ຊົມເຊີຍ! ໄວໜຸ່ມຈາກ ສປປ ລາວ ຄວ້າ 5 ຮາງວັນ ຈາກການແຂ່ງຂັນປະກວດ ຄວາມຄິດສ້າງສັນ ແລະ ນະວັດຕະກໍາ ICIA 2023 ປະເທດອິນໂດເນເຊຍ


ໃນຕົ້ນເດືອນພຶດສະພາທີ່ຜ່ານມາ ໄວໜຸ່ມລາວຈາກໂຮງຮຽນ International School of Laos-Nongbone Campus ໄດ້ສົ່ງຕົວແທນໄວໜຸ່ມໄປແຂ່ງຂັນປະກວດຄວາມຄິດສ້າງສັນ ແລະ ນະວັດຕະກໍາ International ICIA ປະເທດອິນໂດເນເຊຍ ແລະ ເຮັດຜົນງານໄດ້ຢ່າງໂດດເດັ່ນຈົນສາມາດຍາດມາໄດ້ທັງໝົດ 5 ຮາງວັນໃນການແຂ່ງຂັນຄັ້ງນີ້.

ໂດຍງານ International ICIA Creativity & Innovation ຈະເປັນການແຂ່ງຂັນປະກວດ ຄວາມຄິດສ້າງສັນ ແລະ ນະວັດຕະກໍາ ຂອງໄວໜຸ່ມເພື່ອແກ້ໄຂບັນຫາຕ່າງໆທີ່ເກີດຂຶ້ນ ເຊິ່ງຈະເປັນການແຂ່ງຂັນກັນທັງໝົດ 3 ປະເພດປະກອບມີ: Innovation Award, Innovation Challenge ເເລະ KIA (Inventor Wannabe). ແລະ ມີປະເທດເຂົ້າຮ່ວມແຂ່ງຂັນກັນທັງໝົດ 15 ປະເທດ.

ເຊິ່ງໃນການແຂ່ງຂັນຄັ້ງນີ້ ໂຮງຮຽນ International School of Laos-Nongbone Campus ໄດ້ສົ່ງຜູ້ເຂົ້າແຂ່ງຂັນທັງໝົດ 4 ຄົນໄດ້ແກ່: Phonsena Chanthavong, William Phanitchaleun, Phonesavanh Lithdavong ແລະ Saysomphone Phommachanh.

ໂດຍໃນການແຂ່ງຂັນຄັ້ງນີ້ ໄວໜຸ່ມລາວໄດ້ສົ່ງ ນະວັດຕະກຳເຂົ້າປະກວດທັງໝົດ 2 ນະວັດຕະກຳໄດ້ແກ່: KAIBAR BOAT ຈາກ Phonsena Chanthavong, William Phanitchaleun ເຊິ່ງເປັນເຮືອທີ່ສາມາດບັງຄັບດ້ວຍຣີໂໝດ ເພື່ອດັກຈັບ ແລະ ເກັບກູ້ສິ່ງເສດເຫຼືອຈາກສານເຄມີ ໃນແມ່ນໍ້າ.

ອີກໜຶ່ງນະວັດຕະກໍາໄດ້ແກ່ VERTICAL GARDEN ຈາກ Phonesavanh Lithdavong ແລະ Saysomphone Phommachanh ເຊິ່ງເປັນເຄື່ອງປູກຜັກແບບອັດຕະໂນມັດ ບໍ່ວ່າຈະເປັນການຫົດນໍ້າເອງ, ການຄວບຄຸມອຸນຫະພູມ ລວມໄປຮອດການຄວບຄຸມແສງຕ່າງໆ ແບບອັດຕະໂນມັດ.

ໂດຍຮາງວັນທັງໝົດທີ່ໄດ້ຮັບປະກອບມີ Special award  2 ຮາງວັນ ຈາກ KAIBAR BOAT ແລະ VERTICAL GARDEN, ຄວ້າ Titanium award ໄດ້ອີກ 2 ຮາງວັນ ໄດ້ແກ່ KAIBAR BOAT ແລະ VERTICAL GARDEN. ພ້ອມຍັງສາມາດຄວ້າ Grand award ໄດ້ອີກ 1 ຮາງວັນ ມາຈາກ VERTICAL GARDEN.

ເອີ້ນໄດ້ວ່າເປັນອີກໜຶ່ງຜົນງານທີ່ ໄວໜຸ່ມຈາກ ສປປ ລາວ ສາມາດຍາດມາໄດ້ໃນເວທີ ສາກົນ. ແຕ່ໜ້າເສຍດາຍທີ່ແຜນງານການແຂ່ງຂັນໃນເວທີຕໍ່ໄປທີ່ປະເທດ ມາເລເຊຍ ແລະ ປະເທດເກົາຫຼີ ນ້ອງໆຈະບໍ່ໄດ້ເຂົ້າຮ່ວມ ເພາະຢູ່ໃນໄລຍະດຽວກັນກັບການສອບເສັງ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/