ຜົນການສຶກສາເຜີຍ ປຸ່ມ Dislike ແລະ Not interested ໃນ YouTube ເກືອບຈະບໍ່ໄດ້ຊ່ວຍຄັດເນື້ອຫາທີ່ເຮົາບໍ່ສົນໃຈອອກໄປເລີຍ

Dislike

ປົກກະຕິແລ້ວຕອນທີ່ເຮົາເລື່ອນເບິ່ງວິດີໂອໃນ YouTube ແລ້ວຮູ້ສຶກບໍ່ມັກ ຫຼື ບໍ່ສົນໃຈເຮົາກໍຈະກົດປຸ່ມ Dislike ຫຼື not interested ເພື່ອໃຫ້ລະບົບຂອງ YouTube ຄັດອອກໄປຈາກໜ້າຫຼັກຂອງ YouTube ເຮົາ ແຕ່ຮູ້ບໍ່ວ່າການເຮັດແບບນັ້ນເກືອບຈະບໍ່ໄດ້ຊ່ວຍຫຍັງເລີຍ ເພາະໄດ້ມີຜົນການສຶກສາໃໝ່ທີ່ໄດ້ລະບຸວ່າ ປຸ່ມ Dislike ແລະ not interested ໃນ YouTube ເກືອບຈະບໍ່ໄດ້ຊ່ວຍຄັດຄອນເທັ້ນທີ່ເຮົາບໍ່ຕ້ອງການອອກໄປຕາມທີ່ຄົນທົ່ວໄປຄິດ.

Dislike

ນັກວິໄຈຈາກ Mozilla (ໂຄງການບໍ່ສະແດງຫາຜົນກໍາໄລໂດຍມີໜ້າທີ່ຮວບຮວມນັກຂຽນໂປຣແກຣມທີ່ມີຫົວຄິດສ້າງສັນທົ່ວອິນເຕີເນັດ) ໄດ້ອອກມາເປີດເຜີຍຜົນການສຶກສາຂອງພວກເຂົາໂດຍລະບຸວ່າ ໄດ້ໃຊ້ຂໍ້ມູນກ່ຽວກັບຄລິບວິດີໂອແນະນໍາຈາກຜູ້ໃຊ້ YouTube ກວ່າ 20.000 ຄົນ ແລະ ພົບວ່າປຸ່ມທີ່ສະແດງການບໍ່ຕ້ອງການເຫັນ ຫຼື ບໍ່ພໍໃຈໃນຄອນເທັ້ນຂອງຜູ້ໃຊ້ ເຊັ່ນ ປຸ່ມ Dislike’, ‘not interested’, ‘stop recommending channel’ ຫຼື  ‘remove from watch history’ ໃນ YouTube ແມ່ນເກືອບຈະບໍ່ປ້ອງກັນຫຼືຄັດເນື້ອຫາທີ່ຜູ້ໃຊ້ບໍ່ຕ້ອງການເບິ່ງໃຫ້ອອກໄປໄດ້ເທົ່າທີ່ຄວນ. ໃນກໍລະນີທີ່ດີທີ່ສຸດຂອງບັນດາປຸ່ມທີ່ກ່າວມາໃນເບື້ອງຕົ້ນ ແມ່ນຈະສາມາດປ້ອງກັນຄອນເທັ້ນທີ່ກ່ຽວຂ້ອງໄດ້ປະມານເຄິ່ງໜຶ່ງຂອງເນື້ອຫາທີ່ຜູ້ໃຊ້ບໍ່ຄ້ອງການເຫັນ ແລະ ໃນກໍລະນີທີ່ກົງກັນຂ້າມກໍຄືມັນເກືອບຈະບໍ່ຊ່ວຍຄັດຄອນເທັ້ນທີ່ບໍ່ຕ້ອງການອອກໄປເລີຍ.

Dislike

ແລະໃນການທົດລອງຄັ້ງນີ້ ທາງ  Mozilla ໄດ້ແບ່ງກຸ່ມອາສາສະໝັກທີ່ເຂົ້າຮ່ວມການສຶກສາອອກເປັນກຸ່ມໆ ເຊັ່ນ: ກຸ່ມທີ່ກົດ Dislike (ບໍ່ມັກ), ກຸ່ມທີ່ກົດ Not interested (ບໍ່ສົນໃຈ) ຫຼື ກຸ່ມທີ່ກົດ Don’t recommend channel (ຢ່າແນະນຳຊ່ອງນີ້) ຈາກນັ້ນຈຶ່ງນໍາຄອນເທັນແນະນຳມາປຽບທຽບກັບກຸ່ມຄວບຄຸມທີ່ຜູ້ໃຊ້ຈະບໍ່ສົ່ງ feedback ໃດໆ ກັບໄປທີ່ YouTube.

Dislike

ເຊິ່ງຜົນທີ່ໄດ້ຈາກການປຽບທຽບມີຄວາມແຕກຕ່າງດັ່ງນີ້:

  • ກຸ່ມທີ່ກົດ Dislike (ບໍ່ມັກ) ແລະ ກຸ່ມທີ່ກົດ Not interested (ບໍ່ສົນໃຈ): ປ້ອງກັນສະແດງເນື້ອຫາແນະນຳທີ່ບໍ່ຕ້ອງການໄດ້ປະມານ 11-12%
  • ກຸ່ມທີ່ກົດ Don’t recommend channel (ຢ່າແນະນຳຊ່ອງນີ້): ປ້ອງກັນສະແດງເນື້ອຫາທີ່ບໍ່ຕ້ອງການໄດ້ປະມານ 43%
  • ກຸ່ມທີ່ກົດ Remove from history (ລຶບປະຫວັດການເບິ່ງ): ປ້ອງກັນການແນະນຳທີ່ບໍ່ຕ້ອງການໄດ້ປະມານ 29%
Dislike

ທັງນີ້ ເຖິງວ່ານັກວິໄຈຈະໃຫ້ຄວາມເຫັນວ່າ YouTube ຄວນເຄົາລົບການຕັດສິນໃຈຂອງຜູ້ໃຊ້ ແລະຄວນໃສ່ໃຈກັບຜົນຕອບຮັບທີ່ YouTube ໄດ້ຮັບຜ່ານປຸ່ມຕ່າງໆ ທີ່ຜູ້ໃຊ້ໄດ້ສົ່ງສັນຍານໄປ ແຕ່ຕົວແທນຈາກ YouTube ກໍໄດ້ອອກເຜີຍວ່າ ການຄັດກອງເນື້ອຫາທີ່ຜູ້ໃຊ້ບໍ່ຕ້ອງການອອກພຽງບາງສ່ວນເປັນຄວາມຕັ້ງໃຈຂອງ YouTube ທີ່ຈະບໍ່ບລັອກເນື້ອຫາທັງໝົດທີ່ກ່ຽວຂ້ອງ ເພາະການຮັບເນື້ອຫາຫາປະເພດດຽວອາດເຮັດໃຫ້ເກີດສະຖານະການທີ່ເອີ້ນໄດ້ວ່າຫ້ອງສຽງສະທ້ອນ (Echo Chamber) ເຊິ່ງໝາຍເຖິງການທີ່ຜູ້ໃຊ້ຈະໄດ້ຮັບແຕ່ເນື້ອຫາຂໍ້ມູນ ແລະ ແນວຄິດແບບເກົ່າໆ ຈົນຜູ້ໃຊ້ຊຶມຊັບຄວາມຄິດພຽງດ້ານດຽວໂດຍບໍ່ໄດ້ຕັ້ງຕົວ.

ບົດຄວາມກ່ຽວກັບການວິໄຈສະບັບນີ້: https://cutt.ly/rVEb9fi

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ