ລັດຖະບານກຳເລັ່ງຮີບຮ້ອນແກ້ໄຂ ບັນຫາບໍລິການຝາກລົດ-ຈອດລົດ ຢູ່ສະຖານີລົດໄຟ ແລະ ຫຼາຍໆບັນຫາປາກົດການຫຍໍ້ທໍ້ໃນສັງຄົມ

ລັດຖະບານ

ທ່ານ ນາງ ທິບພະກອນ ຈັນທະວົງສາ, ຮອງລັດຖະມົນຕີ, ຮອງຫົວໜ້າ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ຜູ້ປະຕິບັດໜ້າທີ່ໂຄສົກລັດຖະບານ ຖະແຫຼງຕໍ່ສື່ມວນຊົນ ຕອນແລງວັນທີ 23 ກັນຍາ 2022 ທີ່ ຫ້ອງວ່າການ ສຳນັກງານນາຍົກລັດຖະມົນຕີ, ກ່ຽວກັບ ຜົນສໍາເລັດຂອງກອງປະຊຸມລັດຖະບານ ປະຈໍາເດືອນກັນຍາ 2022.

ທ່ານ ນາງ ທິບພະກອນ ຈັນທະວົງສາ ກ່າວວ່າ: ກອງປະຊຸມລັດຖະບານ ປະຈໍາເດືອນກັນຍາ 2022 ໄຂຂຶ້ນ ໃນຕອນເຊົ້າຂອງວັນທີ 22 ແລະ ອັດລົງວັນທີ 23 ກັນຍາ 2022 ທີ່ສຳນັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ພັນຄຳ ວິພາວັນ, ນາຍົກລັດຖະມົນຕີ; ມີບັນດາທ່ານຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ ແລະ ຜູ້ຕາງໜ້າຈາກບັນດາກະຊວງ ເຂົ້າຮ່ວມ, ກອງປະຊຸມຄັ້ງນີ້ ໄດ້ປຶກສາຫາລື, ຄົ້ນຄວ້າ, ຕົກລົງ ແລະ ມີທິດຊີ້ນຳ ຕໍ່ຫົວຂໍ້ທີ່ສໍາຄັນຕ່າງໆ ດັ່ງນີ້:

ວາລະທີ 1: ກອງປະຊຸມ ໄດ້ພິຈາລະນາ ແລະ ເຫັນດີດ້ານຫຼັກການຮັບຮອງ ເອົາບົດສະຫຼຸບການຈັດຕັ້ງປະຕິບັດວຽກງານພົ້ນເດັ່ນຂອງລັດຖະບານ ໃນເດືອນກັນຍາ ແລະ ແຜນການຈັດຕັ້ງປະຕິບັດວຽກງານຈຸດສຸມ ສຳລັບເດືອນຕຸລາ 2022 ໂດຍມອບໃຫ້ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ນຳໄປປັບປຸງຄືນ ຕາມຄຳເຫັນຂອງສະມາຊິກລັດຖະບານ ເປັນຕົ້ນ ວຽກງານທີ່ພົ້ນເດັ່ນ ແລະ ວຽກຈຸດສຸມຕໍ່ໜ້າ ໂດຍກໍານົດລະອຽດ, ຈະແຈ້ງ, ຄົບຖ້ວນ, ຄຽງຄູ່ກັນນັ້ນ ກໍໃຫ້ເນັ້ນມາດຕະການຈັດຕັ້ງປະຕິບັດ, ເພີ່ມທະວີຄວາມຮັບຜິດຊອບ, ຄວາມເປັນເຈົ້າການຂອງສະມາຊິກລັດຖະບານ ໃນການປະຕິບັດໜ້າທີ່ ຕາມຂອບເຂດສິດ, ພາລະບົດບາດ ຂອງຂະແໜງການຕົນ; ພ້ອມທັງ ເປັນເຈົ້າການໃນການປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ເພື່ອແກ້ໄຂບັນຫາທີ່ຕິດພັນກັບຂະແໜງການຕົນໃຫ້ຂາດຕົວ. ຖ້າຫາກບັນຫາໃດ ບໍ່ສາມາດຕົກລົງຮ່ວມກັນໄດ້ ຈຶ່ງສະເໜີຫາທ່ານ ຮອງນາຍົກລັດຖະມົນຕີ ແລະ ທ່ານ ນາຍົກລັດຖະມົນຕີ ເພື່ອພິຈາລະນາ ມີທິດຊີ້ນໍາ.

ວາລະທີ 2: ກອງປະຊຸມ ໄດ້ພິຈາລະນາ ແລະ ເຫັນດີດ້ານຫຼັກການຮັບຮອງ ບົດລາຍງານການກະກຽມຄວາມພ້ອມຮອບດ້ານ ໃຫ້ທ່ານນາຍົກລັດຖະມົນຕີ ທີ່ຈະເດີນທາງໄປເຄື່ອນໄຫວຢ້ຽມຢາມ ປະເທດສິງກະໂປ ຢ່າງເປັນທາງການ ແລະ ການກະກຽມຕ້ອນຮັບການມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ຂອງການນຳຂັ້ນສູງຈາກຕ່າງປະເທດ. ກອງປະຊຸມ ໄດ້ຊີ້ນໍາໃຫ້ກະຊວງການຕ່າງປະເທດ ປະສານສົມທົບກັບພາກສ່ວນກ່ຽວຂ້ອງ ເພື່ອຮັບປະກັນຄວາມພ້ອມຮອບດ້ານ. ສິ່ງສໍາຄັນ ແມ່ນໃຫ້ສາມາດຖອດຖອນບົດຮຽນ ແລະ ຜັນຂະຫຍາຍຜົນການພົບປະຂອງການນໍາຂັ້ນສູງ ເຂົ້າສູ່ວຽກງານຕົວຈິງ ທີ່ຕິດພັນກັບຂະແໜງການຕົນເອງ ໃຫ້ມີປະສິດທິຜົນ ແລະ ເປັນຮູບປະທໍາຕົວຈິງຫຼາຍຂຶ້ນ.

ວາລະທີ 3: ກອງປະຊຸມ ໄດ້ພິຈາລະນາຮ່າງບົດລາຍງານຄວາມຄືບໜ້າໃນການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ໄລຍະ 09 ເດືອນ, ທິດທາງ 03 ເດືອນ ທ້າຍປີ 2022 ແລະ ທິດທາງແຜນການປີ 2023 ແລະ ໄດ້ຊີ້ນໍາໃຫ້ກະຊວງແຜນການ ແລະ ການລົງທຶນ ເປັນໃຈກາງປະສານສົມທົບກັບ ກະຊວງການເງິນ ແລະທະນາຄານ ແຫ່ງ ສປປ ລາວ ປັບປຸງຮ່າງບົດລາຍງານ ແລະ ມີຄວາມເປັນເອກະພາບ ກ່ຽວກັບ ທັດສະນະໃນການຕີລາຄາຜົນສຳເລັດການຈັດຕັ້ງປະຕິບັດໃນໄລຍະຜ່ານມາ ບົນພື້ນຖານຄວາມເປັນຈິງ, ມີຄວາມເປັນເອກະພາບທາງດ້ານຄາດໝາຍ, ນະໂຍບາຍບູລິມະສິດ, ມາດຕະການ, ວິທີການ, ການແບ່ງຄວາມຮັບຜິດຊອບ ແລະ ກົນໄກການປະສານງານ ໃນການຈັດຕັ້ງປະຕິບັດ ແຜນດັ່ງກ່າວ. ຫຼັງຈາກນັ້ນ ໃຫ້ສົມທົບກັບຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ແລະ ສະຖາບັນຄົ້ນຄວ້າວິທະຍາສາດ, ເສດຖະກິດ-ສັງຄົມ ແຫ່ງຊາດ ຈັດສຳມະນາ ເພື່ອຄົ້ນຄວ້າປະກອບຄຳເຫັນຕໍ່ຮ່າງແຜນດັ່ງກ່າວ ບົນພື້ນຖານຫຼັກວິທະຍາສາດ, ສະພາບຕົວຈິງ ແລະ ບົດຮຽນຂອງຕ່າງປະເທດ.

ວາລະທີ 4: ກອງປະຊຸມ ໄດ້ພິຈາລະນາ ແລະ ເຫັນດີດ້ານຫຼັກການຮັບຮອງ ຍຸດທະສາດການຄຸ້ມຄອງການປ່ຽນແປງດິນຟ້າອາກາດແຫ່ງຊາດ ຮອດປີ 2030 ແລະ ຍຸດທະສາດການຄຸ້ມຄອງນໍ້າ ແລະ ຊັບພະຍາກອນນໍ້າ ແຫ່ງຊາດ ຮອດປີ 2030. ພ້ອມກັນນີ້, ໄດ້ຊີ້ນໍາໃຫ້ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເປັນໃຈກາງສົມທົບກັບ ກະຊວງພະລັງງານ ແລະ ບໍ່ແຮ່, ກະຊວງກະສິກຳ ແລະ ປ່າໄມ້ ແລະ ກະຊວງອຸດສາຫະກຳ ແລະ ການຄ້າ ນຳໄປປັບປຸງ ໃຫ້ມີເນື້ອໃນຄົບຖ້ວນສົມບູນ ແລ້ວນຳມາຜ່ານ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ເພື່ອຮຽບຮຽງຄືນໃຫ້ລະອຽດ ແລະ ສະເໜີທ່ານ ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນຳວຽກງານຂົງເຂດການປົກຄອງ, ວັດທະນະທຳ-ສັງຄົມ ເບິ່ງຕື່ມ ກ່ອນນໍາສະເໜີທ່ານ ນາຍົກລັດຖະມົນຕີ ພິຈາລະນາລົງລາຍເຊັນ.

ວາລະທີ 5: ກອງປະຊຸມ ໄດ້ພິຈາລະນາ ແລະ ເຫັນດີດ້ານຫຼັກການຮັບຮອງ ຍຸດທະສາດການຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ ຮອດປີ 2030 ແລະ ວິໄສທັດຮອດປີ 2040. ກອງປະຊຸມ ໄດ້ຊີ້ນໍາໃຫ້ກະຊວງກະສິກຳ ແລະ ປ່າໄມ້ ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ນຳໄປປັບປຸງ ແລະ ຮຽບຮຽງ ຮ່າງຍຸດທະສາດດັ່ງກ່າວ ໃຫ້ຄົບຖ້ວນສົມບູນ ຕາມການປະກອບຄຳເຫັນຂອງສະມາຊິກລັດຖະບານ ເປັນຕົ້ນ ໃຫ້ຕີລາຄາ ແລະ ປະເມີນສະພາບການຄຸ້ມຄອງ ແລະ ນໍາໃຊ້ດິນກະສິກໍາ ໃນໄລຍະຜ່ານມາ ໃຫ້ຊັດເຈນ, ຈະແຈ້ງ ເພື່ອເປັນຂໍ້ມູນພື້ນຖານ ໃນການກໍານົດແຜນຍຸດທະສາດ. ສິ່ງສໍາຄັນ ແມ່ນໃຫ້ກໍານົດແຈ້ງເຂດເນື້ອທີ່ດິນກະສິກໍາລວມທັງຄຳນິຍາມຂອງດິນກະສິກຳ, ກຳນົດມາດຕະການໃນການຄຸ້ມຄອງການນໍາໃຊ້ດິນ ເພື່ອບໍ່ໃຫ້ຫັນເນື້ອທີ່ດັ່ງກ່າວ ໄປໃນເປົ້າໝາຍອື່ນແບບຊະຊາຍ. ທັງນີ້ ເພື່ອຮັບປະກັນຄວາມໝັ້ນຄົງທາງດ້ານສະບຽງອາຫານ.

ວາລະທີ 6: ກອງປະຊຸມ ໄດ້ພິຈາລະນາບົດລາຍງານການຫັນເອົາຫົວໜ່ວຍວິຊາການ ທີ່ມີລາຍຮັບຈາກການຄຸ້ມຄອງບໍລິຫານ ໄປສູ່ການຄຸ້ມຄອງເປັນເຈົ້າການຕົນເອງ ທາງດ້ານການເງິນ ເທື່ອລະກ້າວ. ກອງປະຊຸມ ເຫັນດີໃຫ້ເຮັດທົດລອງຫົວໜ່ວຍວິຊາການຈຳນວນໜຶ່ງ ແຕ່ຕ້ອງມີຂໍ້ຕົກລົງຂອງ ນາຍົກລັດຖະມົນຕີ ເພື່ອກຳນົດຫຼັກການ, ເປົ້າໝາຍ ແລະ ວິທີການ, ສິດ ແລະ ພາລະບົດບາດຂອງບັນດາຫົວໜ່ວຍວິຊາການທີ່ຫັນໄປກຸ້ມຕົນເອງໃຫ້ລະອຽດ. ພ້ອມກັນນີ້ ໄດ້ຊີ້ນໍາໃຫ້ກະຊວງ ພາຍໃນ ສົມທົບກັບ ກະຊວງການເງິນ ແລະ ພາກສ່ວນທີ່ກ່ຽວຂ້ອງ ກວດກາຄືນບັນດານິຕິກໍາ ທີ່ກ່ຽວຂ້ອງ ແລະ ນິຕິກຳລຸ່ມກົດໝາຍ ມີອັນໃດແດ່ ທີ່ຕ້ອງໄດ້ປັບປຸງ ແລະ ມີອັນໃດທີ່ຕ້ອງສ້າງໃໝ່ ເພື່ອເປັນບ່ອນອີງ ແລະ ສາມາດຮອງຮັບໃຫ້ແກ່ການທົດລອງ ໃນການຫັນບັນດາຫົວໜ່ວຍວິຊາການຂອງລັດທີ່ມີລາຍຮັບ ເປັນເຈົ້າຕົນເອງທາງດ້ານການເງິນ ໃຫ້ເປັນຮູບປະທຳ.

ວາລະທີ 7: ກອງປະຊຸມຮັບຟັງການລາຍງານກ່ຽວກັບຜົນການຈັດຕັ້ງປະຕິບັດວຽກງານຈໍານວນໜຶ່ງ ຕາມທິດຊີ້ນໍາຂອງທ່ານນາຍົກລັດຖະມົນຕີ ໃນກອງປະຊຸມລັດຖະບານ ສະໄໝວິສາມັນ ປະຈໍາເດືອນກັນຍາ 2022 ທີ່ຜ່ານມາ ຄື:

1. ການອອກແບບແຜນແມ່ບົດ ແລະ ທິດທາງລວມໃນການພັດທະນາ, ນໍາໃຊ້ ພື້ນທີ່ 03 ກະຊວງ (ກະຊວງຍຸຕິທຳ, ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ກະຊວງ ກະສິກຳ ແລະ ປ່າໄມ້) ຕິດພັນກັບການອອກແບບສວນປະຕູໄຊພາກຂະຫຍາຍ ເຊິ່ງກອງປະຊຸມ ໃຫ້ນະຄອນຫຼວງວຽງຈັນສືບຕໍ່ອອກແບບແຜນຜັງ ໃຫ້ມີຢ່າງໜ້ອຍ 03 ທາງເລືອກ ໂດຍຊອກນັກວິສະວະກອນທີ່ເກັ່ງມາອອກແບບ ຫຼື ຈັດການແຂ່ງຂັນການອອກແບບແລ້ວຄັດຈ້ອນເອົາ. ຫຼັງຈາກນັ້ນ ຈຶ່ງນຳມາຜ່ານລັດຖະບານອີກຄັ້ງໜຶ່ງ ເພື່ອພິຈາລະນາ ເນື່ອງຈາກໂຄງການດັ່ງກ່າວເປັນໂຄງການທີ່ສຳຄັນຫຼາຍ ເຊິ່ງຈະເປັນສັນຍະລັກຂອງນະຄອນຫຼວງວຽງຈັນ ກໍຄືຂອງຊາດ.

2. ຜົນການກວດກາ ການປະຕິບັດນະໂຍບາຍການເຂົ້າ-ອອກຂອງແຮງງານລາວ ແລະ ຕ່າງປະເທດ ໃນປັດຈຸບັນໂດຍສົມທຽບກັບໃນໄລຍະມີການລະບາດຮ້າຍແຮງ ຂອງພະຍາດໂຄວິດ-19. ກອງປະຊຸມໄດ້ເຫັນດີໃຫ້ຍຸຕິການປະຕິບັດນະໂຍບາຍການເຂົ້າ-ອອກ ເມືອງຂອງແຮງງານລາວ ແລະ ຕ່າງປະເທດ ໃນໄລຍະທີ່ມີການລະບາດ ຂອງພະຍາດໂຄວິດ-19 ແລ້ວກ້າວເຂົ້າສູ່ການປະຕິບັດການເຂົ້າ-ອອກເມືອງ ແບບປົກກະຕິ ຕາມກົດໝາຍ ແລະ ລະບຽບການກ່ຽວຂ້ອງກໍານົດ ຄືກັນກັບເວລາທີ່ບໍ່ທັນມີການລະບາດຂອງພະຍາດໂຄວິດ-19. ພ້ອມກັນນັ້ນ ກໍໃຫ້ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ດັດສົມບໍລິສັດຈັດຫາງານຕື່ມ. ມອບໃຫ້ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ກະຊວງການຕ່າງປະເທດ, ກະຊວງປ້ອງກັນຄວາມສະຫງົບ ນຳເອົາເນື້ອໃນຈິດໃຈການຕົກລົງຂອງລັດຖະບານ ໄປອະທິບາຍ, ຊີ້ແຈງ ແລະ ເຜີຍແຜ່ໃຫ້ເປົ້າໝາຍກ່ຽວຂ້ອງເຂົ້າໃຈ ແລະ ປະຕິບັດຕາມການຕົກລົງຂອງລັດຖະບານ. ມອບໃຫ້ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ອອກແຈ້ງການສະເພາະຫົວຂໍ້ນີ້ຕື່ມ ເພື່ອເປັນບ່ອນອີງໃຫ້ຂະແໜງການກ່ຽວຂ້ອງຈັດຕັ້ງປະຕິບັດ.

3. ການລາຍງານຄວາມເປັນໄປໄດ້ໃນການຍົກຍ້າຍກົມກົງສູນໄປຢູ່ບ່ອນໃໝ່. ກອງປະຊຸມເຫັນວ່າ ເນື່ອງຈາກຍັງມີຄວາມຫຍຸ້ງຍາກໃນການຊອກສະຖານທີ່ບ່ອນໃໝ່ ແລະ ດ້ານງົບປະມານໃນການສ້າງສຳນັກງານໃໝ່ ຈຶ່ງເຫັນດີໃຫ້ຕັ້ງຢູ່ບ່ອນເກົ່າກ່ອນ, ແຕ່ມອບໃຫ້ກະຊວງການຕ່າງປະເທດເປັນໃຈກາງປະສານສົມທົບກັບກະຊວງປ້ອງກັນຄວາມສະຫງົບ ແລະ ນະຄອນຫຼວງວຽງຈັນ ແກ້ໄຂຄວາມແອອັດ ແລະ ຈັດສັນບັນດາຫ້າງຮ້ານທີ່ຢູ່ບໍລິເວນກົມກົງສູນໃຫ້ເປັນລະບຽບຮຽບຮ້ອຍ, ເດັດຂາດບໍ່ໃຫ້ຂາຍເຄື່ອງຊະຊາຍ ແລະ ກີດຂວາງການສັນຈອນ. ພ້ອມກັນນັ້ນ, ກໍໃຫ້ປັບປຸງຂັ້ນຕອນ ແລະ ວິທີການເຮັດວຽກໃຫ້ກະທັດຮັດ, ວ່ອງໄວ ເພື່ອອຳນວຍຄວາມສະດວກໃຫ້ຜູ້ໃຊ້ບໍລິການເຮັດໜັງສືຜ່ານແດນ ໃຫ້ດີກວ່າເກົ່າ. ໃນນັ້ນ, ໃຫ້ເລັ່ງການຫັນເປັນທັນສະໄໝໃນການຮັບເອກະສານ, ການແກ້ໄຂເອກະສານ ແລະ ການເກັບຄ່າທຳນຽມ, ຄ່າບໍລິການ ໃນການເຮັດໜັງສືຜ່ານແດນໃຫ້ສຳເລັດໄວ.

ລັດຖະບານ

ທ່ານ ນາງ ທິບພະກອນ ຈັນທະວົງສາ ກ່າວວ່າ: ສໍາລັບເດືອນ ຕຸລາ ນີ້ ລັດຖະບານ ຈະໄດ້ສືບຕໍ່ຍົກສູງຄວາມຮັບຜິດຊອບ ເອົາໃຈໃສ່ຈັດຕັ້ງປະຕິບັດວຽກຈຸດສຸມຈໍານວນໜຶ່ງ ດັ່ງນີ້:

1) ສືບຕໍ່ຈັດຕັ້ງປະຕິບັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານ ຕິດພັນກັບວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ຕາມແຜນການ, ພ້ອມທັງ ເພີ່ມທະວີ ການຕ້ານ ແລະ ແກ້ໄຂປາກົດການຫຍໍ້ທໍ້ໃນສັງຄົມ ໃຫ້ລົດໜ້ອຍຖອຍລົງ; ເອົາໃຈໃສ່ປັບປຸງກໍາລັງປະກອບອາວຸດ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃຫ້ເຂັ້ມແຂງໜັກແໜ້ນ.

2) ສືບຕໍໍ່ໍຈັດຕັ້ງປະຕິບັດແຜນດໍາເນີນຂອງລັດຖະບານ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຕິດພັນກັບວາລະແຫ່ງຊາດ ໂດຍສະເພາະ ການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມລັດຖະບານ ເປີດກວ້າງ ຄັ້ງທີ I ປະຈໍາປີ 2022, ມະຕິຂອງສະພາແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ; ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ປະຈຳປີ 2022 ຕາມແຜນແບ່ງຄວາມຮັບຜິດຊອບ ໃນການຈັດຕັ້ງປະຕິບັດ ໃຫ້ເປັນຮູບປະທໍາຫຼາຍຂຶ້ນ ແລະ ໃຫ້ບັນລຸຕາມຄາດໝາຍ.

3) ສືບຕໍ່ສຸມໃສ່ແກ້ໄຂສະພາບຄວາມບອບບາງ ທາງດ້ານເສດຖະກິດມະຫາພາກ ໃຫ້ດີຂຶ້ນກວ່າເກົ່າ ໂດຍສຸມໃສ່ຄຸ້ມຄອງອັດຕາແລກປ່ຽນ, ລາຄາສິນຄ້າ ແລະ ອັດຕາເງິນເຟີ້ ໃຫ້ຢູ່ໃນລະດັບທີ່ສາມາດຄວບຄຸມໄດ້, ພ້ອມນັ້ນ ກໍສຸມໃສ່ແກ້ໄຂບັນຫານໍ້າມັນເຊື້ອໄຟໃຫ້ພຽງພໍ ດ້ວຍຫຼາຍມາດຕະການ ໂດຍຖືເອົາມາດຕະການເສດຖະກິດ ແລະ ກົນໄກຕະຫຼາດເປັນຕົົ້ນຕໍ ໄປຄຽງຄູ່ກັບການກໍານົດມາດຕະການແກ້ໄຂຕົວຈິງທັງໃນ ໄລຍະກາງ ແລະ ໄລຍະຍາວ.

4) ສືບຕໍ່ປະຕິບັດຄໍາສັ່ງຂອງນາຍົກລັດຖະມົນຕີ ເລກທີ 18 ວ່າດ້ວຍການເພີ່ມທະວີການຄຸ້ມຄອງ ແລະ ຕ້ານການຮົ່ວໄຫຼຂອງງົບປະມານຂອງລັດ, ດໍາລັດວ່າດ້ວຍການປະຢັດ ແລະ ຕ້ານການຟູມເຟືອຍ; ດໍາລັດ ວ່າດ້ວຍລົດຂອງລັດ ແລະ ນິຕິກໍາລຸ່ມກົດໝາຍທີ່ກ່ຽວຂ້ອງ ໃຫ້ເຂັ້ມງວດ ແລະ ເປັນຮູບປະທໍາຫຼາຍຂຶ້ນ, ພ້ອມທັງ ສືບຕໍ່ສຸມໃສ່ຕິດຕາມກວດກາໂຄງການແຮ່ທາດແບບທົດລອງ.

5) ສືບຕໍ່ປັບປຸງປະສິດທິຜົນການລົງທຶນຂອງລັດ ໃຫ້ດີຂຶ້ນ, ຕິດຕາມຈັດສັນທຶນໃສ່ໂຄງການໃໝ່ທີ່ມີປະສິດທິຜົນ ແລະ ສຸມໃສ່ໂຄງການລົງທຶນ ເພື່ອແກ້ໄຂຄວາມທຸກຍາກ ທີ່ເປັນບຸລິມະສິດ.

6) ສືບຕໍ່ສຸມໃສ່ແກ້ໄຂບັນຫາໜີ້ສິນສາທາລະນະ ດ້ວຍຫຼາຍຮູບແບບ ໂດຍສະເພາະບັນຫາໜີ້ສິນຂອງລັດວິສາຫະກິດ ໃຫ້ສາມາດແກ້ໄຂໄດ້ໂດຍໄວ, ລົດຜ່ອນການສ້າງໜີ້ສິນໃໝ່ທີ່ບໍ່ຈໍາເປັນ ແລະ ອື່ນໆ, ເດັດຂາດບໍ່ໃຫ້ຕົກເຂົ້າສູ່ສະພາບທີ່ບໍ່ສາມາດຊໍາລະໜີ້ໄດ້.

7) ສືບຕໍ່ຈັດຕັ້ງຜັນຂະຫຍາຍການປະຕິຮູບລັດວິສາຫະກິດໄຟຟ້າລາວ, ລັດວິສາຫະກິດນໍ້າມັນເຊື້ອໄຟລາວ ຕາມທິດຊີ້ນຳຂອງກອງປະຊຸມນາຍົກ-ຮອງນາຍົກ ແລະ ກອງປະຊຸມກົມການເມືອງຮ່ວມກັບຄະນະເລຂາທິການສູນກາງພັກ ໃຫ້ສຳເລັດໂດຍໄວ. ພ້ອມກັນນັ້ນ ກໍສືບຕໍ່ຄົ້ນຄວ້າປະຕິຮູບບັນດາລັດວິສາຫະກິດທີີີ່ກໍານົດໃນແຜນປະຕິຮູບຂອງລັດຖະບານໃຫ້ເປັນຮູບປະທຳ.

ລັດຖະບານ

8) ເລັ່ງປັບປຸງ ແລະ ສ້າງກົນໄກອໍານວຍຄວາມສະດວກ ໃນການດໍາເນີນທຸລະກິດ ແລະ ການສົ່ງເສີມການລົງທຶນພາກເອກະຊົນໃຫ້ດີຂຶ້ນ ແລະ ສໍາເລັດໃຫ້ທັນກັບສະພາບການ; ພ້ອມກັນນັ້ນ ກໍເລັ່ງຊຸກຍູ້ສົ່ງເສີມໂຄງການລົງທຶນຂອງຕ່າງປະເທດ ທີ່ໄດ້ຮັບອະນຸມັດແລ້ວ ໃຫ້ສາມາດຈັດຕັ້ງປະຕິບັດໄດ້ໂດຍໄວ ໃນເວລາດຽວກັນ ກໍເລັ່ງຕິດຕາມກວດກາບັນດາໂຄງການທີ່ມີສັນຍາ ເພື່ອບໍ່ໃຫ້ມີການຈັບຈອງ ແລະ ຖ່ວງດຶງການພັດທະນາ, ຊຸກຍູ້ໃຫ້ມີການນໍາເງິນຕາຕ່າງປະເທດ ເຂົ້າສູ່ລະບົບເສດຖະກິດພາຍໃນໃຫ້ໄວຂຶ້ນ ດ້ວຍການກວດກາຄືນ ສັນຍາການລົງທຶນຂອງຕ່າງປະເທດ ທີ່ໃກ້ສິ້ນສຸດໂຄງການ ແລະ ເລີ່ມມີຜົນກໍາໄລ.

9) ຮີບຮ້ອນສືບຕໍ່ປັບປຸງຂອດບໍລິການທາງລົດໄຟໃຫ້ດີຂຶ້ນກວ່າເກົ່າ ໂດຍສະເພາະ ການຈໍາໜ່າຍປີ້ລົດໄຟ ເຊິ່ງໃນໄລຍະມໍ່ໆມານີ້ກໍມີການປັບປຸງດີຂຶ້ນໃນລະດັບໜຶ່ງແລ້ວ, ການຈັດສັນສະຖານທີ່ພາຍໃນສະຖານີລົດໄຟ, ການແກ້ໄຂບັນຫາການບໍລິການຝາກລົດ-ຈອດລົດສົ່ງຜູ້ໂດຍສານ ຢູ່ຈຸດສະຖານີລົດໄຟລາວ-ຈີນ ມີຫາງສຽງຈົ່ມວ່າຂອງສັງຄົມ ແລະ ການບໍລິການປິ່ນອ້ອມຕ່າງໆໃຫ້ດີຂຶ້ນ.

10) ສືບຕໍ່ແກ້ໄຂຜົນກະທົບຈາກໄພນໍ້າຖ້ວມຢູ່ບາງແຂວງ ໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ ໂດຍເອົາໃຈໃສ່ແກ້ໄຂບາງວຽກທີ່ຈໍາເປັນຮີບດ່ວນ ເຊັ່ນ: ທ້ອງຖິ່ນໃດຖືກກະທົບໜັກ ກໍໃຫ້ພາກສ່ວນກ່ຽວຂ້ອງ ສົມທົບອົງການປົກຄອງທ້ອງຖິ່ນ ໃຫ້ການຊ່ວຍເຫຼືອສຸກເສີນໃຫ້ທັນການ, ກະກຽມແນວພັນສັດ-ພັນພືດ ເພື່ອສະໜອງໃຫ້ພຽງພໍ. ພ້ອມນັ້ນ, ກໍໃຫ້ຮີບຮ້ອນສ້ອມແປງຊົນລະປະທານ, ຂົວ ທີ່ຈໍາເປັນເປ່ເພ ໃຫ້ກັບມາໃຊ້ໄດ້ປົກກະຕິ, ສ້ອມແປງເສັ້ນທາງຫຼວງແຫ່ງຊາດ-ເສັ້ນທາງທ້ອງຖິ່ນທີ່ເປ່ເພ, ເດັດຂາດບໍ່ໃຫ້ເສັ້ນທາງຕັດຂາດ. ພ້ອມນັ້ນ ກໍເອົາໃຈໃສ່ຕິດຕາມລະດັບນໍ້າຂອງບັນດາເຂື່ອນ ແລະ ມີແຜນການບໍລິຫານຈັດການນໍ້າທີ່ເປັນລະບົບ ແລະ ທັນການ ເຊິ່ງຖ້າມີຄວາມຈໍາເປັນຈະເປີດປະຕູນໍ້າ ກໍໃຫ້ແຈ້ງໃຫ້ປະຊາຊົນຮັບຊາບລ່ວງໜ້າ ແລະ ມີມາດຕະການຕ່າງໆ ເພື່ອຮອງຮັບໃນການປ່ອຍນໍ້າແຕ່ລະຄັ້ງ ກໍຄືຜົນກະທົບທີ່ອາດຈະເກີດຂຶ້ນ ໃຫ້ປະຊາຊົນໄດ້ຮັບຊາບຢ່າງທົ່ວເຖິງ ແລະ ມີສ່ວນຮ່ວມ.

11) ສືບຕໍ່ຕິດຕາມເຝົ້າລະວັງ ແລະ ປ້ອງກັນການລະບາດຂອງພະຍາດໂຄວິດ-19, ໂດຍສະເພາະການປະຕິບັດມາດຕະການປ້ອງກັນຂັ້ນພື້ນຖານ ລວມທັງການລະບາດຂອງພະຍາດໄຂ້ຍຸງລາຍ ແລະ ພະຍາດຕາມລະດູການ.

12) ສືບຕໍ່ສຸມໃສ່ໃນການແກ້ໄຂສະພາບວ່າງງານ ໂດຍເກັບກໍາຂໍ້ມູນດ້ານຄວາມຕ້ອງການຂອງແຮງງານ ແຕ່ລະສາຂາອາຊີບ ເພື່ອຈັດເຂົ້າສູ່ການຈ້າງງານໃຫ້ໄວ. ພ້ອມທັງຍົກສູງຄຸນະພາບຂອງສີມືແຮງງານ ແລະ ຊຸກຍູ້ໃຫ້ເຂົົ້າສູ່ລະບົບປະກັນສັງຄົມໃຫ້ຫຼາຍຂຶ້ນ.

13) ສືບຕໍ່ຜັນຂະຫຍາຍຜົນສໍາເລັດຂອງກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດຂະບວນການ ແຂ່ງຂັນຮັກຊາດ ແລະ ພັດທະນາ ແລະ ວຽກງານກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດ ແກ້ໄຂຄວາມທຸກຍາກ ແລະ ວຽກງານ 03 ສ້າງ ທົ່ວປະເທດ ໃຫ້ສໍາເລັດຕາມແຜນການ ແລະ ໄດ້ຮັບຜົນດີ; ສຸມໃສ່ຊີ້ນໍາ ການແກ້ໄຂບັນຫາເຂດແດນ ເຊື່ອມຕໍ່ລະຫວ່າງ ທ້ອງຖິ່ນຕໍ່ທ້ອງຖິ່ນ ໃຫ້ມີຄວາມສະຫງົບປົກກະຕິ.

14) ສືບຕໍ່ຈັດຕັ້ງປະຕິບັດຕາມແນວທາງການຕ່າງປະເທດຂອງພັກ ໃຫ້ສຸດກົກສຸດປາຍ ເປັນຕົ້ນ ສືບຕໍ່ປະຕິບັດການສະເຫຼີມສະຫຼອງສາຍພົວພັນມິດຕະພາບລາວ-ຫວຽດນາມ ໃຫ້ໄດ້ຮັບຜົນດີຕາມຄາດໝາຍ. ພ້ອມນີ້ ກໍກະກຽມຄວາມພ້ອມຮອບດ້ານ ໃຫ້ແກ່ການຢ້ຽມຢາມ ສິງກະໂປ ຢ່າງເປັນທາງການຂອງທ່ານ ນາຍົກລັດຖະມົນຕີ, ກະກຽມຕ້ອນຮັບການນຳຂັ້ນສູງຂອງຕ່າງປະເທດຈະມາຢ້ຽມຢາມລາວຢ່າງເປັນທາງການໃຫ້ດີ.

ເພື່ອໃຫ້ທິດທາງແຜນວຽກຈຸດສຸມ ເດືອນຕຸລາ2022 ໄດ້ຮັບການຈັດຕັ້ງປະຕິບັດ ຢ່າງເປັນຮູບປະທໍາ, ບັນດາທ່ານສະມາຊິກລັດຖະບານ ຈົ່ງນໍາເອົາຜົນກອງປະຊຸມລັດຖະບານຄັ້ງນີ້ ໄປຫັນເປັນແຜນຈັດຕັ້ງປະຕິບັດຂອງຂະແໜງການຕົນໃຫ້ລະອຽດ, ມີການແບ່ງຄວາມຮັບຜິດຊອບໃຫ້ການຈັດຕັ້ງ, ບຸກຄະລາກອນຢູ່ໃນແຕ່ລະຂັ້ນ ແລະ ມີຄາດໝາຍຊັດເຈນ ໃນແຕ່ລະໄລຍະໃຫ້ຈະແຈ້ງ, ສອດຄ່ອງກັບເງື່ອນໄຂສະພາບຄວາມເປັນຈິງ ຂອງແຕ່ຂະແໜງການໃຫ້ໄດ້ຮັບຜົນດີ.

ຂໍ້ມູນຈາກ:

https://cutt.ly/LVW20JJ

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ