ລະວັງກາຍເປັນ Hikikomori ຄົນທີ່ບໍ່ຍອມອອກຈາກຫ້ອງເລີຍ!


Covid-19 ເປັນສາເຫດຂອງບັນຫາຕ່າງໆ ເຊິ່ງແນ່ນອນວ່າມັນເຊື່ອມໂຍງກັນຕັ້ງແຕ່ ການບໍ່ສາມາດເດີນທາງໄປໃສມາໃສໄດ້ຢ່າງສະດວກ, ຜູ້ຄົນຕົກງານ, ເຈົ້າຂອງທຸລະກິດຂາດແຮງງານ ຈົນເປັນເຫດໃຫ້ເສດຖະກິດທົ່ວໂລກກຳລັງຕົກລົງ. ນອກຈາກນີ້ແລ້ວ, ສັງຄົມທີ່ຕ້ອງປັບປ່ຽນກັບສະຖານະການດັ່ງກ່າວນີ້ມາກວ່າ 2 ປີ ກໍເລີ່ມມີຜົນກະທົບຕໍ່ຄົນຫຼາຍຂຶ້ນຈົນກາຍເປັນສັງຄົມທີ່ມັກຂັງຕົນເອງ ເຊິ່ງໜຶ່ງໃນນັ້ນກໍຄື ສະພາວະ ຮິກິໂກໂມຣິ (Hikikomori)

ສະພາວະ ຮິກິໂກໂມຣິ (Hikikomori) ເປັນສະພາວະທີ່ຄົນຈະເລີ່ມແຍກຕົວອອກຈາກສັງຄົມ ແລະ ໃຊ້ຊີວິດຢູ່ແຕ່ກັບຕົນເອງໃນຫ້ອງ ໂດຍບໍ່ອອກຈາກເຮືອນເລີຍເປັນເວລາ 6 ເດືອນ ຫຼື ຫຼາຍກວ່ານັ້ນ. ຜູ້ທີ່ຖອນຕົວອອກຈາກສັງຄົມ ກໍຈະເລີ່ມຮູ້ສຶກວ່າຊີວິດຕົນເອງບໍ່ມີຄວາມໝາຍ, ບໍ່ມີຄຸນຄ່າ, ມີແຕ່ຄວາມເສົ້າໝອງກັບຊີວິດຕົນເອງ.

ແຕ່ວ່ານີ້ບໍ່ແມ່ນເລື່ອງໃໝ່ເລີຍ. ທີ່ປະເທດຍີ່ປຸ່ນ, ຜູ້ທີ່ມີສະພາວະຮິກິໂກໂມຣິນັ້ນຖືກພົບສູງເຖິງ 300,000 ຄົນ ຕັ້ງແຕ່ປີ 1980. ແຕ່ໃນສະໄໝນັ້ນ, ສັງຄົມສ່ວນໃຫຍ່ມັກຈະເບິ່ງວ່າຄົນທີ່ໜີອອກມາຈາກສັງຄົມ ແລະ ຕິດຢູ່ແຕ່ໃນຫ້ອງຕົນເອງ ເປັນກຸ່ມເດັກໄວໜຸ່ມທີ່ບໍ່ຍອມອອກມາຈາກເຮືອນ ເນື່ອງຈາກຜ່ານການສຳຫຼວດພົບວ່າປະຊາກອນທີ່ມີສະພາວະຮິກິໂກໂມຣິມີອາຍຸສູງສຸດທີ່ 39 ປີ. ແຕ່ພາຍຫຼັງກໍໄດ້ມີການສຳຫຼວດໃໝ່ ແລະ ພົບວ່າຈຳນວນຜູ້ທີ່ມີອາຍຸຕັ້ງແຕ່ 40 – 64 ປີ ມີຈຳນວນສູງກວ່າໄວໜຸ່ມຫຼາຍເຖິງ 613,000 ຄົນ. ມັນກາຍເປັນບັນຫາໃຫຍ່ພາຍໃນປະເທດ, ເມື່ອປະຊາຊົນເບິ່ງກຸ່ມຄົນທີ່ແຍກຕົວອອກຈາກສັງຄົມວ່າມີຄວາມສ່ຽງຈະກໍ່ເຫດອາຊະຍາກຳຂຶ້ນໄດ້. ແຕ່ນັ້ນເປັນຄົນລະກໍລະນີກັນ, ທາງນັກວິໄຈຈຶ່ງໄດ້ມີການສຶກສາ ແລະ ຫາທາງແກ້ໄຂບັນຫາໂດຍການຊ່ວຍໃຫ້ຊາວຮິກິໂກໂມຣິໄດ້ເຂົ້າສັງຄົມ.

Saito Tamaki ຜູ້ຊ່ຽວຊານຈາກມະຫາວິທະຍາໄລ Tsukuba ໄດ້ມີການສຶກສາຮິກິໂກໂມຣິມາຫຼາຍສິບປີ ເຊິ່ງໃນປີ 1998 ລາວກໍໄດ້ຕີພິມປຶ້ມທີ່ເວົ້າເຖິງກຸ່ມຄົນດັ່ງກ່າວລົງໃຫ້ກາຍເປັນທີ່ຮູ້ຈັກເພີ່ມຂຶ້ນໃນສັງຄົມວ່າ ຮິກິໂກໂມຣິນັ້ນ ບໍ່ແມ່ນໂຣກ ແຕ່ແມ່ນສະພາວະທີ່ແປກແຍກອອກຈາກສັງຄົມທີ່ສ່ວນໃຫຍ່ເກີດກັບຄົນທີ່ອາໄສຢູ່ກັບພໍ່ແມ່ໃນຍີ່ປຸ່ນ ໂດຍພວກເຂົາຈະບໍ່ຍອມອອກຈາກຫ້ອງຂອງຕົນເອງເດັດຂາດ.

ປັດຈຸບັນຕົວເລກຂອງຈຳນວນຮິກິໂກໂມຣິໃນຍີ່ປຸ່ນມີ 1.15 ລ້ານຄົນ ເຊິ່ງນັບມື້ຈະຍິ່ງເພີ່ມຂຶ້ນ ແລະ ທາງລັດຖະບານກ່າວວ່າມີຄວາມເປັນໄປໄດ້ທີ່ຈະຮອດ 10 ລ້ານ. ຍິ່ງໄປກວ່ານັ້ນ, ສະພາວະດັ່ງກ່າວບໍ່ໄດ້ມີແຕ່ໃນຍີ່ປຸ່ນ. ເມື່ອປີ 2005 ທີ່ປະເທດເພື່ອນບ້ານຢ່າງ ສ.ເກົາຫຼີ, ໄດ້ກວດພົບວ່າມີຈຳນວນ 33,000 ຄົນທີ່ເລືອກປະຕິເສດສັງຄົມ ເຊິ່ງນັບເປັນ 0.3% ຂອງປະເທດ. ໃນປີ 2014 ທີ່ຮົງກົງ ໄດ້ມີການສຳຫຼວດພົບວ່າ 1.9% ຂອງປະຊາກອນກໍເປັນຮິກິໂກໂມຣິ. ແຕ່ວ່າມັນບໍ່ໄດ້ມີພຽງແຕ່ໃນເອເຊຍເທົ່ານັ້ນ; ທີ່ປະເທດສະຫະລັດອາເມຣິກາ, ສເປນ, ອິຕາລີ, ຝຣັ່ງ ແລະ ອື່ນໆ ກໍເລີ່ມປາກົດໃຫ້ເຫັນ.

ສາເຫດທີ່ຄົນເລີ່ມປະຕິເສດສັງຄົມນັ້ນເລີ່ມມາຈາກຫຼາຍປັດໄຈ ບໍ່ວ່າຈະເປັນການເກີດບັນຫາຈາກພາຍນອກເຊັ່ນ: ໂຮງຮຽນ, ບ່ອນເຮັດວຽກທີ່ເຮັດໃຫ້ຮູ້ສຶກບໍ່ສະບາຍໃຈ, ການອອກຈາກວຽກ, ບໍ່ມີວຽກເຮັດ ແລະ ການທີ່ບໍ່ສາມາດກັບໄປເຮັດວຽກໄດ້ຄືເກົ່າແລ້ວ ຄວາມອັບອາຍທີ່ນຳຫຼອກຫຼອນນັ້ນເອງສົ່ງຜົນໃຫ້ພວກເຂົາປະຕິເສດສັງຄົມ ຫຼື ຈະເປັນການທີ່ຈົດຈໍ່ກັບສິ່ງທີ່ມັກຫຼາຍເກີນໄປ. ແຕ່ສຳລັບປັດໄຈເຊັ່ນເທັກໂນໂລຊີ ບໍ່ວ່າຈະເປັນການເຂົ້າເຖິງອິນເຕີເນັດ, ເກມ ຕ່າງໆຍັງບໍ່່ສາມາດຢືນຢັນໄດ້ ແລະ ເປັນທີ່ຖົກຖຽງກັນທຸກມື້ນີ້.

ການທີ່ກຸ່ມຄົນຮິກິໂກໂມຣິເລືອກບໍ່ອອກຈາກຫ້ອງຂອງຕົນເອງ ກາຍເປັນວ່າພໍ່ແມ່ເປັນຜູ້ດູແລ ເຊິ່ງເມື່ອຜູ້ດູແລແກ່ເຖົ້າໄປຈົນເສຍຊີວິດແລ້ວ ກໍບໍ່ສາມາດດູແລກຸ່ມຄົນດັ່ງກ່າວໄດ້. ມີບາງກໍລະນີທີ່ພົບເຫັນວ່າແມ່ອາຍຸ 82 ປີ ແລະ ລູກສາວອາຍຸ 52 ປີ ຖືກພົບເຫັນເປັນສົບໃນຫ້ອງພັກຂອງພວກເຂົາ. ຜ່ານການສັງເກດການແມ່ນຜູ້ເປັນແມ່ໄດ້ເສຍຊີວິດລົງກ່ອນ ຕໍ່ມາຈຶ່ງແມ່ນຜູ້ເປັນຮິກິໂກໂມຣິທີ່ບໍ່ສາມາດສື່ສານກັບຄົນພາຍນອກ ແລະ ບໍ່ຮູ້ຈະຈັດການສິ່ງຕ່າງໆ ຈົນເສຍຊີວິດຕາມມາ.

ຊ່ຽວຊານໄດ້ກ່າວວ່າມັນບໍ່ມີການທົດແທນການປະຕິສຳພັນທາງສັງຄົມ ແລະ ການບຳບັດຕໍ່ສະພາວະດັ່ງກ່າວໄດ້. ທາງ Saito ກ່າວວ່າ ຄອບຄົວເປັນປັດໄຈຫຼັກທຳອິດທີ່ຈະມີຜົນຕໍ່ສະມາຊິກທີ່ເລີ່ມມີອາການປະຕິເສດສັງຄົມ. ພວກເຂົາຄວນຈະປຶກສາກັບຈິດຕະແພດທັນທີ ແລະ ຄ່ອຍໆພາຜູ້ເປັນຮິກິໂກໂມຣິອອກມາສູ່ຊຸມຊົນທີ່ສະໜັບສະໜູນພວກເຂົາ ເຊັ່ນ ເລີ່ມຈາກກຸ່ມສະໜັບສະໜູນທີ່ເປັນສ່ວນຕົວ ຫຼື ຈຳນວນໜ້ອຍ, ສູນສະໜັບສະໜູນສຸຂະພາບຈິດ ເພື່ອພັດທະນາທັກສະໃນການເຂົ້າຫາທາງກາຍະພາບ.

ເນື່ອງຈາກມາດຕະການປັດຈຸບັນທີ່ໄດ້ຫ້າມທຸກຄົນອອກຈາກເຮືອນ, ໃຫ້ປະຕິບັດກິດຈະກຳສ່ວນໃຫຍ່ໃນເຮືອນ ອີກທັງຍັງຕ້ອງເຮັດວຽກໃນເຮືອນຈົນສ້າງຄວາມລຶ້ງເຄີຍ. ເຊິ່ງການປະຕິເສດສັງຄົມນັ້ນຈະເລີ່ມຈາກບັນຫາເລັກໜ້ອຍທີ່ສົ່ງຜົນໃຫ້ເກີດຄວາມຮູ້ສຶກບໍ່ຢາກອອກຈາກເຮືອນ. ເມື່ອປ່ອຍໄວ້ເປັນເວລາດົນ, ຍິ່ງການປະຕິບັດມາດຕະການເຫຼົ່ານີ້ຢ່າງຕໍ່ເນື່ອງມາເປັນເວລາກວ່າ 2 ປີ ແລ້ວ ກໍຍິ່ງສົ່ງຜົນໃຫ້ມັນຄ່ອຍໆເຂົ້າມາເປັນຄວາມລຶ້ງເຄີຍ. ບັນຫາທາງດ້ານສຸຂະພາບຈິດທີ່ເຮົາອາດຈະບໍ່ໄດ້ສັງເກດພ້ອມກັບທັກສະການເຂົ້າສັງຄົມທີ່ຄ່ອຍໆລົດລົງ ມາຈາກການທີ່ຕ້ອງຕິດຢູ່ກັບສະຖານທີ່ເກົ່າໆສະເໝີ ເຊັ່ນ ຢ້ານເຈິຜູ້ຄົນ, ພຶດຕິກຳການນອນຫຼັບສະຫຼັບໄປມາ, ຊຶມເສົ້າ, ໂຣກຕໍ່ຕ້ານສັງຄົມ ແລະ ສະພາວະຮິກິໂກໂມຣິ.

ຂອບໃຈຂໍ້ມູນຈາກ :

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/