ເຂົ້າຫ້ອງນ້ຳຟຣີ! ດານັງ ສສ ຫວຽດນາມ ສົ່ງເສີມການທ່ອງທ່ຽວໃຫ້ແຂງແຮງ ໂດຍການໃຫ້ໃຊ້ບໍລິການຫ້ອງນ້ຳຟຣີ


“ດານັງ” ປະເທດຫວຽດນາມ ຈະພັດທະນາດ້ານທ່ອງທ່ຽວການບໍລິການໃຫ້ເຕີບໃຫຍ່ແຂງແຮງ ໂດຍເນັ້ນການບໍລິການຫ້ອງນ້ຳເປັນຫຼັກ ເຊິ່ງຈະບໍ່ມີຄ່າບໍລິການໃດໆ ໃນສະຖານທີ່ສາທາລະນະ ເພື່ອເປັນການສົ່ງເສີມເສດຖະກິດການທ່ອງທ່ຽວໃຫ້ເຂັ້ມແຂງ.

ຫວຽດນາມໄດ້ຟື້ນຟູໂຄງການໃຫ້ບໍລິການຫ້ອງນ້ຳຟຣີ ໂດຍໄດ້ລວບລວມຮ້ານຄ້າຕ່າງໆໃນທ້ອງຖິ່ນທີ່ອະນຸຍາດໃຫ້ປະຊາຊົນທົ່ວໄປ ສາມາດເຂົ້າໃຊ້ຫ້ອງນ້ຳຂອງທາງຮ້ານໄດ້ໂດຍບໍ່ຄິດຄ່າໃຊ້ຈ່າຍ. ໃນເບື້ອງຕົ້ນ Le Tu Gia Thanh ຫົວໜ້າ ເຂດ Hai Chau ໄດ້ກ່າວວ່າ ທາງການໄດ້ຮ້ອງຂໍຮ້ານຕ່າງໆກວ່າ 500 ແຫ່ງ ເຊັ່ນ: ຮ້ານອາຫານ ແລະ ຮ້ານກາເຟ ໃຫ້ເປີດຫ້ອງນ້ຳໃຫ້ປະຊາຊົນທົ່ວໄປໄດ້ໃຊ້ຟຣີ ເຊິ່ງກິດຈະກຳດັ່ງກ່າວເປັນສ່ວນໜຶ່ງຂອງໂຄງການ ‘Comfort As Home’ ແລະ ມີຮ້ານຄ້າທີ່ຕົກລົງເຂົ້າຮ່ວມໂຄງການແລ້ວ 288 ແຫ່ງ.

ສຳລັບຮ້ານຄ້າທີ່ເຂົ້າຮ່ວມໂຄງການຈະມີປ້າຍ ຫຼື ເຄື່ອງໝາຍ ‘Comfort As Home’ ຕິດຢູ່ທີ່ໜ້າຮ້ານ ໂດຍນັກທ່ອງທ່ຽວ ແລະ ປະຊາຊົນໃນພື້ນທີ່ສາມາດເຂົ້າໃຊ້ຫ້ອງນ້ຳໄດ້ຟຣີ ລວມທັງສາມາດດາວໂຫຼດແອັບ ເພື່ອຄົ້ນຫາຫ້ອງນ້ຳທີ່ຢູ່ບໍລິເວນໃກ້ຄຽງໄດ້. ທາງຖະໜົນຫົນທາງ ການຈະລາຈອນໜາແໜ້ນທາງການໄດ້ຕັ້ງປ້າຍທີ່ຂະໜາດໃຫຍ່ ເພື່ອບອກທິດທາງຂອງຮ້ານທີ່ໃຫ້ບໍລິການຫ້ອງນ້ຳຟຣີ ພ້ອມອະນຸມັດໃຫ້ຮ້ານໂຄສະນາໄດ້ໂດຍບໍ່ມີຄ່າໃຊ້ຈ່າຍ.

ທາງໂຄງການ ‘Comfort As Home’ ເລີ່ມຕົ້ນຂຶ້ນໃນປີ 2015 ແຕ່ວ່າໄດ້ຢຸດຊົ່ວຄາວໄປ ເມື່ອຫຼາຍປີຜ່ານມາ ເຊິ່ງເຂດ Hai Chau ມີຫ້ອງນໍ້າສາທາລະນະພຽງ 8 ແຫ່ງ ເທົ່ານັ້ນ,​ ຫຼ້າສຸດ ເຂດ Son Tra ຂອງນະຄອນດານັງ ໄດ້ເຊີນຮ້ານກວ່າ 50 ແຫ່ງ ເພື່ອເຂົ້າຮ່ວມໂຄງການທີ່ຄ້າຍກັນອີກດ້ວຍ.

ຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/