ຫຍິງ ຄຳສະເຫວີຍ ຜູ້ຊຳນານດ້ານການຖ່າຍພາບ ແລະ ມີສະເໜ່ສະເພາະຕົວ

ການຖ່າຍພາບ

ຫຍິງ ຄຳສະເຫວີຍ ອາຊີບຊ່າງພາບ ເປັນອີກໄວໜຸ່ມຄົນໜຶ່ງ ທີ່ມີຄວາມສາມາດໃນການຖ່າຍພາບມີຄວາມໂດດເດັ່ນ ເປັນເອກະລັກສະເພາະຕົວ, ມັກ ແລະ ຮັກ ໃນການຖ່າຍພາບມາຕັ້ງແຕ່ຍັງນ້ອຍ ຈົນຄ່ອຍໆພັດທະນາມາຈົນກາຍເປັນມືອາຊີບ ສາມາດສ້າງຄວາມສຸກ ແລະ ສ້າງລາຍໄດ້ໃຫ້ແກ່ຕົນເອງໄດ້. ມື້ນີ້ ເຮົາຈະພາມາຮູ້ຈັກກັບຍິງສາວຄົນນີ້ ແລະ ພາຊົມຜົນງານຕ່າງໆ  ທີ່ໜ້າຊົມເຊີຍ ແລະ ໜ້າສົນໃຈໃຫ້ໄດ້ຕິດຕາມນຳກັນ.

1. ແນະນຳຊື່ ແລະ ອາຍຸໃຫ້ແດ່?

ຊື່ ຫຍິງ ຄຳສະເຫວີຍ ອາຍຸ 29 ປີ.

2.ຈຸດເລີ່ມຕົ້ນໃນການຖ່າຍພາບມີຄືແນວໃດ?

ຈຸດເລີ່ມຕົ້ນໃນການຖ່າຍພາບ ແມ່ນເກີດຈາກຄວາມມັກຮັກໃນງານສິລະປະ ແລະ ມັກໃຊ້ຈິນຕະນາການ ໂດຍສະເພາະພາບຖ່າຍ.

3.ໄດ້ຮຽນການຖ່າຍພາບໂດຍສະເພາະເລີຍບໍ່?

ໂດຍສ່ວນຕົວ ພໍ່ເປັນຊ່າງພາບຢູ່ແລ້ວ ຈຶ່ງຄຸ້ນເຄີຍກັບການຖ່າຍພາບມາແຕ່ຍັງນ້ອຍ ພໍເວລາຜ່ານໄປໄດ້ໄລຍະໜຶ່ງ ຈຶ່ງສະແຫວງຫາທັກສະການຖ່າຍໃໝ່ໆ ເພື່ອໃຫ້ທັນກັບຍຸກສະໄໝ ດ້ວຍການໄປຮ່ວມ Work Shop ນຳຊ່າງພາບທັງລາວ ແລະ ໄທ ເພື່ອຮັບຟັງແລກປ່ຽນປະສົບການຂອງແຕ່ລະຄົນໃນສາຍນີ້ ແລະ ໄດ້ມີໂອກາດໄດ້ໄປຮ່ວມງານກັບຮຸ່ນອ້າຍ ເປີດຮັບປະສົບການການຖ່າຍພາບໃໝ່ໆ ເພື່ອມາປັບໃຊ້ກັບ Style ຂອງເຮົາ.

ການຖ່າຍພາບ

4.ປົກກະຕິຖ່າຍຮູບປະເພດໃດ?

ໃນດ້ານການພາບແລ້ວແມ່ນ ຖ່າຍຮູບບຸກຄົນ, ຖ່າຍໂປຣຟາຍ, ແຟຊັ່ນ, ຖ່າຍໂຄສະນາຕ່າງໆ ແລະ ຖ່າຍຮູບຕິດບັດ.

5.ຮັບຖ່າຍງານແບບໃດແດ່?

ຮັບງານຖ່າຍຮູບບຸກຄົນທົ່ວໄປ ທັງໃນ ແລະ ນອກສະຖານທີ່ ຕາມຄວາມຕ້ອງການ ເຊັ່ນ: ງານດອງ, ງານສັງສັນ ແລະ ງານເປີດຕົວສິນຄ້າຕ່າງໆ.

ການຖ່າຍພາບ

6. ສຳລັບເຈົ້າແລ້ວ ການຖ່າຍພາບມີສະເໜ່ແບບໃດ?

ສະເໜ່ຂອງການຖ່າຍພາບສຳລັບມຸມມອງຂອງເຮົາແລ້ວ ກໍຄືແຕ່ລະຮູບທີ່ຖ່າຍ ບໍ່ວ່າຈະເກີດຂຶ້ນດ້ວຍການຖ່າຍແບບຕັ້ງໃຈ ຫຼື ແບບລອງຖ່າຍ ມັນມີຄວາມໝາຍ ມີທີ່ມາ ແລະ ຄຸນຄ່າທາງຈິດໃຈ ສາມາດບອກເລົ່າຫຼາຍໆຢ່າງແທນຄຳເວົ້າໄດ້. ສຳລັບເຮົາແລ້ວຄິດວ່າມັນເປັນອີກໜຶ່ງພາສາ ທີ່ບໍ່ມີສຽງແຕ່ສາມາດເຂົ້າໃຈໄດ້ງ່າຍທີ່ສຸດ.

7. ເຈົ້າມີເອກະລັກແບບໃດໃນການຖ່າຍພາບ?

ເອກະລັກ ທີ່ເຫັນແລ້ວຈື່ເລີຍ ກໍໜ້າຈະເປັນການໃຊ້ແສງສ້າງມິຕິ ແລະ ພາບຖ່າຍບຸກຄົນ ເຊິ່ງເຮົາມັກໃຊ້ທ່າທາງໃນການໂພສທ່າ ເຂົ້າກັບສະລິລະ ແລະ ຄອນເຊັບໃຫ້ມີຄວາມແປກໃໝ່ຢູ່ສະເໝີ ຈົນກາຍເປັນ Signature.

ການຖ່າຍພາບ

8. ການຖ່າຍພາບ ມີຂໍ້ຫຍຸ້ງຍາກ ແລະ ສະບາຍຄືແນວໃດ?

ຂໍ້ຫຍຸ້ງຍາກກໍຄືນອກຈາກການຖ່າຍແລ້ວ ມາຂັ້ນຕອນໃນການແຕ່ງພາບ ແຕ່ງພາບແບບໃດ ບໍ່ໃຫ້ຮູ້ວ່າແຕ່ງພາບ. ຂໍ້ສະບາຍກໍໜ້າຈະແມ່ນຄວາມຊຳນານ ອາດຈະເບິ່ງຄືຊິວໆບາງຄັ້ງໃນສາຍຕາຄົນທົ່ວໄປ ຢາກຈະບອກວ່າບໍ່ມີຫຍັງໄດ້ມາງ່າຍໆເລີຍ ຕ້ອງພັດທະນາຕົນເອງຢູ່ຕະຫຼອດເວລາ.

9. ການຖ່າຍພາບປ່ຽນຊີວິດເຈົ້າຄືແນວໃດ?

ການໄດ້ເຮັດໃນສິ່ງທີ່ມັກ ເປັນກຳໄລຊີວິດ ແລະ ຄວາມສຸກຢ່າງໜຶ່ງ ໄດ້ມຸມມອງ ແລະ ສ້າງຜົນງານຫຼາກຫຼາຍ ຈາກຫຼາຍໆຄົນທີ່ຕ້ອງການຖ່າຍງານ ທີ່ສຳຄັນອາຊີບນີ້ກໍສາມາດດູແລຄອບຄົວ ແລະ ຄົນທີ່ຮັກໄດ້ນຳ.

ການຖ່າຍພາບ
ການຖ່າຍພາບ

ສາມາດຕິດຕາມ ຫຍິງ ໄດ້ທີ່: https://cutt.ly/qCuexVd

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ