ເມື່ອເງິນບໍ່ແມ່ນຄຳຕອບອີກຕໍ່ໄປ! 5 ກົນລະຍຸດທີ່​ຈະຮັກສາພະນັກງານໃຫ້ຢູ່ຍາວ ແລະ ຮັກ​ສາພະ​ນັກ​ງານ​ທີ່​ມີ​ພອນ​ສະ​ຫວັນໄວ້ເພື່ອສ້າງ​ອະ​ນາ​ຄົດ “ແບບ​ຍືນ​ຍົງ”


ເຖິງແມ່ນວ່າເງິນເດືອນຈະເປັນສິ່ງສໍາຄັນກໍຕາມ, ແຕ່ໃນຄວາມເປັນຈິງແລ້ວ ເງິນພຽງຢ່າງດຽວກໍບໍ່ໄດ້ກາລັນຕີວ່າພວກເຂົາຈະຊື່ສັດ ແລະ ຈະເຮັດວຽກໃຫ້ບໍລິສັດຕໍ່ໄປ.

ໃນຍຸກປັດຈຸບັນ, ພະນັກງານໄດ້ມີການລາອອກຈາກວຽກຫຼາຍຂຶ້ນ ເຊິ່ງມັນໄດ້ສົ່ງຜົນກະທົບຕໍ່ອົງກອນບໍ່ຫຼາຍກໍໜ້ອຍ. ອີງຈາກການສໍາຫຼວດພົບວ່າມີພຽງແຕ່ 22% ຂອງພະນັກງານທີ່ເວົ້າວ່າພວກເຂົາອອກຈາກວຽກຍ້ອນເງິນເດືອນ ຫຼື ຜົນປະໂຫຍດອື່ນໆ. ນອກຈາກນີ້ຍັງມີປັດໄຈອື່ນໆທີ່ເຮັດໃຫ້ພະນັກງານພາກັນລາອອກໂດຍບໍ່ສົນເລື່ອງເງິນເດືອນຄື:

1. ໂອກາດຄວາມກ້າວໜ້າໃນອາຊີບ (32%).

ພະນັກງານຮຸ່ນໃໝ່ຕ້ອງການເຮັດວຽກທີ່ທ້າທາຍ, ມີໂອກາດທີ່ຈະຮຽນຮູ້, ພັດທະນາຕົນເອງ ແລະ ເຕີບໃຫຍ່ໃນສາຍອາຊີບຂອງເຂົາເຈົ້າ.

ອົງການຈັດຕັ້ງທີ່ບໍ່ມີລະບົບສະໜັບສະໜູນ ແລະ ສົ່ງເສີມພະນັກງານ ມີໂອກາດສູງທີ່ພະນັກງານຈະພາກັນລາອອກ.

2. ຄວາມບໍ່ເໝາະສົມຂອງວຽກງານ (20.2%)

ເກີດຈາກການທີ່ພະນັກງານບໍ່ເຮັດວຽກທີ່ກົງກັບສາຍວຽກທີ່ຮຽນມາ, ທັກສະຄວາມສາມາດ ຫຼື ຄວາມສົນໃຈຂອງເຂົາເຈົ້າ. ສົ່ງຜົນກະທົບຕໍ່ປະສິດທິພາບໃນການເຮັດວຽກ ເກີດຄວາມເບື່ອໜ່າຍ ແລະ ພະນັກງານມີໂອກາດຫຼາຍທີ່ຈະລາອອກ ເພື່ອຊອກຫາວຽກທີ່ເໝາະສົມກັບເຂົາເຈົ້າ.

3. ສະພາບແວດລ້ອມການເຮັດວຽກ ແລະ ການບໍລິຫານຈັດການໂດຍທົ່ວໄປ (17%)

ສະພາບແວດລ້ອມການເຮັດວຽກທີ່ບໍ່ດີ, ມີຫົວໜ້າທີ່ບໍ່ເຂົ້າໃຈ ແລະ ເພື່ອນຮ່ວມງານທີ່ມັກສ້າງບັນຫາ ຈະສົ່ງຜົນກະທົບຕໍ່ສຸຂະພາບຈິດ, ຄວາມກົດດັນ… ເຮັດໃຫ້ພະນັກງານມີໂອກາດທີ່ຈະລາອອກເພື່ອຊອກຫາວຽກເຮັດງານທໍາທີ່ມີສະພາບແວດລ້ອມທີ່ດີກວ່າ.

4. ຄວາມບໍ່ຍືດຫຍຸ່ນກ່ຽວກັບເວລາ ແລະ ການຈັດຕາຕະລາງການເຮັດວຽກ (8%)

ພະນັກງານຍຸກໃໝ່ຕ້ອງການຄວາມຍືດຫຍຸ່ນໃນການເຮັດວຽກ, ຢາກເຮັດວຽກຢູ່ເຮືອນ (Work from Home) ແລະ ຢາກມີເວລາສ່ວນຕົວ.

ອົງການຈັດຕັ້ງທີ່ບໍ່ສາມາດຕອບສະໜອງຄວາມຕ້ອງການເຫຼົ່ານີ້ໄດ້ ມີໂອກາດທີ່

ພະນັກງານຈະລາອອກເພື່ອຊອກຫາເຮັດວຽກທີ່ມີຄວາມຍືດຫຍຸ່ນກວ່າ.

ຢ່າງໃດກໍຕາມ, ເມື່ອຮູ້ເຖິງສາເຫດຫຼັກໆແລ້ວ ອົງກອນກໍຄວນທີ່ຈະປັບປຸງ ແລະ ສາມາດປະຕິບັດຕາມຄຳແນະນຳລຸ່ມນີ້ໄດ້:

1. ສ້າງໂອກາດໃຫ້ພະນັກງານໄດ້ເຕີບໃຫຍ່:

  • ສະໜັບສະໜູນພະນັກງານທີ່ຈະຮຽນຮູ້ທັກສະໃໝ່
  • ການເຝິກອົບຮົມການພັດທະນາສັກກະຍາພາບ
  • ມອບໝາຍວຽກງານທີ່ທ້າທາຍ
  •  ໃຫ້ໂອກາດພະນັກງານໄດ້ຮັບການເລື່ອນຕໍາແໜ່ງ.
  • ເປີດໂຄງການທີ່ປຶກສາ

2. ສ້າງສະພາບແວດລ້ອມໃນການເຮັດວຽກທີ່ດີ:

  • ສ້າງບັນຍາກາດທີ່ປອດໄພ ແລະ ເປັນມິດ
  •  ຫົວໜ້າຄວນເຂົ້າໃຈລູກນ້ອງ ແລະ ເບິ່ງແຍງເຂົາເຈົ້າຫຼາຍຂຶ້ນ.
  • ສົ່ງເສີມການເຮັດວຽກເປັນທີມ
  • ໃຫ້ໂອກາດແກ່ພະນັກງານໃນການສະແດງຄວາມຄິດເຫັນຂອງເຂົາເຈົ້າ.
  • ຮັບ​ຟັງ​ບັນ​ຫາ ​ແລະ​ ໃຫ້ຄໍາ​ແນະ​ນໍາ​
  • ຈັດຕັ້ງກິດຈະກໍາໃນທີມເພື່ອສ້າງຄວາມຜ່ອນຄາຍ

3. ສະເໜີໃຫ້ເງິນເດືອນ ແລະ ສະຫວັດດີການທີ່ແຂ່ງຂັນກັນໄດ້:

  • ສຶກສາຂໍ້ມູນເງິນເດືອນ ແລະ ສະຫວັດດີການໃນຕະຫຼາດ.
  • ສະເໜີໃຫ້ເງິນເດືອນເໝາະສົມກັບທັກສະ ແລະ ປະສົບການ.
  • ໃຫ້ສະຫວັດດີການທີ່ຄອບຄຸມເຊັ່ນ: ການປະກັນໄພສຸຂະພາບ, ການປະກັນໄພຊີວິດ ແລະ ລານພັກຜ່ອນໄດ້
  • ມີລະບົບ Reward & Recognition.

4. ສ້າງຄວາມໝັ້ນຄົງໃຫ້ແກ່ພະນັກງານ:

  • ສ້າງວິໄສທັດ ແລະ ເປົ້າໝາຍທີ່ຊັດເຈນ.
  • ສື່ສານແຜນການຍຸດທະສາດຂອງອົງການໃຫ້ກັບພະນັກງານ.
  • ເບິ່ງແຍງພະນັກງານໃນຍາມວິກິດ
  • ສ້າງສາຍພົວພັນທີ່ດີກັບພະນັກງານ
  • ສື່ສານຢ່າງໂປ່ງໃສ

5. ເພີ່ມຄວາມຍືດຫຍຸ່ນໃນການເຮັດວຽກ:

  • ໃຫ້ພະນັກງານເຮັດວຽກຢູ່ເຮືອນ (Work from Home)
  • ປັບປ່ຽນຊົ່ວໂມງການເຮັດວຽກ
  • ອະນຸຍາດໃຫ້ພະນັກງານລາພັກຮ້ອນໄດ້ຕາມຄວາມຕ້ອງການ.
  • ສະໜັບສະໜູນ Work-Life Balance

ຈາກຂໍ້ມູນຂ້າງເທິງ ສະ​ແດງ​ໃຫ້​ເຫັນ​ວ່າ​ ເງິນເດືອນບໍ່ແມ່ນປັດໄຈດຽວທີ່ດຶງດູດພະນັກງານເຂົ້າມາເຮັດວຽກໃຫ້ອົງກອນ. ແຕ່ສິ່ງທີ່ສໍາຄັນແມ່ນ ອົງກອນຕ້ອງສ້າງສະພາບແວດລ້ອມໃນການເຮັດວຽກທີ່ດີ, ສະໜັບສະໜູນພະນັກງານໃຫ້ເຕີບໃຫຍ່, ສະເໜີເງິນເດືອນ ແລະ ສະຫວັດດີການທີ່ແຂ່ງຂັນ ແລະ ສ້າງຄວາມໝັ້ນຄົງໃຫ້ແກ່ພະນັກງານ

ທີ່ມາ:

inc

facebook

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/