ສປປ ລາວ ໄດ້ລາຍງານສະພາບການພັດທະນາເສດຖະກິດ-ສັງຄົມ ສະພາບການພົ້ນເດັ່ນ ໃນເວທີຂອງອົງການສະຫະປະຊາຊາດ

ສປປລາວ

ໃນວັນທີ 21 ກັນຍາ 2022, ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ, ໄດ້ສືບຕໍ່ນໍາພາຄະນະຜູ້ແທນແຫ່ງ ສປປ ລາວ ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ ອົງການສະຫະປະຊາຊາດ ສະໄໝທີ 77 ແລະ ກອງປະຊຸມປິ່ນອ້ອມລະດັບສູງຕ່າງໆ ທີ່ ນະຄອນນິວຢອກ, ສະຫະລັດອາເມຣິກາ. ໃນນັ້ນ, ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ກໍໄດ້ຕາງໜ້າໃຫ້ຫົວໜ້າຄະນະຜູ້ແທນລາວ ກ່າວຄໍາເຫັນຕໍ່ກອງປະຊຸມລະດັບລັດຖະມົນຕີຂອງຂະບວນການບໍ່ຮ່ວມກຸ່ມ Ministerial Meeting of Non-Aligned Movement) ເຊິ່ງໃນນັ້ນໄດ້ຢ້ຳຄືນການຍົກສູງ ແລະ ການປົກປ້ອງຫຼັກການພື້ນຖານຂອງຂະບວນການບໍ່ຮ່ວມກຸ່ມໃນການສົ່ງເສີມສັນຕິພາບ, ຄວາມໝັ້ນຄົງ ແລະ ການຮ່ວມມືເພື່ອການພັດທະນາ ໂດຍຜ່ານຂອບຫຼາຍຝ່າຍພາຍໃຕ້ອົງການ ສປຊ ກໍຄືການຮັດແໜ້ນຄວາມສາມັກຄີ ແລະ ຄວາມພະຍາຍາມຮ່ວມກັນໃນການແກ້ໄຂຜົນກະທົບຈາກວິກິດການຕ່າງໆໃນປັດຈຸບັນ ພ້ອມທັງໄດ້ຍົກໃຫ້ເຫັນວ່າ ການດຳເນີນມາດຕະການຝ່າຍດຽວ ບໍ່ສາມາດແກ້ໄຂບັນຫາສິ່ງທ້າທາຍຂອງໂລກໄດ້.

ສປປລາວ

ໃນມື້ດຽວກັນນີ້, ທ່ານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງການຕ່າງປະເທດ ໄດ້ເຂົ້າຮ່ວມພົບປະສອງຝ່າຍກັບຄູ່ຮ່ວມຕຳແໜ່ງຈາກຫຼາຍປະເທດເພື່ອນມິດ ເຊັ່ນ: ທ່ານ ເອກກາດ ຣິ້ງເກີວິດ (Edgars Rinkevics), ລັດຖະມົນຕີກະຊວງການຕ່າງປະເທດ ສາທາລະນະລັດ ລັດເວີຍ, ທ່ານ ໄຟຊານ ເມກແດດ Faisal Mekdad), ລັດຖະມົນຕີກະຊວງການຕ່າງປະເທດ ສາທາລະນະລັດ ອາຣັບ ຊີຣີ, ແລະ ທ່ານ ນາງ ເຣດໂນ ມາຊຸຍດີ (Retno Marsudi), ລັດຖະມົນຕີກະຊວງການຕ່າງປະເທດອິນໂດເນເຊຍ. ຕະຫຼອດໄລຍະການພົບປະດັ່ງກ່າວ ທັງສອງຝ່າຍໄດ້ແຈ້ງສະພາບການພັດທະນາເສດຖະກິດ-ສັງຄົມໃຫ້ກັນ ແລະ ກັນຊາບ, ລວມທັງໄດ້ມີການແລກປ່ຽນທັດສະນະກ່ຽວກັບສະພາບການພົ້ນເດັ່ນໃນພາກພື້ນ ແລະ ສາກົນ ກໍຄືການເພີ່ມທະວີການຮ່ວມມື ແລະ ສະໜັບສະໜູນເຊິ່ງກັນແລະກັນໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ ໂດຍສະເພາະໃນເວທີຂອງອົງການສະຫະປະຊາຊາດ.

ສປປລາວ

ນອກຈາກນີ້, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ກໍຍັງໄດ້ມີໂອກາດພົບປະກັບທ່ານ ນາງ ແຄັດເທີີຣິນ ຣັດໂຊລ໌ (Ms. Catherine Russel), ຜູ້ອໍານວຍການໃຫຍ່ ອົງການສະຫະປະຊາຊາດ ເພື່ອກອງທຶນເດັກ (UNICEF), ໂດຍທັງສອງຝ່າຍໄດ້ທົບທວນຄືນກ່ຽວກັບສະພາບການຮ່ວມມືຕະຫຼອດໄລຍະຫ້າທົດສະວັດຜ່ານມາ ເຊິ່ງອົງການ UNICEF ຖືເປັນອົງການເຄືອຂ່າຍ ສປຊ ທໍາອິດທີ່ເຂົ້າມາຕັ້ງຫ້ອງການຢູ່ລາວ. ໃນໂອກາດດັ່ງກ່າວ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ສະແດງຄວາມຂອບໃຈຕໍ່ອົງການ UNICEF ທີ່ໄດ້ປະກອບສ່ວນອັນສໍາຄັນ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ໂດຍຜ່ານການຈັດຕັ້ງປະຕິບັດແຜນງານການຮ່ວມມືລະຫວ່າງ ສປປ ລາວ-UNICEF ໃນແຕ່ລະໄລຍະ ທີ່ສຸມໃສ່ບູລິມະສິດການພັດທະນາຂອງ ສປປ ລາວ ເວົ້າລວມ, ເວົ້າສະເພາະແມ່ນການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ ທີ່ກ່ຽວຂ້ອງກັບເດັກນ້ອຍ ແລະ ແມ່ຍິງ ຢູ່ ສປປ ລາວ.

ສປປລາວ

ຂອບໃຈຂໍ້ມູນຈາກ: https://cutt.ly/4VmrwWN

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ