ກະຊວງປ້ອງກັນຄວາມສະຫງົບ ປະກາດເລື່ອນຊັ້ນໃຫ້ນາຍຕຳຫຼວດຂັ້ນສູງ

ກະຊວງປ້ອງກັນຄວາມສະຫງົບ

ໃນວັນທີ 23 ກັນຍາ 2022, ກະຊວງປ້ອງກັນຄວາມສະຫງົບ ໄດ້ຈັດພິທີປະກາດເລື່ອນຊັ້ນ ພັນເອກ ຂຶ້ນ ພົນຈັດຕະວາ ແລະ ພັນໂທ ຂຶ້ນ ພັນເອກ ໃຫ້ນາຍຕຳຫຼວດຂັ້ນສູງໃນກຳລັງ ປກສ ຈຳນວນ 30 ສະຫາຍ; ໃນນີ້, ພັນເອກຂຶ້ນ ພົນຈັດຕະວາ 12 ສະຫາຍ ແລະ ຊັ້ນພັນໂທ ຂຶ້ນເປັນພັນເອກ 18 ສະຫາຍ, ເປັນກຽດໃຫ້ການປະດັບຊັ້ນໂດຍ ພົອ ວິໄລ ຫຼ້າຄຳຟອງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງ ປກສ, ມີພະນັກງານຂັ້ນນຳພາ-ບັນຊາອ້ອມຂ້າງກະຊວງເຂົ້າຮ່ວມ.

ກະຊວງປ້ອງກັນຄວາມສະຫງົບ

ທ່ານ ດວງຕາ ຈູມພາວັນ ຜູ້ຊ່ວຍຄະນະຈັດຕັ້ງສູນກາງພັກ ໄດ້ຂຶ້ນຜ່ານລັດຖະດຳລັດ ຂອງປະທານປະເທດແຫ່ງ ສປປ ລາວ ເລກທີ 172-183/ປປທ, ລົງວັນທີ 19 ກັນຍາ 2022 ວ່າດ້ວຍການເລື່ອນຊັ້ນນາຍຕຳຫຼວດ ຊັ້ນພັນເອກ ຂຶ້ນ ພົນຈັດຕະວາ ມີຄື:

  • ພົຈວ ພູນສະຫວັນ ພັນທະເສນາ ຫົວໜ້າກອງບັນຊາການປ້ອງກັນເຄື່ອນທີ່.
  • ພົຈວ ສາຍສະໝອນ ພາລະມີໄຊ ຮອງຫົວໜ້າກົມໃຫຍ່ສັນຕິບານ.
  • ພົຈວ ກອງສະຫວັດ ບຸນລ້ຽງ ຮອງຫົວໜ້າກົມໃຫຍ່ສັນຕິບານ, ພົຈວ ປອ ບົວພັນ ຟອງມະນີ ຫົວໜ້າກອງບັນຊາການ ປກສ ນວ.
  • ພົຈວ ແກ່ນຈັນ ພົມມະຈັກ ຮອງຫົວໜ້າກົມໃຫຍ່ຕຳຫຼວດ, ພົຈວ ອຸດົມ ສີສົງຄາມ ຮອງຫົວໜ້າກົມໃຫຍ່ພະລາທິການ.
  • ພົຈວ ພອນໄຊ ຍົດສົມບັດ ຮອງຫົວໜ້າຫ້ອງວ່າການກະຊວງ ປກສ, ພົຈວ ສີວອນ ໄຊຍະວົງ ຫົວໜ້າກອງບັນຊາການ ປກສ ແຂວງອຸດົມໄຊ.
  • ພົຈວ ອິນສົມ ທຳລະສິນ ຫົວໜ້າກອງບັນຊາການ ປກສແຂວງຫຼວງນ້ຳທາ.
  • ພົຈວ ສົມໝາຍ ພົມມະຈັນ ຫົວໜ້າກອງບັນຊາການ ປກສ ແຂວງສະຫວັນນະເຂດ.
  • ພົຈວ ສີເວີນ ແກ້ວສີວົງສາ ຫົວໜ້າກອງບັນຊາການ ປກສ ແຂວງອັດຕະປື.
  • ພົຈວ ສີເສີດ ສອນດາລາ ຫົວໜ້າກອງບັນຊາການ ປກສ ແຂວງສາລະວັນ.
ກະຊວງປ້ອງກັນຄວາມສະຫງົບ

ພ້ອມທັງໄດ້ຜ່ານ ດໍາລັດຂອງນາຍົກລັດຖະມົນຕີ ສະບັບເລກທີ 303-320/ນຍ, ລົງວັນທີ 2 ກັນຍາ 2022 ວ່າດ້ວຍການເລື່ອນຊັ້ນນາຍຕຳຫຼວດ ພັນໂທ ຂຶ້ນເປັນ ຊັ້ນພັນເອກ ໃນນີ້ມີ:

  • ພັອ ຄອນສະຫວັນ ເຄນສຸວັນ ຮອງຫົວໜ້າກົມກໍ່ສ້າງກຳລັງ ກົມໃຫຍ່ການເມືອງ ປກສ.
  • ພັອ ວັນໄຊ ຈັນທະສຸກ ຮອງຫົວໜ້າກົມພະນັກງານ ກົມໃຫຍ່ການເມືອງ ປກສ.
  • ພັອ ບົວສີ ເພັດສີຄາມ ຮອງຫົວໜ້າກົມເຕັກນິກສະເພາະ ກົມໃຫຍ່ສັນຕິບານ.
  • ພັອ ບຸນຊູ ສິມມະນີວົງ ຮອງຫົວໜ້າກົມສືບສວນ-ສອບສວນຄະດີການເມືອງ ກົມໃຫຍ່ສັນຕິບານ.
  • ພັອ ເພັດດາວົງ ແກ້ວກັນຍາ ຮອງຫົວໜ້າກົມຕຳຫຼວດກວດຄົນເຂົ້າ-ອອກເມືອງ ກົມໃຫຍ່ສັນຕິບານ.
  • ພັອ ໄຊຍະພອນ ພົມມະບຸດ ຮອງຫົວໜ້າກົມຕ້ານນັກສືບ ກົມໃຫຍ່ສັນຕິບານ.
  • ພັອ ວຽງຄອນ ໄຊຍະສີ ຮອງຫົວໜ້າກົມຕຳຫຼວດນິຕິວິທະຍາ ກົມໃຫຍ່ຕຳຫຼວດ.
ກະຊວງປ້ອງກັນຄວາມສະຫງົບ

ຂໍ້ມູນຈາກ: https://cutt.ly/VVEp4p7

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ