ເດືອນ ສິງຫາ ປີ 2022 ສປປ ລາວ ຂາດດຸນການຄ້າໄປ ປະມານ 166 ລ້ານໂດລາ

ເດືອນ ສິງຫາ

ອີງຕາມລາຍງານຂອງສູນຂໍ້ມູນຂ່າວສານ ທາງດ້ານການຄ້າຂອງ ສປປ ລາວ ເຫັນວ່າ ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ສິນຄ້າ ຂອງ ສປປ ລາວ ປະຈໍາເດືອນ ສິງຫາ ປີ 2022 ທີ່ຜ່ານມາ ບັນລຸໄດ້ ປະມານ 1,020 ລ້ານໂດລາສະຫະລັດ. ໃນນັ້ນ, ມູນຄ່າການສົ່ງອອກ ປະມານ 427 ລ້ານໂດລາສະຫະລັດ, ມູນຄ່າການນໍາເຂົ້າ ປະມານ 593 ລ້ານໂດລາສະຫະລັດ ແລະ ຂາດດຸນການຄ້າ ປະມານ 166 ລ້ານໂດລາ.

ເດືອນ ສິງຫາ

ສິນຄ້າສົ່ງອອກທັງໝົດ ສະເລ່ຍປະມານ 427 ລ້ານໂດລາ. ໃນນັ້ນສິນຄ້າສົ່ງອອກຫຼັກ 10 ອັນດັບ ທີ່ມີມູນຄ່າສູງ ໄດ້ແກ່: ຄຳປະສົມ, ຄຳແທ່ງ 63 ລ້ານໂດລາ, ເຈ້ຍ ແລະ ເຄື່ອງທີ່ເຮັດດ້ວຍເຈ້ຍ 49 ລ້ານໂດລາ, ແຮ່ທອງ 32 ລ້ານໂດລາ, ເຍື່ອໄມ້ ແລະ ເສດເຈ້ຍ 30 ລ້ານໂດລາ, ຢາງພາລາ 25 ລ້ານໂດລາສະຫະລັດ, ຝຸ່ນ (ປຸ໋ຍ) 23 ລ້ານໂດລາ, ເຄື່ອງນຸ່ງຫົ່ມ 21 ລ້ານໂດລາ, ເຄື່ອງດື່ມ 21 ນໍ້າຕານ 15 ລ້ານໂດລາ, ເກີບ 14 ລ້ານໂດລາ.

ເດືອນ ສິງຫາ

ສິນຄ້ານຳເຂົ້າທັງໝົດ ສະເລ່ຍປະມານ 593 ລ້ານໂດລາສະຫະລັດ. ໃນນັ້ນສິນຄ້ານຳເຂົ້າຫຼັກ 10 ອັນດັບ ທີ່ມີມູນຄ່າສູງ ໄດ້ແກ່: ນ້ຳມັນກາຊວນ 89 ລ້ານໂດລາ, ອຸປະກອນກົນຈັກ 65 ລ້ານໂດລາ, ພາຫະນະທາງບົກ 44 ລ້ານໂດລາ, ​ເຍື່ອໄມ້ ແລະ ເສດເຈ້ຍ 33 ລ້ານໂດລາ, ນ້ຳມັນແອັດຊັງ 27 ລ້ານໂດລາ, ເຄື່ອງດື່ມ 22 ລ້ານໂດລາ, ເຄື່ອງທີ່ເຮັດດ້ວຍພລາສະຕິກ 17 ລ້ານໂດລາ, ແກ້ວປະເສີດ ຫຼື ເຄິ່ງປະເສີດ 17 ລ້ານໂດລາ, ສັດທີ່ມີຊີວິດ 16 ລ້ານໂດລາ, ເຫຼັກ ແລະ ເຄື່ອງທີ່ເຮັດດ້ວຍເຫຼັກ, ເຫຼັກກ້າ 14 ລ້ານໂດລາ.

ບັນດາປະເທດ ທີ່ ສປປ ລາວ ສົ່ງອອກຫຼັກ 3 ອັນດັບ ໄດ້ແກ່: ຈີນ 173 ລ້ານໂດລາ, ຫວຽດນາມ 81 ລ້ານໂດລາ ແລະ ໄທ 46 ລ້ານໂດລາ.

ສ່ວນບັນດາປະເທດ ທີ່ ສປປ ລາວ ນໍາເຂົ້າຫຼັກ 3 ອັນດັບ ໄດ້ແກ່: ໄທ 290 ລ້ານໂດລາ, ຈີນ 145 ລ້ານໂດລາ ແລະ ຫວຽດນາມ 37 ລ້ານໂດລາ.

ຂອບໃຈຂໍ້ມູນຈາກ: https://cutt.ly/wVWMd2H

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ