ລະວັງ! ທ່ານອາດຖືກມິດສາຊີບຫຼອກລວງໃຫ້ກູ້ຢືມເງິນອອນລາຍ


ເມື່ອບໍ່ດົນມານີ້ ທະນາຄານຢູ່ລາວເຮົາຈຳນວນໜຶ່ງ ໄດ້ອອກມາປະກາດແຈ້ງເຕືອນໄພອັນຕະລາຍກ່ຽວກັບມິດສາຊີບໄດ້ແອບອ້າງເອົາຮູບພາບ ແລະ ບັດຂອງພະນັກງານທະນາຄານ ໄປເຄື່ອນໄຫວສ້າງບັນຊີ  Facebook ປອມ ເພື່ອຫຼອກລວງໃຫ້ຫຼົງເຊື່ອກ່ຽວກັບການກູ້ຢືມເງິນທະນາຄານດ້ວຍຊ່ອງທາງອອນລາຍ ໂດຍໃຫ້ລາຍລະອຽດວ່າ ສາມາດກູ້ໄດ້ງ່າຍ, ດອກເບ້ຍຕ່ຳ, ໃຊ້ເອກະສານໜ້ອຍ, ບໍ່ມີຫຼັກຊັບຄ້ຳປະກັນ, ອະນຸມັດໄວ ເຊິ່ງຖ້າຫາກມີຄົນຫຼົງເຊື່ອ ກໍຈະໃຫ້ຂໍ້ມູນສ່ວນຕົວແກ່ກຸ່ມມິດສາຊີບ ແລະ ພວກເຂົາຈະຊັກຊວນໃຫ້ໂອນເງິນຄ່າທຳນຽມເພື່ອກູ້ເງິນໃຫ້ກ່ອນ ສຸດທ້າຍມິດສາຊີບກໍຈະຫາຍຕົວໄປພ້ອມກັບເງິນຄ່າທຳນຽມ ກວ່າທີ່ເຮົາຈະຮູ້ຕົວກໍອາດເສຍຊັບສິນໄປແລ້ວ. ສະນັ້ນ, ເຮົາຈະມີວິທີຮູ້ໄດ້ແນວໃດວ່າໃຜເປັນມິດສາຊີບ?, ຈະມີວິທີປ້ອງກັນແນວໃດກ່ອນໃຫ້ຂໍ້ມູນສ່ວນຕົວ? ແລະ ຈະກູ້ຢືມເງິນແນວໃດຈຶ່ງເອີ້ນວ່າປອດໄພ? ມື້ນີ້ພວກເຮົາມີຂໍ້ມູນມາຝາກ.

ທ່ານກຳລັງຕິດຕໍ່ກັບກຸ່ມມິດສາຊີບຢູ່ຫຼືບໍ່? ຖ້າຢາກຮູ້ ຈະມີວິທີສັງເກດແນວໃດ?

  1. ສັງເກດບັນຊີ Facebook ປອມໃຫ້ດີ

ສ່ວນຫຼາຍເປັນບັນຊີທີ່ຫາກໍສ້າງຂຶ້ນໃໝ່, ແອບອ້າງໃຊ້ຊື່ ແລະ ໂລໂກ້ຂອງທະນາຄານໃດໜຶ່ງ, ປະຫວັດການເຄື່ອນໄຫວບໍ່ມີຂໍ້ມູນຂ່າວສານອັບເດດ ມີພຽງແຕ່ຊັກຊວນໃຫ້ກູ້ເງິນອອນລາຍ, ການນໍາໃຊ້ຄຳສັບພາສາລາວມີຄວາມແປກ ຄ້າຍຄືກັບແປມາຈາກ Google Translate, ມັກຈະລົງຮູບຕັດຕໍ່ພະນັກງານໃນຊຸດເຄື່ອງແບບ ແລະ ລົງຮູບບັດພະນັກງານ ເພື່ອໃຫ້ເຫຍື່ອຕາຍໃຈ, ມັກຈະໃຫ້ຕິດຕໍ່ຜ່ານ WhatsApp ແລະ ເບີທີ່ໃຫ້ແມ່ນເປັນເບີມືຖື ທີ່ບໍ່ແມ່ນເບີດຽວກັນກັບເວັບໄຊທາງການຂອງທະນາຄານລົງໄວ້, ບັນຊີ Page ຂອງທະນາຄານຖືກປ່ຽນຊື່ໃໝ່ ຫຼື ສ້າງຂຶ້ນໃໝ່ເລື້ອຍໆ. 

ຕົວຢ່າງບັນຊີ Facebook ປອມ:

  1. ຍື່ນເອກະສານຂໍກູ້ຢືມທາງອອນລາຍ

ທັນທີທີ່ທ່ານໄດ້ເຫັນປະໂຫຍກນີ້ ໃຫ້ຕັ້ງຂໍ້ສົງໄສໄວ້ກ່ອນເລີຍວ່າ ທ່ານອາດກຳລັງລົມກັບມິດສາຊີບແລ້ວ ເພາະການກູ້ຢືມເງິນຈາກສະຖາບັນການເງິນໃດໜຶ່ງຢູ່ ສປປ ລາວ ຈະຕ້ອງມີເອກະສານຂໍ້ມູນສ່ວນຕົວຂອງຜູ້ກູ້ຢຶມ ລວມທັງຫຼັກຊັບຄ້ຳປະກັນ ແລະ ຈະຕ້ອງຕິດຕໍ່ພົວພັນກັບທະນາຄານ ຫຼື ສະຖາບັນການເງິນນັ້ນໆ ເພື່ອຢັ້ງຢືນວ່າຜູ້ສະເໜີຂໍກູ້ຢືມມີຕົວຕົນຢູ່ຈິງ. ຂໍ້ນີ້ລະວັງໃຫ້ດີ ຢ່າໃຫ້ຂໍ້ມູນສ່ວນຕົວຂອງທ່ານໄປໂດຍງ່າຍດາຍ ເຊັ່ນ:​ ຊື່ ແລະ ນາມສະກຸນ, ເບີໂທຕິດຕໍ່, ເລກບັນຊີທະນາຄານ, ຮູບຖ່າຍບັດປະຈຳຕົວ ແລະ ເອກະສານອື່ນໆ ເພາະຂໍ້ມູນຂອງທ່ານ ກຳລັງຕົກຢູ່ໃນມືຂອງມິດສາຊີບ ແລະ ຂໍ້ມູນສ່ວນຕົວຂອງທ່ານອາດຖືກນໍາໃຊ້ໄປຕົວະຍົວະຫຼອກລວງຄົນອື່ນຕໍ່.

  1. ບໍ່ມີຫຼັກຊັບຄ້ຳປະກັນ ແຕ່ມີຄ່າທຳນຽມທີ່ຕ້ອງຈ່າຍ

ໂດຍສ່ວນໃຫຍ່ແລ້ວ ທຸກການກູ້ຢືມຜ່ານທະນາຄານ ຫຼື ສະຖາບັນການເງິນ ຕ້ອງມີຫຼັກຊັບ ຫຼື ອາດເປັນເງິນເດືອນຄ້ຳປະກັນ ອີງຕາມລະບຽບການສະເພາະຂອງແຕ່ລະທະນາຄານ. ດັ່ງນັ້ນ, ຖ້າທ່ານພົບເຫັນການກູ້ຢືມທີ່ບໍ່ມີຫຼັກຊັບຄ້ຳປະກັນໃດໆ ຂໍໃຫ້ທ່ານສົງໄສໄວ້ກ່ອນເລີຍວ່າ ແມ່ນຖືກກຸ່ມມິດສາຊີບຊັກຊວນໃຫ້ທ່ານຈ່າຍຄ່າທຳນຽມແທນການນໍາໃຊ້ຫຼັກຊັບຄ້ຳປະກັນແລ້ວ. ຂັ້ນຕອນນີ້ສຳຄັນ ເມື່ອລໍ້ລວງທ່ານຈົນມາຮອດນີ້ ຖືວ່າຂະບວນການໃກ້ສຳເລັດແລ້ວ, ຕໍ່ໄປແມ່ນທ່ານຕ້ອງໂອນຄ່າທຳນຽມໄປໃຫ້ພວກເຂົາກ່ອນ ຈຶ່ງຈະອະນຸມັດເງິນກູ້ໃຫ້ ໂດຍຄ່າທຳນຽມທີ່ພົບເຫັນສ່ວນໃຫຍ່ແມ່ນປະມານ 7% ຂອງມູນຄ່າກູ້ຢືມ (ຍົກຕົວຢ່າງ: ສະເໜີຂໍກູ້ 75.000.000 ລ້ານກີບ ຄ່າທຳນຽມທີ່ຕ້ອງໂອນກ່ອນແມ່ນ 5.250.000 ກີບ) ແລະ ເລກບັນຊີທະນາຄານທີ່ພວກມິດສາຊີບໃຫ້ມາ ຈະເປັນເລກບັນຊີຂອງທະນາຄານອື່ນ ເຊິ່ງບໍ່ແມ່ນທະນາຄານທີ່ມິດສາຊີບປອມຕົວແອບແຝງ. ມາຮອດຂັ້ນຕອນນີ້ ຖ້າທ່ານບໍ່ກວດສອບໂດຍລະອຽດ ແລະ ກົດໂອນໄວ ແນ່ນອນວ່າທ່ານຈະກາຍເປັນເຫຍື່ອຂອງມິດສາຊີບທັນທີ! ສຸດທ້າຍ, ກວ່າທີ່ທ່ານຈະຮູ້ຕົວອີກເທື່ອໜຶ່ງ ກໍບໍ່ສາມາດຕິດຕໍ່ພວກມິດສາຊີບໄດ້ແລ້ວ.

ແລ້ວຖ້າຢາກກູ້ຢືມເງິນແບບປອດໄພ ຈະຕ້ອງເຮັດແນວໃດ?

    ເມື່ອມີຈຸດປະສົງຢາກກູ້ຢືມເງິນ ໂດຍຫຼີກເວັ້ນຄວາມສ່ຽງຕົກເປັນເຫຍື່ອເງິນກູ້ອອນລາຍຈາກກຸ່ມມິດສາຊີບ ໃຫ້ປະຕິບັດດັ່ງນີ້:

  1. ເຂົ້າພົບ ຫຼື ຕິດຕໍ່ໂດຍກົງກັບທະນາຄານ ຫຼື ສະຖາບັນການເງິນ ຜ່ານຊ່ອງທາງທີ່ເປັນທາງການເທົ່ານັ້ນ;
  2. ຍັງບໍ່ມີທະນາຄານ ຫຼື ສະຖາບັນການເງິນໃດ ໄດ້ຮັບອະນຸຍາດດຳເນີນການກູ້ຢືມເງິນແບບອອນລາຍຢູ່ ສປປ ລາວ. ດັ່ງນັ້ນ, ໃຫ້ຫຼີກເວັ້ນທຸກການໃຫ້ຂໍ້ມູນສ່ວນຕົວເພື່ອຂໍກູ້ຢືມເງິນອອນລາຍແກ່ກຸ່ມມິດສາຊີບ ເພາະທ່ານອາດຕົກເປັນເຫຍື່ອ ແລະ ຖືກນໍາໃຊ້ຂໍ້ມູນສ່ວນຕົວ ໄປເຮັດໃນສິ່ງທີ່ຜິດກົດໝາຍ.
  3. ມີສະຕິລະວັງຕົວ, ເມື່ອບໍ່ແນ່ໃຈ ໃຫ້ກວດສອບຂໍ້ມູນລະອຽດ ແລະ ໂທສອບຖາມກັບທະນາຄານ ຫຼື ສະຖາບັນການເງິນໂດຍກົງ.
  4. ນອກນັ້ນ, ເພື່ອຮັບປະກັນວ່າທ່ານກຳລັງພົວພັນກັບທະນາຄານ ຫຼື ສະຖາບັນການເງິນທີ່ມີຕົວຕົນ ໃຫ້ກວດສອບວ່າທະນາຄານ ຫຼື ສະຖາບັນການເງິນ ທີ່ທ່ານກຳລັງຕິດຕໍ່ພົວພັນຢູ່ນັ້ນ ໄດ້ຮັບອະນຸຍາດສ້າງຕັ້ງຖືກກົດໝາຍຫຼືບໍ່? ເຊິ່ງທ່ານສາມາດກວດໄດ້ທີ່ https://bit.ly/42xYkBV ສຳລັບລາຍຊື່ທະນາຄານ ແລະ https://bit.ly/41wkqU5 ສຳລັບລາຍຊື່ສະຖາບັນການເງິນ ທີ່ໄດ້ຮັບອະນຸຍາດຖືກຕ້ອງຕາມກົົດໝາຍ.

ແຫຼ່ງຂໍ້ມູນອ້າງອີງ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/