ອອສເຕຣຍສະເໜີໃຫ້ລັອກດາວຄົນທີ່ບໍ່ໄດ້ສັກວັກຊີນ


ປະເທດອອສເຕຣຍ (Austria) ສະເໜີໃຫ້ຜູ້ທີ່ບໍ່ສັກວັກຊີນໂຄວິດ-19 ຫຼື ຍັງສັກບໍ່ຄົບ ກວ່າ 2 ລ້ານຄົນລັອກດາວ ຫຼັງຈາກຈຳນວນຜູ້ຕິດເຊື້ອເພີ່ມຂຶ້ນ.

ທີ່ປະເທດອອສເຕຣຍ, ມີຜູ້ໄດ້ຮັບວັກຊີນສຳລັບໂຄວິດ-19 ຄົບແລ້ວເປັນຈຳນວນ 65% ຂອງປະເທດ ເຊິ່ງເປັນໜຶ່ງໃນກຸ່ມປະເທດທີ່ມີຈຳນວນຜູ້ທີ່ໄດ້ຮັບວັກຊີນທີ່ໜ້ອຍທີ່ສຸດໃນຢູໂຣບ. ຊ່ຽວຊານໄດ້ກ່າວວ່າ ຖ້າຈະຄວບຄຸມໂຣກລະບາດໃຫ້ໄດ້ ຢ່າງໜ້ອຍຈະຕ້ອງມີຈຳນວນຜູ້ໄດ້ສັກວັກຊີນ 75% ຂອງປະເທດ. ສ່ວນຈຳນວນຜູ້ຕິດເຊື້ອນັ້ນເປັນໜຶ່ງໃນກຸ່ມປະເທດທີ່ຕິດຫຼາຍທີ່ສຸດໃນຢູໂຣບ ໂດຍຈະຕິດປະມານ 800 ຄົນຕໍ່ 100,000.

ໂດຍລວມແລ້ວ ຢູໂຣບກາຍເປັນທະວີບທີ່ໄດ້ຮັບຜົນກະທົບທີ່ຮຸນແຮງທີ່ສຸດຈາກການລະບາດ ເຊິ່ງຫຼາຍປະເທດກໍກຳລັງສະເໜີມາດຕະການຂໍ້ຈຳກັດ ແລະ ການຕັກເຕືອນເຖິງຈຳນວນຜູ້ຕິດເຊື້ອທີ່ສູງຂຶ້ນ. ແຕ່ເຖິງຢ່າງນັ້ນແລ້ວ, ໃນສະຫະລາຊະອານາຈັກ ເຊິ່ງເປັນບັນດາປະເທດທີ່ມີຈຳນວນຜູ້ຕິດເຊື້ອ ໂຄວິດ-19 ສູງທີ່ສຸດ ກໍຍັງບໍ່ໄດ້ມີການປະກາດມາດຕະການຫຍັງທີ່ເຄັ່ງຄັດອີກ ເຖິງແມ່ນວ່າຜູ້ນຳຕ່າງໆ ກໍໄດ້ຮຽກຮ້ອງໃຫ້ມີກົດທີ່ຕ້ອງປະຕິບັດຕາມ ເພື່ອກະກຽມຕໍ່ບັນຫາໃນລະດູໜາວທີ່ໄດ້ເຂົ້າມາແລ້ວນີ້. ອົງການອະນາໄມໂລກຍັງໄດ້ອອກມາເວົ້າວ່າ ຈາກການສຳຫຼວດອາທິດຜ່ານມາ ຢູໂຣບໄດ້ມີຈຳນວນຜູ້ເສຍຊີວິດຈາກເຊື້ອໄວຣັສໂຄວິດສູງຂຶ້ນ 10%, ເຮັດໃຫ້ເປັນທະວີບດຽວໃນໂລກທີ່ຈຳນວນຜູ້ຕິດເຊື້ອ ແລະ ເສຍຊີວິດຍັງເພີ່ມຂຶ້ນຢ່າງຄົງທີ່.

ຈຳນວນຜູ້ຕິດເຊື້ອໃນອອສເຕຣຍເພີ່ມຂຶ້ນສູງທີ່ສຸດຕັ້ງແຕ່ບັນທຶກມາ ກໍຄື 11,975 ຄົນພາຍໃນ 24 ຊົ່ວໂມງ. ແຮງກົດດັນທີ່ກຳລັງເພີ່ມຂຶ້ນຕໍ່ບັນດາໂຮງໝໍໃນປະເທດ ສົ່ງຜົນໃຫ້ມີການປະກາດມາດຕະການດັ່ງກ່າວຂຶ້ນມາ ໂດຍຜູ້ທີ່ບໍ່ໄດ້ຮັບວັກຊີນນັ້ນຈະຕ້ອງໄດ້ລັອກດາວຢູ່ໃນເຮືອນ, ບໍ່ໄດ້ຮັບອະນຸຍາດໃຫ້ເຂົ້າຮ້ານອາຫານ, ເສີມສວຍ ແລະ ໂຮງຮູບເງົາອື່ນໆ.

ແຕ່ຈະໄດ້ຮັບອະນຸຍາດໃຫ້ອອກມາຕາມເງື່ອນໄຂທີ່ຈຳກັດເຊັ່ນ ການອອກມາຊື້ອາຫານ ຫຼື ເຮັດວຽກ. ສຳລັບເດັກທີ່ມີອາຍຸນ້ອຍກວ່າ 12 ແລະ ຜູ້ທີ່ໄດ້ຮັບການປິ່ນປົວດີແລ້ວຈາກໂຄວິດຈະໄດ້ຮັບການອະນຸໂລມ.

ໃນວັນເສົາແລະອາທິດທີ່ຜ່ານມາ, ມີຫຼາຍຮ້ອຍຄົນໄດ້ຮວມຕົວກັນປະທ້ວງໃນກາງເມືອງຫຼວງວຽນນາ ໂດຍຕັ້ງປ້າຍວ່າ “ຮ່າງກາຍຂອງພວກເຮົາ, ອິດສະຫຼະໃນການຕັດສິນໃຈແມ່ນຂອງພວກເຮົາ”

ທາງລັດຖະບານເຊື່ອວ່າມັນຈະເປັນການຫຼຸດຜ່ອນອັດຕາການສຳຜັດໃກ້ຊິດ ລະຫວ່າງຜູ້ໄດ້ຮັບວັກຊີນ ແລະ ຜູ້ທີ່ບໍ່ໄດ້ຮັບ. ພວກເຂົາໄດ້ໃຫ້ເຈົ້າໜ້າທີ່ຕຳຫຼວດຕັ້ງຈຸດກວດຕາມສະຖານທີ່ສາທາລະນະຕ່າງໆ ເພື່ອທີ່ຈະຢືນຢັນສະຖານະການສັກວັກຊີນຂອງປະຊາຊົນ.

ສຳລັບປະເທດເພື່ອນບ້ານຢ່າງ ເຢຍລະມັນ ທີ່ເຖິງແມ່ນວ່າຈະນວນຜູ້ຮັບວັກຊີນໂຄວິດ-19 ຄົບນັ້ນມີພຽງ 67.3% ເຊິ່ງກໍບໍ່ໄດ້ສູງກວ່າຂອງອອສເຕຣຍເທົ່າໃດ, ແຕ່ເຢຍລະມັນກໍໄດ້ມີການກຳນົດໃຫ້ປະເທດອອສເຕຣຍເປັນເຂດທີ່ມີຄວາມສ່ຽງສູງ. ຖ້າຜູ້ໃດທີ່ໄດ້ເດີນທາງມາຈາກປະເທດດັ່ງກ່າວແມ່ນຈະຕ້ອງມີການກັກຕົວ.

ບາງປະເທດກໍໄດ້ເລີ່ມມີມາດຕະການຕໍ່ຜູ້ທີ່ບໍ່ໄດ້ຮັບວັກຊີນເຊັ່ນ ໃນອອສເຕເລຍ ທີ່ລັດຄວີນສແລນ, ຈະມີການຫ້າມຜູ້ທີ່ບໍ່ສັກວັກຊີນເຂົ້າຮ້ານອາຫານ, ຮ້ານບັນເທີງ, ງານກິລາ ຕັ້ງແຕ່ 17 ທັນວາເປັນຕົ້ນໄປ.

ປະເທດສິງກະໂປເອງກໍໄດ້ປະກາດວ່າ ຜູ້ທີ່ເລືອກບໍ່ສັກຢາ ຈະຕ້ອງໄດ້ຈ່າຍຄ່າປິ່ນປົວດ້ວຍຕົນເອງຕັ້ງແຕ່ເດືອນທັນວາເປັນຕົ້ນໄປ.

(ລາຍງານຈາກ BBC ວັນທີ 12 ເສັ້ນສະແດງຜົນຈຳນວນ % ຂອງປະຊາກອນທີ່ໄດ້ຮັບວັກຊີນຄົບແລ້ວໃນບັນດາປະເທດທົ່ວຢູໂຣບ)

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/