ຢູ່ບໍ່ໄດ້! 4 ເດືອນທຳອິດຂອງປີນີ້ ບໍລິສັດໃນອາເມຣິກາ ລົ້ມລະລາຍ 236 ແຫ່ງ ຫຼາຍສຸດນັບຕັ້ງແຕ່ປີ 2010


ໃນໄລຍະ​ 4 ເດືອນທຳອິດຂອງປີ 2023 ບໍລິສັດໃນອາເມຣີກາຍື່ນຂໍລົ້ມລະລາຍໄປ 236 ບໍລິສັດ ກາຍເປັນສະຖິຕິທີ່ສູງນັບຕັ້ງແຕ່ປີ 2010 ເມື່ອທຽບກັນກັບໄລຍະດຽວກັນ ໂດຍທຸລະກິດ ສິນຄ້າຟຸມເຟືອຍເປັນພາກທຸລະກິດທີ່ລົ້ມລະລາຍຫຼາຍທີ່ສຸດ ຮອງລົງມາຄືອຸດສາຫະກຳການຜະລິດ.

ຜົນກະທົບຈາກການຂຶ້ນອັດຕາດອກເບ້ຍໄປສູ່ລະດັບສູງສຸດໃນຮອບຫຼາຍທົດສະວັດ ແລະ ອັດຕາເງິນເຟີ້ທີ່ຮ້ອນແຮງ ເຮັດໃຫ້ມີການຍື່ນລົ້ມລະລາຍຂອງບໍລິສັດໃນອາເມຣິກາ ເພີ່ມຂຶ້ນຢູ່ໃນລະດັບສູງໃນຮອບຫຼາຍກວ່າ 20 ປິ ນັບເປັນສັນຍານວ່າຍຸກດອກເບ້ຍໄດ້ສິ້ນສຸດລົງແລ້ວ.

ຕາມຂໍ້ມູນຈາກ S&P Global Market Intelligence ໄດ້ອອກມາເປີດເຜີຍວ່າ ໃນໄລຍະ 4 ເດືອນທຳອິດຂອງປີ 2023 ມີບໍສັດໃນອາເມຣິກາໄດ້ມີການຂໍຍື່ນລົ້ມລະລາຍຮອດ 236 ບໍລິສັດ ສູງສຸດນັບຕັ້ງແຕ່ປີ 2010 ແລະ ສູງກວ່າປີ 2022 ເປັນເທົ່າຕົວ ເຖິງແມ່ນວ່າການຍື່ນລົ້ມລະລາຍໃນເດືອນເມສາ 2023 ຈະຊ້າລົງແລ້ວຈາກທີ່ຂຶ້ນສູງໃນເດືອນ ມີນາ 2023 ໃນໄລຍະ 4 ເດືອນທຳອິດຂອງປີ 2023 ມີບໍລີສັດທີ່ເປັນໜີ້ຫຼາຍກວ່າ 1.000 ລ້ານໂດລາ ຮອດ 8 ແຫ່ງໄດ້ຍື່ນລົ້ມລະລາຍ ໂດຍທີ່ບໍລິສັດສິນຄ້າຟຸມເຟືອຍ ຕ້ອງການທີ່ຈະໃຊ້ການຕັດສິນໃຈການຊື້ (Consumer Discretionary) ຄືພາກສ່ວນທີ່ຍື່ນຂໍລົ້ມລະລາຍສູງກວ່າພາກສ່ວນໃນໄລຍະ 4 ເດຶອນທຳອິດຂອງປີ 2023.

ທາງດ້ານບໍລິສັດ Bed Bath & Beyond Inc. ກໍເປັນໜຶ່ງໃນບໍລິສັດທີ່ອອກມາຍື່ນຟ້ອງລົ້ມລະລາຍ ເມື່ອວັນທີ 23 ເມສາ 2023 ທີ່ຜ່ານມາ ໂດຍບໍລິສັດມີແຜນຈະຂາຍຊັບສິນຂອງບໍລິສັດ ແລະ ວາງແຜນປິດຮ້ານຄ້າເກືອບ 500 ແຫ່ງຕາມການເປີດເຜີຍຂອງບໍລິສັດ. ສ່ວນການຍື່ນລົ້ມລະລາຍທີ່ໂດດເດັ່ນກວ່າໝູ່ແມ່ນບໍລິສັດ Virgin Orbit Holdings Inc. ໄດ້ຍື່ນລົ້ມລະລາຍໃນວັນທີ 4 ເມສາ 2023 ທີ່ຜ່ານມາ ເພື່ອຫາຜູ້ຊື້ ເນື່ອງຈາກບໍລິສັດບໍ່ສາມາດລະດົມເງິນໄດ້ພຽງພໍເພື່ອຈະດຳເນີນກິດຈະການຕໍ່ໄປ ຕາມການເປີດເຜີຍຂອງບໍລິສັດ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/