Trevor Jacob ຈົງໃຈເຮັດເຮືອບິນຕົກເອີ້ນຍອດວິວ ສ່ຽງຕິດຄຸກດົນຮອດ 20 ປີ


Trevor Daniel Jacob ເປັນ YouTuber, ນັກກິລາສະໂນບອດ, ນັກກິລາເອັກຕຣີມ ແລະ ເປັນນັກບິນ ໃນປີ 2014 ລາວໄດ້ເປັນຕົວແທນຂອງອາເມຣິກາໄປແຂ່ງສະໂນບອດໃນໂອລິມປິກລະດູໜາວ ຈາກນັ້ນກໍເລີ່ມຜັນຕົນເອງມາເປັນ YouTuber ໂດຍຈະເຮັດຄອນເທັນກ່ຽວກັບການໂດດຈ້ອງ, ຂັບເຮືອບິນ ແລະ ສະໂນບອດ ໂດຍມີຜູ້ຕິດຕາມຫຼາຍກວ່າ 100.000 ຄົນ.

ເມື່ອວັນທີ 12 ພຶດສະພາ 2023 ທີ່ຜ່ານມາ ສຳນັກງານຂ່າວຕ່າງປະເທດໄດ້ລາຍງານວ່າ ໃນວິດີໂອຂອງ Trevor Daniel Jacob ທີ່ມີ່ຊື່ “I crashed my airplane” ເຊິ່ງມີຜູ້ເຂົ້າຮັບຊົມຫຼາຍກວ່າ 3 ລ້ານຄົນ ໂດຍໃນວິດີໂອເບິ່ງຄືວ່າ Trevor Daniel Jacob ຈະພົບບັນຫາທາງດ້ານເຄື່ອງຈັກ ໃນຕອນທີ່ກຳລັງບິນຢູ່ເໜືອທາງຕອນໃຕ້ຂອງ ລັດແຄລິຟໍເນີຍ.

ໂດຍໃນວິດີໂອ Trevor Daniel Jacob ໄດ້ດີດຕົນເອງອອກຈາກເຮືອບິນ ພ້ອມກັບໄມ້ເຊວຟີ ແລະ ໂດດຈ້ອງລົງໄປໃນປ່າສະຫງວນແຫ່ງຊາດ ຈາກນັ້ນເຂົາກໍຖ່າຍທຳຕົນເອງທີ່ກຳລັງເດີນປ່າ ຈົນພົບກັບຊາກເຮືອບິນໃນທີ່ສຸດ ໂດຍທີ່ກ້ອງທີ່ຕິດຕັ້ງຢູ່ທົ່ວເຮືອບິນເຜີຍໃຫ້ເຫັນວ່າ ມັນສູນເສຍການຄວບຄຸມ ແລະ ຕົກລົງໃນພື້ນທີ່ປ່າສະຫງວນ. ສຸດທ້າຍວິດີໂອນີ້ກໍກາຍເປັນບັນຫາ ເມື່ອມີຜູ້ຊົມຈຳນວນຢ່າງຫຼວງຫຼາຍບໍ່ເຊື່ອວ່າເຫດການໃນເທື່ອນີ້ເປັນອຸບັດຕິເຫດ ໂດຍຕັ້ງຂໍ້ສົງໄສວ່າ Trevor Daniel Jacob ໄດ້ສ່ວມໃສ່ເສື້ອຊູຊີບໄວ້ແລ້ວ ແລະ ບໍ່ໄດ້ສະແດງຄວາມພະຍາຍາມທີ່ຈະນຳເຄື່ອງລົງຈອດແຕ່ຢ່າງໃດ. ຫຼັງຈາກວິດີໂອນີ້ກາຍເປັນກະແສ ສຳນັກງານໄອຍະການຂອງອາເມຣິກາ ປະຈຳເຂດເຊັນທັນແຄລິຟໍເນຍ ກໍຕັ້ງຂໍ້ສັງເກດວ່າ “ລາວບໍ່ໄດ້ຕັ້ງໃຈໄປເຖິງຈຸດໝາຍປາຍທາງຕັ້ງແຕ່ທຳອິດແລ້ວ ແຕ່ລາວຈົງໃຈວາງແຜນທີ່ຈະດີດຕົນເອງອອກຈາກເຮືອບິນຕອນທີ່ກຳລັງບິນຢູ່ ເພື່ອຕ້ອງການບັນທຶກວິດີໂອຕອນໂດດຈ້ອງລົງໄປພື້ນ ແລະ ບັກທຶກພາບເຮືອບິນທີ່ກຳລັງຕົກ”

ຫຼາຍອາທິດທີ່ຜ່ານມາ ເຈົ້າໜ້າພະຍາຍາມຄົ້ນຫາ ແລະ ດຳເນີນການສືບສວນຫາສາເຫດຂອງການຕົກຂອງເຮືອບິນ ແລະ ສັ່ງໃຫ້ Trevor Daniel Jacob ເກັບຮັກສາຊາກເຮືອບິນໄວ້ ແຕ່ວ່າ Trevor Daniel Jacob ໄດ້ຕົວະເຈົ້າໜ້າທີ່ວ່າບໍ່ຮູ້ວ່າເຮືອບິນຕົກຢູ່ຕຳແໜ່ງໃດ ແຕ່ໃນຄວາມເປັນຈິງ Trevor Daniel Jacob ແລະ ໝູ່ໆໄດ້ໄປກູ້ຊາກເຮືອບິນອອກຈາກປ່າເປັນຮຽບຮ້ອຍກ່ອນທີ່ຈະນຳໄປຖິ້ມໃນຖັງຂີ້ເຫຍື້ອອ້ອມສະໜາມບິນເມືອງ ລອມພອກ.

ຫຼ້າສຸດທາງ Trevor Daniel Jacob ກໍໄດ້ຍອມຮັບກັບເຈົ້າໜ້າທີ່ວ່າ ຈົງໃຈຂັດຂວາງ ແລະ ຕົວະເຈົ້າໜ້າທີ່ຂອງລັດຖະບານກາງ ຕະຫຼອດຈົນໄປຮອດຜູ້ກວດສອບຄວາມປອດໄພດ້ານການບິນຂອງ FAA ເຊິ່ງຂໍ້ຫາທຳລາຍ ແລະ ເຊື່ອງຫຼັກຖານ ໂດຍມີເຈຕະນາຂັດຂວາງການສອບສວນຂອງລັດຖະບານກາງ ຖືເປັນຄວາມຜິດທາງອາຊະຍາກຳ ເຊິ່ງມີໂທດຈຳຄຸກດົນຮອດ 20 ປີ.

ຂອບໃຈຂໍ້ມູນຈາກ

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/