ລ້ຳໄປອີກ! ນັກວິໄຈເຜີຍ ເຄື່ອງປູກຝັງສະໝອງທີ່ສາມາດແປຄວາມຄິດຂອງຄົນອອກມາໃຫ້ເປັນການຂີດຂຽນລົງຈໍໄດ້ດ້ວຍຄວາມຖືກຕ້ອງ 94%


ໂລກເຮົາໄດ້ພັດທະນາໄປອີກບາດກ້າວ ເມື່ອບໍລິສັດ BrainGate ສາມາດພັດທະນາລະບົບການເຊື່ອມຕໍ່ລະຫວ່າງສະໝອງ-ຄອມພິວເຕີ ໃຫ້ຂຶ້ນໜ້າຈໍ Brain-Computer interfaces (BCIs) ທີ່ຊ່ວຍໃຫ້ຜູ້ທີ່ສູນເສຍການເວົ້າ, ການເຄື່ອນເໜັງສາມາດສື່ສານໄດ້ອີກຄັ້ງ.

ການໃຊ້ເທັກໂນໂລຢີດັ່ງກ່າວນັ້ນ ແມ່ນການຜ່ານການປູກຝັງຂົ້ວໄຟຟ້າ AI ເຂົ້າໄປໃນສະໝອງພາກສ່ວນສັ່ງການ (Motor Cortex) ທີ່ຈະບັນທຶກຄື້ນສັນຍານການເຄື່ອນໄຫວຂອງສະໝອງ ຈາກນັ້ນສົ່ງຕໍ່ໃຫ້ລະບົບອັລກໍຣິທຶມທີ່ຈະປະມວນຜົນໃນຄອມພິວເຕີຈາກພາຍນອກ. ໂດຍຈະສາມາດສັງເກດເຫັນໄດ້ວ່າອາສາສະໝັກໄດ້ມີການເຄື່ອນທີ່ຄືກັບການຂີດຂຽນລົງໃນຈໍ ເຊິ່ງເປັນການພັດທະນາແບບໃໝ່. ເນື່ອງຈາກການຂີດຂຽນນັ້ນຕົວຄອມພິວເຕີຈະສາມາດປະມວນຜົນທີ່ວ່ອງໄວຂຶ້ນ ກົງກັບເວລາຕົວຈິງນັ້ນເລີຍ.

ໃນການທົດລອງ, ອາສາສະໝັກທີ່ເປັນຜູ້ອຳມະພາດຈາກຄໍລົງໄປ ຈະໄດ້ໃຊ້ຈິນຕະນາການໃນການຂີດຂຽນຕາມຕົວອັກສອນພາສາອັງກິດທັງໝົດ 26 ຕົວ ແລະ ເຄື່ອງໝາຍທົ່ວໄປ. ສ່ວນຕົວເຄື່ອງ AI ທີ່ໄດ້ມີການປູກຝັງເຂົ້າໄປ ຈະແປຄື້ນລະບົບປະສາດຈາກສະໝອງ ແລະ ສົ່ງໄປໃຫ້ຄອມພິວເຕີປະມວນອອກມາດ້ວຍຄວາມໄວ 90 ຕົວອັກສອນຕໍ່ນາທີ ແລະ ມີຄວາມຖືກຕ້ອງ 94.1% ແຖມຍັງມີຄວາມຖືກຕ້ອງສູງເຖິງ 99% ເມື່ອເປີດໂໝດກວດຄຳຜິດ. ເຊິ່ງເມື່ອປຽບທຽບກັບການທົດລອງກັບອາສາສະໝັກຕໍ່ລະບົບ BCI ຮູບແບບອື່ນໆແລ້ວ ຖືວ່າເປັນຮູບແບບທີ່ວ່ອງໄວທີ່ສຸດ. ນອກຈາກນີ້ຍັງທຽບເທົ່າກັບຄວາມໄວໃນການໃຊ້ໂທລະສັບກົດຕົວອັກສອນຂອງບຸກຄົນທົ່ວໄປ ທີ່ຢູ່ໃນກຸ່ມອາຍຸໃກ້ຄຽງກັບອາສາສະໝັກ (65 ປີ) ກໍຄື 115 ຕົວອັກສອນ ຫຼື 23 ຄຳ ຕໍ່ນາທີ.

ນອກຈາກນີ້ແລ້ວ, ນັກວິໄຈໄດ້ເສີມວ່າຂໍ້ໄດ້ປຽບຂອງການຂຽນອັກສອນພາສາອັງກິດນັ້ນ ແມ່ນມັນແຕກຕ່າງຈາກຮູບແບບອື່ນ. ເນື່ອງຈາກວ່າລະບົບ AI ໃນສະໝອງປະມວນຜົນໄດ້ໄວຫຼາຍ ຈຶ່ງສາມາດຄາດເດົາຈຸດປະສົງຂອງຜູ້ໃຊ້ໃນຂະນະທີ່ກຳລັງຂີດຂຽນຕົວອັກສອນນັ້ນໆ ອອກມາໄດ້, ຖ້າປຽບທຽບກັບລະບົບ BCI ອື່ນໆ ທີ່ບໍ່ສາມາດຮັບຂໍ້ມູນເຂົ້າມາໃນຫຼາຍຮູບແບບ ຈຶ່ງປະມວນຜົນອອກມາໄດ້ບໍ່ຄືກັນ.

ເຖິງແມ່ນວ່າການພັດທະນາຄັ້ງນີ້ຈະເປັນເທັກໂນໂລຢີທີ່ແຕກຕ່າງໜຶ່ງດຽວໃນໂລກ, ແຕ່ນັກວິໄຈກໍຍັງເນັ້ນວ່າ ລະບົບໃນປັດຈຸບັນສາມາດພິສູດໄດ້ພຽງຮູບແບບຄວາມຄິດເທົ່ານັ້ນ ແລະ ມັນໄດ້ທົດລອງກັບອາສາສະໝັກພຽງແຕ່ຜູ້ດຽວ. ດັ່ງນັ້ນ ມັນຈຶ່ງບໍ່ສົມບູນ ແລະ ຍັງບໍ່ພ້ອມທີ່ຈະເປັນຜະລິດຕະພັນໃນການທົດລອງຕໍ່ມະນຸດເທື່ອ.

ໃນອະນາຄົດຂ້າງໜ້າອາດມີການຝຶກອົບຮົມໃຫ້ນຳໃຊ້ ແລະ ຂະຫຍາຍຮູບແບບຕົວອັກສອນເຊັ່ນ ການເພີ່ມຕົວອັກສອນໃຫຍ່ເຂົ້າໄປ. ນອກຈາກນີ້ຍັງຕ້ອງພັດທະນາຄວາມລະອຽດອ່ອນຂອງລະບົບ ພ້ອມກັບເພີ່ມການປ່ຽນແປງທີ່ສ້າງຄວາມສະດວກສະບາຍໃຫ້ແກ່ຜູ້ໃຊ້ເຂົ້າໄປນຳ.

ຖ້າຫາກວ່າວຽກງານດັ່ງກ່າວນັ້ນສຳເລັດໄປໄດ້ ເທັກໂນໂລຢີດັ່ງກ່າວນີ້ກໍຈະສາມາດຊ່ວຍເຫຼືອໃຫ້ຫຼາຍຄົນທີ່ສູນເສຍຄວາມສາມາດ ແລະ ທັກສະໄດ້ກັບມາສື່ສານກັນອີກຄັ້ງ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/