ການຈາກລາເປັນເລື່ອງທຳມະຊາດ ຫຼື ເປັນເພາະໂຊກຊະຕາ? “ນິຣັນດອນ” ຜົນງານເພງໃໝ່ຈາກ Txrbo ທີ່ໄດ້ BAY6IX & LALA ສອງສິລະປິນລາວມາຮ່ວມ featuring.

ນິຣັນດອນ

“ບໍ່ຕ້ອງໂທດຟ້າ ທະເລ ພູເຂົາ ຫຼື ແມ່ນ້ຳ ຢ່າໂທດຊະຕາ ຊະຕານຳພາເຮົາມາພົບກັນ” ນີ້ຄືທ່ອນໜຶ່ງຈາກຜົນງານເພງ “ນິຣັນດອນ (NIRUN)” ເຊິ່ງເປັນຜົນງານໃໝ່ຫຼ້າສຸດຈາກສິລະປິນໜຸ່ມຊາວໄທສຽງຫວານລະມຸນຢ່າງ Txrbo (นพรัตน์ อัศวลักษณ์ศกุน) ຈາກຄ້າຍ High Cloud Entertainment ທີ່ໄດ້ຮ່ວມມືກັບ BAY6IX & LALA 2 ສິລະປິນໄວໜຸ່ມໄຟແຮງຈາກລາວເຮົາຜູ້ເປັນເຈົ້າຂອງຜົນງານເພງ 100 ລ້ານວິວຢ່າງ “ຕື່ນຈາກຝັນ” ໂດຍການຮ່ວມມືກັນສ້າງສັນຜົນງານເພງຄັ້ງນີ້ ຕ້ອງບອກເລີຍວ່າເປັນບາດກ້າວໜຶ່ງທີ່ສຳຄັນຂອງວົງການເພງລາວເຮົາ ເພາະວ່າມັນສະແດງໃຫ້ເຫັນວ່າເພງ L-POP ແລະ T-POP ສາມາດປະສົມປະສານກັນຢ່າງລົງຕົວ.

ນິຣັນດອນ

ສໍາລັບເພງນິຣັນດອນ (NIRUN) ເປັນເພງໜຶ່ງທີ່ມີຈັງຫວະຊ້າ ຟັງງ່າຍ ບໍ່ຊັບຊ້ອນ ພ້ອມກັນນັ້ນຍັງສະແດງໃຫ້ເຫັນເຖິງຄວາມລົງຕົວຂອງພວກເຂົາທັງ 3 ຄົນ. ນອກຈາກນີ້ Txrbo ຍັງໄດ້ບອກວ່າເພງໃໝ່ນີ້ໄດ້ແຮງບັນດານໃຈມາຈາກເລື່ອງລາວຄວາມສຳພັນຂອງໃຜຫຼາຍໆ ຄົນທີ່ເລີ່ມຕົ້ນມາດ້ວຍຄວາມຮັກ ແຕ່ວ່າຕ້ອງຈົບລົງດ້ວຍຄວາມສູນເສຍ ເຊິ່ງສິ່ງດຽວທີ່ຍັງຄົງເຫຼືອ ນັ້ນກໍຄື ຄວາມຮັກທີ່ເປັນນິຣັນດອນ ແລະ ເຖິງວ່າເປັນຈະເປັນເລື່ອງທີ່ໜ້າເສົ້າແຕ່ມັນກໍສວຍງາມສະເໝີ ນອກເໜືອຈາກຄວາມໝາຍດີໆ ຂອງເພງແລ້ວຄວາມພິເສດຂອງເພງນີ້ກໍຄືໄດ້ສຽງຂອງ BAY6IX ແລະ LALA ມາຮ່ວມຖ່າຍທອດຄວາມເປັນນິຣັນດອນນີ້ນໍາ.

ນິຣັນດອນ

ໃນສ່ວນຂອງ MV ບອກໄດ້ເລີຍວ່າໜ້າຕິດຕາມສຸດໆ ເພາະຕົວລະຄອນສາມາດຖ່າຍທອດຄວາມຮູ້ສຶກອອກມາເຮັດໃຫ້ເຮົາອິນນຳໂດຍບໍ່ຮູ້ຕົວ ແລະ ຖ້າຫາກວ່າໃຜຢາກຟັງເພງໃໝ່ ພ້ອມກັບສຳຜັດຄໍາວ່າ ນິຣັນດອນ ທີ່ເຫຼືອໄວ້ພຽງໃນໃຈ ສາມາດຟັງໄດ້ແລ້ວໃນສະຕຣີມມິ່ງທຸກແພລັດຟອມ.

ສາມາດຟັງເພງ ນິຣັນດອນ (NIRUN) ໄດ້ທີ່ YouTube: https://cutt.ly/HVW342d

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ