ເມື່ອບໍ່ດົນມານີ້ ສະກຸນຂອງປະເທດໃນທະວີບ ອາຊີ ໄດ້ຫຼຸດລົງຢ່າງຮຸນແຮງໃນຫຼາຍປະເທດ ຫຼັງຈາກທີ່ຄ່າເງິນໂດລາໄດ້ແຂງຄ່າຂຶ້ນຢ່າງໄວວາ ໃນຕະຫຼອດ 2-3 ປີທີ່ຜ່ານມາ ໂດຍໄດ້ແຮງສະໜັບສະໜູນມາຈາກການຂຶ້ນດອກເບ້ຍຂອງ ທະນາຄານກາງ ສະຫະລັດ ອາເມຣິກາ ຫຼື FED ທີ່ປັດຈຸບັນຢູ່ໃນລະດັບ 5.25-5.50%.
ໂດຍ ດອກເບ້ຍຂອງ FED ທີ່ຍັງຄົງຢູ່ໃນລະດັບ 5.25-5.50% ຕໍ່ປີ ເຊິ່ງໝາຍຄວາມວ່າ ນັກລົງທຶນຈະໄດ້ຮັບຜົນຕອບແທນທີ່ໜ້າດຶງດູດໃນຫຼາຍກວ່າ ຈາກການຖືເງິນໂດລາ ໂດຍບໍ່ຕ້ອງໃຊ້ຄວາມສ່ຽງ ຈາກອັດຕາແລກປ່ຽນ ໃນການສົ່ງເງິນລົງທຶນໄປຫາຕະຫຼາດເກີດໃໝ່ ຫຼື ຕະຫຼາດໃນ ອາຊີ.
ເຖິງແມ່ນວ່າ ຫຼາຍປະເທດຈະໃຫ້ຂໍ້ສະເໜີດ້ານຜົນຕອບແທນ ຫຼື ອັດຕາດອກເບ້ຍທີ່ສູງກວ່າ ສະຫະລັດ ອາເມຣິກາ ແຕ່ຍ້ອນຄວາມທີ່ເສດຖະກິດ ໃນພາກພື້ນມີການຫົດຕົວ ເຮັດໃຫ້ເມັດເງິນຍັງໄຫຼເຂົ້າໄປສູ່ເງິນໂດລາ ທີ່ມີຄວາມເຊື່ອວ່າມີຄວາມໝັ້ນຄົງ ແລະ ປອດໄພຫຼາຍກວ່າ.
ເງິນຕາຂອງເອເຊຍໄດ້ປະສົບກັບການຫຼຸດລົງທີ່ໃຫຍ່ທີ່ສຸດໃນປີນີ້ໂດຍສ່ວນໃຫຍ່ແມ່ນຍ້ອນວ່າອັດຕາເງິນເຟີ້ຂອງທະນາຄານກາງໃນພາກພື້ນແມ່ນຕໍ່າກວ່າໃນຕະຫຼາດທີ່ເກີດໃໝ່ອື່ນໆ. ເຊັ່ນອັດຕາດອກເບ້ຍຂອງມາເລເຊຍແມ່ນ 2,5% ເຊິ່ງຕໍ່າກວ່າ Fed, ນອກຈາກນີ້ກໍຍັງມີໄທ, ເກົາຫຼີໃຕ້, ໄຕ້ຫວັນ, ຍີ່ປຸ່ນ ແລະ ຈີນ ກໍຍັງຕໍ່າກວ່າສະຫະລັດ.
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/