ອາຖັນ 7 ປີ ຂອງ Jürgen Klopp ກັບຟອມທີ່ຍັງບໍ່ດີ ຂອງ Liverpool

ອາຖັນ 7 ປີ

ທຸກຄົນເຄີຍໄດ້ຍິນຄຳວ່າ The seven-year itch ຫຼື ອາຖັນ 7 ປີ ຈຳຕ້ອງຈາກ ບໍ່? ແລະ ຮູ້ຫຼືບໍ່ວ່າ ໃນວົງການບານເຕະ ມີຄູເຝິກຊາວ ເຢຍລະມັນຊື່ດັງຄົນໜຶ່ງທີ່ ຕ້ອງພໍ້ກັບຄຳເວົ້ານີ້ເຖິງ 2 ຄັ້ງ 2 ຄາວ ນັ້ນກໍຄື ເຈີເກັນ ຄັອບ ຄູເຝິກຄົນເກັ່ງຂອງ ລິເວີ້ພູລ ທີ່ມີສະຖິຕິ ຄຸມທີມສູງສຸດໄດ້ພຽງ 7 ປີ.

ເນື່ອງຈາກວ່າ ຜົນງານທີ່ບໍ່ຄ່ອຍດີຂອງ ລິເວີ້ພູລ ບວກກັບປີນີ້ ເປັນປີທີ 7 ຂອງ ເຈີເກັນ ຄັອບ ໃນການຄຸມທີມ ລິເວີ້ພູລ ແຟນບານຫຼາຍຄົນຈຶ່ງໄດ້ມີການກ່າວເຖິງ ອາຖັນປີທີ 7 ຂອງ ເຈີເກັນ ຄັອບ ວ່າປີນີ້ອາດຈະເປັນປີ ສຸດທ້າຍຂອງ ເຈີເກັນ ຄັອບ ແລ້ວຫຼືບໍ່.

ຢ້ອນກັບໄປເມື່ອ ເດືອນກຸມພາ ຕົ້ນປີ 2001 ມາຍ 05 (Mainz 05) ທີມໃນລີກ ບຸນເດສລີກາ 2 ຂອງເຢຍລະມັນ ໄດ້ມີການແຕ່ງຕັ້ງຄູເຝິກໜຸ່ມຂຶ້ນມາກາງລະດູການ ເຊິ່ງຄົນນັ້ນກໍຄື ເຈີເກັນ ຄັອບ. ໃນຕອນນັ້ນ ມາຍ 05 ຍັງເປັນພຽງທີມນ້ອຍໆຂອງ ເຢຍລະມັນ ແຕ່ ເຈີເກັນ ຄັອບ ນັ້ນໃຊ້ເວລາພຽງ 2 ລະດູການເທົ່ານັ້ນ ໃນການພາ ມາຍ 05 ເລື່ຶອນຊັ້ນຂຶ້ນມາ ບຸນເດສລີກາ.

ອາຖັນ 7 ປີ

ລະດູການ 2004-05 ເຖິງແມ່ນວ່າຈະເປັນລະດູການທຳອິດຂອງ ມາຍ 05 ແລະ ເຈີເກັນ ຄັອບ ໃນເວທີ ບຸນເດສລີກາ ແຕ່ສຸດທ້າຍ ເຈີເກັນ ຄັອບ ກໍພາທີມນ້ອຍໆທີມນີ້ຈົບລະດູການເປັນທີ 11 ຂອງຕາຕະລາງຄະແນນ ແລະ ດ້ວຍວິທີການຫຼິ້ນທີ່ໜ້າຕື່ນຕາຕື່ນໃຈ ຈຶ່ງກາຍເປັນທີ່ເວົ້າເຖິງໃນວົງການເຢຍລະມັນ ໄປເລີຍໃນໄລຍະນັ້ນ.

ຕໍ່ມາ ໃນລະດູການ 2005-06 ເຈີເກັນ ຄັອບ ແລະ ມາຍ 05 ຍັງສືບຕໍ່ເຮັດຜົນງານໄດ້ດີ ແລະ ຈົບລະດູການ ໂດຍການເປັນອັນດັບທີ 11 ຂອງຕາລາງໄດ້ 2 ປີ ຊ້ອນ. ແຕ່ຮູ້ບໍ່ວ່າ ລະດູການນີ້ ເປັນລະດູການສຸດທ້າຍແລ້ວ ສຳລັບ ເຈີເກັນ ຄັອບ ແລະ ມາຍ 05 ເພາະໃນລະດູການຕໍ່ມາ ກໍຄື ລະດູການ 2006-07 ພວກເຂົາຈົບລະດູການເປັນທີ 16 ຂອງຕາຕະລາງ ເຮັດໃຫ້ພວກເຂົາຕ້ອງຕົກຊັ້ນກັບໄປຫຼິ້ນຢູ່ ລີກ ບຸນເດສລີກາ 2 ຄືເກົ່າ.

ອາຖັນ 7 ປີ

ລະດູການ 2007-08 ເຈີເກັນ ຄັອບ ນັ້ນພະຍາຍາມຢ່າງສຸດສີມືໃນການພາ ມາຍ 05 ເລື່ອນຊັ້ນກັບຄືນມາ ແຕ່ກໍບໍ່ສຳເລັດ. ຈົນສຸດທ້າຍ ເຈີເກັນ ຄັອບ ນັ້ນຈຳຕ້ອງຈາກກັນກັບ ມາຍ 05 ເພື່ອຄວາມກ້າວໜ້າຂອງທັງ 2. ລວມອາຍຸການຄຸມທີມໄດ້ 7 ປີກັບ 4 ເດືອນ.

ເຈີເກັນ ຄັອບ ເລີ່ມຕົ້ນທາງເສັ້ນໃໝ່ ກັບທີມ ບູຣັດເຊຍ ດອດມູນ ເຊິ່ງເປັນທີມຊັ້ນນຳໃນ ບຸນເດສລີກາ ໃນລະດູການ 2008-09. ເຈີເກັນ ຄັອບ ໃຊ້ເວລາ ພຽງລະດູການດຽວໃນການສ້າງທີມ ກ່ອນທີ່ຈະພາ ດອດມູນ ຍາດແຊ້ມ ບຸນເດສລີກາ ມາຈາກ ບາເຍີນມິວນິກ ທີ່ເປັນຂາປະຈຳຄວ້າແຊ້ມນີ້ມາຕະຫຼອດ ໃນລະດູການ 2010-11 ໄດ້ ແລະ ປ້ອງກັນແຊ້ມໄດ້ອີກໃນລະດູການ 2011-12.

ອາຖັນ 7 ປີ

ດອດມູນ ໃນມືຂອງ ເຈີເກັນ ຄັອບ ນັ້ນຜົນງານຮ້ອນແຮງຢ່າງຕໍ່ເນື່ອງ ຈົນສາມາດລຸຍເຂົ້າໄປຮອດຮອບຊິງ ຢູຟ່າ ແຊ້ມປ້ຽນລີກ ໃນລະດູການ 2012-13. ແຕ່ນັ້ນກໍເບິ່ງຄືວ່າ ເວລາດີໆຂອງ ເຈີເກັນ ຄັອບ ແລະ ດອດມູນ ຈະຢຸດໄວ້ພຽງແຕ່ເທົ່ານີ້ ເພາະຫຼັງຈາກນັ້ນ ຜົນງານຂອງ ດອດມູນ ແລະ ເຈີເກັນ ຄັອບ ກໍນັບມື້ນັບຖອຍຫຼັງລົງ.

ອາຖັນ 7 ປີ

ຈົນມາຮອດ ລະດູການ 2014-15 ກໍມາຮອດຈຸດອີ່ມຕົວຂອງ ເຈີເກັນ ຄັອບ ກັບ ດອດມູນ. ເດືອນ ເມສາ 2015 ເຈີເກັນ ຄັອບ ຮັບຜິດຊອບຜົນງານທີ່ບໍ່ຄ່ອຍດີ ໂດຍການປະກາດແຍກທາງກັບ ດອດມູນລ່ວງໜ້າກ່ອນຈົບລະດູການ. ລວມອາຍຸການຄຸມທີມດອດມູນໄດ້ 7 ປີ ກັບອີກ 1 ເດືອນ.

ຈົນຫຼ້າສຸດ ເຈີເກັນຄັອບ ຍ້າຍມາລຸຍ ພຣີເມຍລີກ ກັບ ລິເວີ້ພລູ ໃນເດືອນ ຕຸລາ 2015 (ເຂົ້າມາຄຸມທີມແທນ ເບັນດອນ ຣັອດເຈີ) ແລະ ໃຊ້ເວລາສ້າງທີມໄລຍະໜຶ່ງ ກ່ອນທີ່ລະດູການ 2018-19 ເຈີ ເກັນຄັອບ ຈະພາ ລິເວີ້ພລູ ກັບມາຍິ່ງໃຫຍ່ໃນເວທີຢູໂຣບອີກເທື່ອໜຶ່ງ ໂດຍການຄວ້າແຊ້ມ ຢູຟ່າ ແຊ້ມປ້ຽນລີກ ເປັນສະໄໝທີ 6 ຂອງສະໂມສອນໄດ້ສຳເລັດ.

ອາຖັນ 7 ປີ

ຕໍ່ມາໃນລະດູການ 2019-20 ເຈີເກັນ ຄັອບ ໄດ້ເຮັດໃຫ້ ແຟນ ລິເວີ້ພູລ ຫຼາຍລ້ານຄົນຍິ້ມບໍ່ຫຸບໄປຫຼາຍມື້ ໂດຍການາ ລິເວີ້ພູລ ຄວ້າແຊ້ມ ພລີເມຍລີກ ໄດ້ໃນຮອບ 30 ປີ ສ້າງປະຫວັດສາດໜ້າໃໝ່ໃຫ້ກັບສະໂມສອນໄດ້ສຳເລັດ.

ອາຖັນ 7 ປີ

ໃນລະດູການ 2021-22 ທີ່ຫາກໍຜ່ານມານີ້ ລິເວີ້ພູລ ກໍເຮັດຜົນງານໄດ້ຢ່າງໂດດເດັ່ນເຊັ່ນດຽວກັນ ໂດຍການຄວ້າ 3 ແຊ້ມ ໃນປະເທດ ແລະ ຍັງເຂົ້າໄປຮອດຮອບຊີງຊະນະເລີດ ໃນລາຍການຢູຟ່າ ແຊ້ມປ້ຽນລີກ ແຕ່ໜ້າເສຍດາຍ ທີ່ບໍ່ສາມາດຄວ້າແຊ້ມມາໄດ້. ກ່ອນທີ່ຜົນງານຈະເລີ່ມຕົກລົງ ໃນໄລຍະ ເລີ່ມຕົ້ນ ຂອງລະດູການ 2022-23 ນີ້ ບວກກັບ ເດືອນຕຸລາ 2022 ນີ້ ຈະຄົບຮອບ 7 ປີ ຂອງການຄຸມ ລິເວີ້ພູລ ພໍດີ.

ຜ່ານການຄຸມທັງ 3 ທີມຂອງ ເຈີເກັນ ຄັອບ ເຮົາສັງເກດເຫັນວ່າ ເຈີເກັນ ຄັອບ ຈະສາມາດພາທີມຢືນຢູ່ຈຸດສູງສຸດໄດ້ປະມານ 3 ປີ ກ່ອນຈະລາອອກຈາກທີມນັ້ນໄປ ເຊັ່ນ: ສະໄໝຄຸມ ມາຍ 05 ນັ້ນ ພາທີມເລື່ອນຊັ້ນຂຶ້ນມາ ແລະ ພາທີມຈົບເປັນອັນດັບ 11 ສອງປີຊ້ອນ ກ່ອນຜົນງານຈະບໍ່ຄ່ອຍດີ ແລ້ວອຳລາທີມໄປ.

ອາຖັນ 7 ປີ

ສະໄໝຄຸມ ບູຣັດເຊຍ ດອດມູນ  ເຈີກັນຄັອບ ພາທີມຄວ້າແຊ້ມ ບຸນເດສລີກາ 2 ປີຊ້ອນ ແລະ ພາດອດມູນເຂົ້າຊິງຊະນະເລີດ ຢູຟ່າ ແຊ້ມປ້ຽນລີກ ກ່ອນຜົນງານຂອງທີມຈະເລີ່ມຕົກລົງ ແລ້ວຈຶ່ງອຳລາທີມໄປ.

ສະໄໝມາຄຸມ ລິເວີ້ພູລ ເຈີເກັນ ຄັອບ ທີມຄວ້າແຊ້ມ ຢູຟ່າ ແຊ້ມປ້ຽນລີກ ຕໍ່ມາກໍພາ ລິເວີ້ພູລ ຄວ້າແຊ້ມ ພຣີເມຍລີກ ແລະ ລະດູການຫຼ້າສຸດຄວ້າ 3 ແຊ້ມ ໃນປະເທດ. ກ່ອນທີ່ ຈະເລີ່ມລະດູການທີ 7 ຂອງຕົນເອງກັບ ລິເວີ້ພູລ ໄດ້ບໍ່ດີປານໃດ.

ປັດຈຸບັນ ລິເວີພູລ ລົງແຂ່ງໃນ ພຣີເມຍລີກ ໄປ ແລ້ວ 6 ນັດ ແຕ່ ເກັບໄຊໄປໄດ້ພຽງ 2 ນັດ ທີ 9 ຄະແນນ ແລະ ຕົກເປັນອັນ 8 ຂອງຕາຕະລາງຄະແນນ ຕາມຫຼັງ ອັນດັບ 1 ຢ່າງ ອາເຊນອລ ເຖິງ 9 ຄະແນນ.

ອາຖັນ 7 ປີ

ສຸດທ້າຍແລ້ວ ເລື່ອງທີ່ເລົ່າມາທັງໝົດກໍເປັນພຽງອະດີດທີ່ຜ່ານມາແລ້ວ ອະນາຄົດຈະເປັນແນວນັ້ນບໍ່ມີໃຜບອກໄດ້. ແຕ່ເຊື່ອໄດ້ວ່າທັງເລື່ອງ ອາຖັນ 7 ປີ ຫຼື ເລື່ອງທີ່ພາທີມໄປສູ່ຈຸດສູງສຸດ 3 ປີ ຈະຊ່ວຍໃຫ້ແຟນ ລິເວີ້ພູລ ແລະ ແຟນໆຂອງ ເຈີເກັນ ຄັອບ ເບິ່ງບານເຕະໄດ້ມ່ວນຂຶ້ນແນ່ນອນ. ເຮົາມາລຸ້ນນຳກັນວ່າ ອາຖັນປີທີ 7 ຂອງ ເຈີເກັນ ຄັອບ ນັ້ນຈະເກີດຂຶ້ນອີກຫຼືບໍ່.

ຂອບໃຈຂໍ້ມູນຈາກ: https://cutt.ly/FVWyVKg

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ