Linda Yaccarino CEO ຄົນໃໝ່ທີ່ຈະເຂົ້າມາດູແລ Twitter ແທນ Elon Musk


ໃນເຊົ້າຂອງມື້ນີ້ Elon Musk ໄດ້ໂພສໃນ Twitter ວ່າ Linda Yaccarino, ອະດີດຫົວໜ້າຝ່າຍໂຄສະນາຂອງ NBCUniversal ຈະເຂົ້າມາສືບຕໍ່ໃນການດູແລແພລັດຟອມຂອງເຂົາທີ່ກຳລັງປະສົບກັບບັນຫາການເງິນຢູ່ໃນຂະນະນີ້ ໂດຍຈະເລີ່ມເຮັດວຽກໃນອີກ 6 ອາທິດນັບຈາກນີ້. ຢ່າງໃດກໍຕາມ Elon ຈະຍັງຄົງມີສ່ວນຮ່ວມໃນຖານະ Chief Technology Officer (CTO).

Yaccarino ໄດ້ປະກາດໃນມື້ວັນສຸກທີ່ຜ່ານມາ ວ່າກໍາລັງຈະລາອອກຈາກຕໍາແໜ່ງປະທານ Global Advertising & Partnerships ຢູ່ NBCU.

ເຊິ່ງກ່ອນໜ້ານັ້ນ, Yaccarino ໄດ້ໃຊ້ເວລາເກືອບ 20 ປີຢູ່ Turner ໂດຍມີຕຳແໜ່ງເປັນຮອງປະທານຝ່າຍໂຄສະນາ. ໃນປີ 2018, Yaccarino ໄດ້ຖືກແຕ່ງຕັ້ງໂດຍອະດີດປະທານາທິບໍດີ Donald Trump ໃຫ້ດຳລົງຕໍາແໜ່ງ President’s Council on Sports, Fitness and Nutrition.

ຫຼ້າສຸດ Yaccarino ກໍໄດ້ຖືກແຕ່ງຕັ້ງຈາກ Elon ໃຫ້ເຂົ້າມາເປັນ CEO ຄົນໃໝ່ຂອງ Twitter.

ໂດຍຜົນງານຂອງ Yaccarino ມີຄວາມໂດດເດັ່ນຫຼາຍໃນການຮ່ວມມືຢ່າງໃກ້ຊິດກັບບໍລິສັດໃຫຍ່, ການຊອກຫາໂອກາດການຈັດວາງຜະລິດຕະພັນ ແລະ ຊັກຊວນໃຫ້ເຂົາເຈົ້າດໍາເນີນການໂຄສະນາຄຽງຄູ່ກັບລາຍການໂທລະພາບທີ່ມີຊື່ສຽງ.

ນອກຈາກນີ້ Yaccarino ຍັງໄດ້ສ້າງຄວາມສໍາພັນທີ່ດີກັບສື່ໃໝ່ໆເຊັ່ນ: Apple News, Snapchat ແລະ YouTube.

ເອີ້ນໄດ້ວ່າເປັນເລື່ອງທີ່ສະຫຼາດທີ່ຈະວາງໃຫ້ຜູ້ບໍລິຫານໂຄສະນາທີ່ມີຊື່ສຽງ ແລະ ຄວາມສາມາດທີ່ກົງກັບສາຍງານ ເຮັດໃຫ້ Elon ແນມເຫັນວ່າ Yaccarino ອາດຈະເຂົ້າມາຊ່ວຍຍົກລະດັບໃຫ້ Twitter ກັບມາດີຂຶ້ນ.

ດັ່ງນັ້ນ Elon ຈຶ່ງໄດ້ເລືອກໃຫ້ Yaccarino ເຂົ້າມາເປັນຜູ້ນໍາຂອງ Twitter ແລະ ຕົວ Elon ເອງກໍເຂົ້າໄປດຳລົງຕຳແໜ່ງ CTO ເພື່ອຮັບຜິດຊອບທີມງານທີ່ກ່ຽວຂ້ອງກັບການພັດທະນາລະບົບ ແລະ ເທັກໂນໂລຢີຕ່າງໆເພື່ອສ້າງເທັກໂນໂລຢີ ຫຼື ນະວັດຕະກໍານັ້ນເກີດຂຶ້ນຈິງ. ເວົ້າໄດ້ວ່າຕໍາແໜ່ງນີ້ຖືວ່າມີຄວາມສໍາຄັນຫຼາຍສໍາລັບແພລັດຟອມ Social Media.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/