ຈີນຕັດສິນລົງໂທດ ປະຫານຊີວິດ ອະດີດ ລັດຖະມົນຕີກະຊວງຍຸຕິທຳ ຂໍ້ຫາສໍ້ລາດບັງຫຼວງ

ປະຫານຊີວິດ

ສານເມືອງ ຊາງຊຸນ ມົນທົນ ຈີ້ຫຼິນ ມີຄໍາພິພາກສາ ເມື່ອວັນທີ 22 ກັນຍາ 2022 ທີ່ຜ່ານມານີ້ວ່າ ໃຫ້ ທ້າວ ຟູ່ ເຈີ້ງຫົວ (Fu Zhenghua) ອະດີດລັດຖະມົນຕີກະຊວງຍຸຕິທໍາ ຮັບໂທດປະຫານຊີວິດ ໂດຍລໍຖ້າການລົງໂທດ 2 ປີ ຖ້າຫາກບໍ່ມີການກະທໍາຜິດເພີ່ມຕື່ມ ເຂົາຈະໄດ້ຮັບໂທດຕິດຄຸກຕະຫຼອດຊີວິດ ໂດຍບໍ່ມີສິດລົດໂທດ ແລະ ປະກັນຕົວອີກ.

ປະຫານຊີວິດ

ຄໍາພິພາກສາ ລະບຸວ່າ ໃນປີ 2005-2021 ທ້າວ ຟູ່ ເຈີ້ງຫົວ ໄດ້ໃຊ້ຕໍາແໜ່ງຕົນເອງ ຊ່ວຍເຫຼືອບໍລິສັດເອກະຊົນຫຼົບຫຼີກກົດໝາຍ ແລະ ຮັບສິນບົນ ຫຼາຍກວ່າ 117 ລ້ານຢວນ. ນອກຈາກນີ້ ຍັງມີໂທດປົກປິດ ການເຮັດຜິດກົດໝາຍຂອງພີ່ນ້ອງຕົນເອງ. ສານລະບຸວ່າ ຈໍານວນເງິນສິນບົນ ມີມູນຄ່າສູງ ແລະ ເປັນຄະດີທີ່ສົ່ງຜົນກະທົບຮ້າຍເເຮງຕໍ່ສັງຄົມ ຈຶ່ງຕ້ອງລົງໂທດໜັກ.

ປະຫານຊີວິດ

ແຕ່ເນື່ອງຈາກ ທ້າວຟູ່ເຈີ້ງຫົວ ຍອມຮັບສາລະພາບ ແລະ ໄດ້ໃຫ້ການທີ່ເປັນປະໂຫຍດຕໍ່ການສືບສວນ ຈຶ່ງໃຫ້ເລື່ອນການລົງໂທດປະຫານຊີວິດ ແລະ ລົດໂທດເຫຼືອຈໍາຄຸກຕະຫຼອດຊີວິດ

ທາງດ້ານ ຟູ່ ເຈີ້ງຫົວ ເຄີຍເປັນລັດຖະມົນຕີ ວ່າການກະຊວງຍຸຕິທໍາ ຂອງຈີນ ລະຫວ່າງປີ 2018-2020 ໂດຍໄຕ່ເຕົ້າຂຶ້ນມາຈາກການເປັນເຈົ້າໜ້າທີ່ຕໍາຫຼວດ ສູ່ການເປັນເປັນ​ເລຂາທິການ​ໃຫຍ່​ ກະຊວງຄວາມໝັ້ນຄົງ ແລະ ຍັງເປັນເຈົ້າໜ້າທີ່ ທີ່ມີຊື່ສຽງເລື່ອງການສືບສວນຄະດີ ສໍ້ລາດບັງຫຼວງ ຂອງນັກການເມືອງ ລວມເຖິງການສືບສວນ ເອົາຜິດ ທ້າວ ໂຈວ ຫຍົ່ງຄັງ ໜຶ່ງໃນນັກການເມືອງ ທີ່ມີອິດທິພົນທີ່ສຸດ ໃນຫຼາຍປີທີ່ຜ່ານມາ ໃນຂໍ້ຫາຮັບສິນບົນ.

ປະຫານຊີວິດ

ຢ່າງໃດກໍຕາມ ເມື່ອເດືອນ ຕຸລາ ປີກ່ອນ ເຈົ້າໜ້າທີ່ກວດສອບພາຍໃນ ຂອງພັກຄອມມູນິດຈີນ ອອກມາປະກາດວ່າພວກເຂົາກໍາລັງສອບສວນ ຟູ່ ເຈີ້ງຫົວ ຂໍ້ຫາເຮັດຜິດຮ້າຍແຮງ ແລະ ລະເມີດກົດໝາຍຂອງປະເທດ ກ່ອນທີ່ລາວຈະຖືກປົດຈາກຕໍາແໜ່ງ ແລະ ຖືກໄລ່ອອກຈາກພັກຄອມມູນິດ ເມື່ອເດືອນມີນາ ແລະ ຖືກຈັບກຸມດ້ວຍຂໍ້ຫາ ຄໍຣັບຊັ່ນໃນເດືອນຕໍ່ມາ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ