“ຂ້ອຍບໍ່ຢາກຕາຍໃນສົງຄາມ” ຊາວຣັດເຊຍແຫ່ອອກນອກປະເທດ ຫຼັງລັດຖະບານອອກຄໍາສັ່ງລະດົມພົນໄປສູ້ຮົບໃນສົງຄາມຢູເຄຣນ


ສືບເນື່ອງຈາກການປະກາດຂອງປະທານາທິບໍດີ ວະລາດິເມຍ ປູຕິນຂອງຣັດເຊຍທີ່ເມື່ອວັນພຸດ ທີ 21 ກັນຍາ 2022 ທີ່ຜ່ານມານີ້ໂດຍໄດ້ອອກຄໍາສັ່ງລະດົມພົນສຳຮອງບາງສ່ວນໄປເປັນກອງກໍາລັງເສີມໃນຢູເຄຣນ ແລະ ເຮັດໃຫ້ມີຄົນທີ່ຖືກເອີ້ນຕົວໄປຮ່ວມສົງຄາມຫຼາຍກວ່າ 300.000 ຄົນ ເຊິ່ງນັ້ນເຮັດໃຫ້ຜູ້ທີ່ມີລາຍຊື່ດັ່ງກ່າວທີ່ບໍ່ຢາກເຂົ້າຮ່ວມ ຕ້ອງໄດ້ພາກັນແຫ່ໜີອອກຈາກນອກປະເທດໂດຍການຂີ່ລົດໄປທີ່ບໍລິເວນຊາຍແດນຣັດເຊຍ.

ມາຮອດມື້ນີ້ 23 ກັນຍາ 2023 ຕ່າງປະເທດໄດ້ລາຍງານເຖິງເຫດການທີ່ຊາວຣັດເຊຍໄດ້ພາກັນແຫ່ໜີອອກຈາກປະເທດ ໂດຍການໄດ້ເຜີຍແຜ່ຮູບແລະວິດີໂອທີ່ສະແດງໃຫ້ເຫັນວ່າຊາຍແດນຣັດເຊຍບໍລິເວນທີ່ຕິດກັບຈໍເຈຍມີລົດຈໍານວນຫຼາຍຄັນລຽນແຖວຍາວເພື່ອລໍຖ້າຂ້າມພົມແດນ ລວມໄປຮອດຜູ້ຊາຍທີ່ຕ້ອງການໜີຈາກສົງຄາມ.

ຊາຍຊາວຣັດເຊຍຄົນໜຶ່ງເຊິ່ງເປັນໜຶ່ງໃນຜູ້ທີ່ຖືກເອີ້ນຕົວເພື່ອສົ່ງໄປເຂົ້າຮ່ວມສົງຄາມບອກກັບສຳນັກຂ່າວ BBC’s Rayhan Demytrie ວ່າ “ຫົວໃຈຂ້ອຍເຕັ້ນແຮງເມື່ອຂ້ອຍຮັບໂທລະສັບ” “ແຕ່ຂ້ອຍຮູ້ວ່າຂ້ອຍບໍ່ມີເວລາທີ່ຈະສິ້ນຫວັງ” “ຂ້ອຍຈັບເອົາແຕ່ປຶ້ມພຽງຢ່າງດຽວ ໂດຍບໍ່ໄດ້ເກັບເອົາເຄື່ອງຢ່າງອື່ນເລີຍ ແລ້ວມຸ່ງໜ້າເດີນທາງມາຊາຍແດນທັນທີ”.

“ຂ້ອຍບໍ່ຢາກໄປເຮັດສົງຄາມ” ຊາຍຊາວຣັດເຊຍໄດ້ກ່າວກັບສໍານັກຂ່າວ AFP ຂະນະທີ່ກໍາລັງເດີນທາງຂ້າມຊາຍແດນ “ຂ້ອຍບໍ່ຕ້ອງການທີ່ຈະຕາຍໃນສົງຄາມນີ້ ສົງຄາມນີ້ຄືສົງຄາມອ້າຍນ້ອງ”.

ຜູ້ຄົນທີ່ເຫັນເຫດການການແຫ່ໜີອອກນອກປະເທດຂອງຊາວຣັດເຊຍປະເມີນວ່າ ແຖວລົດທີ່ລຽນກັນລໍຖ້າຂ້າມດ່ານ ອັບເປີ້ ລາສ (Upper Lars) ທີ່ຕິດກັບຈໍເຈຍ ແມ່ນມີຄວາມຢາວປະມານ 5 ກິໂລແມັດ ຂະນະທີ່ຄົນອີກກຸ່ມລະບຸວ່າຕ້ອງໃຊ້ເວລາປະມານ 7 ຊົ່ວໂມງກວ່າທີ່ຈະໄດ້ຂ້າມພົມແດນ ພ້ອມນັ້ນຍັງມີລາຍງານວ່າຜູ້ຂັບຂີ່ບາງຄົນຕ້ອງອອກມາບໍລິຫານຮ່າງກາຍຫຼັງຈາກເຫດການຈະລາຈອນຕິດຂັດເປັນເວລາດົນ.

ທັງນີ້ ຈໍເຈຍນັ້ນຖືວ່າເປັນໜຶ່ງໃນປະເທດເພື່ອນບ້ານຂອງຣັດເຊຍທີ່ຊາວຣັດເຊຍສາມາດເຂົ້າປະເທດໄດ້ໂດຍບໍ່ຕ້ອງຂໍວີຊ່າ ຂະນະທີ່ຟິນແລນເຊິ່ງມີຊາຍແດນຕິດກັບຣັດເຊຍເຊັ່ນກັນ ກໍມີການຈະລາຈອນເພີ່ມຂຶ້ນໃນໄລຍະກາງຄືນທີ່ຜ່ານມາ ເຖິງວ່າຈະຕ້ອງໃຊ້ວີຊ່າໃນການເຂົ້າປະເທດ ແຕ່ຍັງຢູ່ໃນລະດັບທີ່ຈັດການໄດ້.

ນອກຈາກລາຍງານການເດີນທາງດ້ວຍລົດແລ້ວ ປີ້ເຮືອບິນຂາອອກຈາກຣັດເຊຍໄປທີ່ຕຸຣເຄຍ ແລະ ອາຣ໌ມາເນຍ ແມ່ນຖືກຂາຍໝົດຢ່າງໄວວາຫຼັງຈາກທີ່ຜູ້ນຳຣັດເຊຍປະກາດຄໍາສັ່ງດັ່ງກ່າວບໍ່ເທົ່າໃດຊົ່ວໂມງ ສົ່ງຜົນໃຫ້ປີ້ເຮືອບິນທີ່ເຫຼືອແມ່ນມີລາຄາເພີ່ມຂຶ້ນແບບຫຼາຍເທົ່າຕົວ ທາງດ້ານສື່ຂອງປະເທດຕຸຣເຄຍລາຍງານຍອດຂາຍປີ້ເຮືອຖ້ຽວດຽວຈາກຣັດເຊຍເພີ່ມຂຶ້ນຢ່າງຫຼວງຫຼາຍ.

ຈາກຄໍາສັ່ງລະດົມພົນຂອງປະທານາທິບໍດີປູຕິນ ແມ່ນເຮັດໃຫ້ເກີດການປະທ້ວງຕາມຕົວເມືອງໃຫຍ່ໃນຣັດເຊຍ ລວມທັງໃນນະຄອນມອສໂກ ແລະນະຄອນເຊັນປີເຕີສ໌ເບີກ ເຊິ່ງສົ່ງຜົນໃຫ້ມີຜູ້ຖືກຈັບກຸມຕົວກວ່າ 1.300 ຄົນ ແລະມີລາຍງານວ່າຜູ້ຖືກຈັບກຸມບາງຄົນໄດ້ຮັບເອກະສານເກນທະຫານຈາກເຈົ້າໜ້າທີ່ໃນລະຫວ່າງການຖືກຄວບຄຸມຕົວໃນສະຖານີຕໍາຫຼວດ ທາງດ້ານ ດີມິທຣີ ເປສຄອຟ ໂຄສົກລັດຖະບານກໍໄດ້ອອກມາຕອບຄໍາຖາມກັບສື່ກ່ຽວກັບປະເດັນນີ້ໂດຍລະບຸວ່າ ບໍ່ຢືນຢັນວ່າເລື່ອງທີ່ເກີດຂຶ້ນມານັ້ນແມ່ນແທ້ ຫຼື ບໍ່ ແຕ່ໄດ້ບອກວ່າການກະທຳດັ່ງກ່າວແມ່ນເຮັດໄດ້ບໍ່ຜິດກົດໝາຍ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ