຕູ້

ໃນສ່ວນຂອງວິທີປຸງແຕ່ງອາຫານ ຊິຄາໂກະ ບອກວ່າໃນມື້ທີ່ແດດແຮງລາວຈະນໍາພວກ ປາ ຫຼື ເອິກໄກ່ໄປໃສ່ໃນໝໍ້ສີດໍາແລ້ວນໍາມັນໄປຖິ້ມໄວ້ລະບຽງ, ຕາກແດດໄວ້ປະມານ 1-2 ຊົ່ວໂມງເພື່ອເຮັດໃຫ້ມັນສຸກ ແທນການໃຊ້ເຕົາ. ແຕ່ຖ້າຫາກຕ້ອງຫຸງເຂົ້າ ຫຼື ເຮັດເຂົ້າໜົມ ລາວກໍຈະຕ້ອງໄປໃຊ້ເຕົາແສງອາທິດ ເຊິ່ງບາງຄັ້ງລາວກໍໃຊ້ທຽນໃນການອຸ່ນອາຫານພ້ອມ.

ແມ່ຕູ້

ສຳລັບຄົນອື່ນອາດຈະເວົ້າໄດ້ວ່າ ຊິຄາໂກະ ຜູ້ນີ້ເປັນຄົນທີ່ມີວິຖີຊີວິດແບບງ່າຍໆ ແຕ່ລາວເຜີຍວ່າ ລາວພຽງເຮັດໃນສິ່ງທີ່ຮູ້ສຶກວ່າມ່ວນ ແລະເຮັດໄດ້ແບບຍືນຍົງ ເຊິ່ງສະໄຕລ໌ການໃຊ້ຊີວິດແບບນີ້ຂອງ ຊິຄາໂກະ ແມ່ນເກີດຂຶ້ນຫຼັງຈາກເຫດການແຜ່ນດິນໄຫວໃນຍີ່ປຸ່ນເມື່ອປີ 2011 ເຊິ່ງນັ້ນມັນເຮັດໃຫ້ເກີດບັນຫາໄຟດັບຢູ່ຫຼາຍຄັ້ງ.

ແມ່ຕູ້

ຢ່າງໃດກໍຕາມ ເຖິງວ່າຈະນໍາໃຊ້ວິທີນີ້ໄດ້ດີ ແຕ່ຊິຄາໂກະກໍພົບບັນຫາຄື ອາຍຸທີ່ຫຼາຍ ແລະ ອາກາດທີ່ຮ້ອນຂຶ້ນ ເຊິ່ງນັ້ນເຮັດໃຫ້ລາວຄິດທີ່ຈະລົ້ມເລີກການໃຊ້ຊີວິດແບບນີ້ແລ້ວ ແຕ່ຖ້າຫາກໃນອະນາຄົດລາວຕ້ອງກັບໄປໃຊ້ຊີວິດແບບເກົ່າອີກ ຊິຄາໂກະ ກໍຕັ້ງໃຈວ່າຈະໃຊ້ພະລັງງານແສງຕາເວັນໃນການເຮັດອາຫານຕໍ່ໄປ.

ແມ່ຕູ້

ເອີ້ນໄດ້ວ່າເປັນໄອເດຍໜຶ່ງໃນການປະຢັດໄຟຟ້າໄດ້ດີສຸດໆ ເລີຍ  ເພາະນອກຈາກບໍ່ເສຍເງິນຈ່າຍຄ່າໄຟ ແລະຍັງສາມາດເປັນສ່ວນໜຶ່ງໃນຮັກສາສິ່ງແວດລ້ອມໄດ້ອີກພ້ອມ ເຫັນແບບນີ້ແລ້ວວິທີນີ້ຄືຈະເໝາະກັບປະເທດລາວເຮົາທີ່ມີແສງແດດຮ້ອນແຮງ ເພາະສາມາດນໍາໄປຕໍ່ຍອດໃນຂົງເຂດອື່ນໆ ໄດ້ດີເລີຍ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ