ສປ ຈີນ ຜ່ານ “ມະຕິປະຫວັດສາດ” ເຊິ່ງປູທາງໃຫ້ ປະທານາທິບໍດີ ທ່ານ ສີ ຈິ້ນຜິງ ຄອງອຳນາດຕໍ່ເປັນສະໄໝທີ 3


ໃນລະຫວ່າງວັນທີ 8-11 ພະຈິກທີ່ຜ່ານມານີ້ ສປ ຈີນໄດ້ຈັດຕັ້ງກອງປະຊຸມໃຫຍ່ແບບຄົບຄະນະເປັນຄັ້ງທີ 6  ຂອງພັກຄອມມູນິດຈີນ ເຊິ່ງເປັນກອງປະຊຸມທີ່ສຳຄັນສຸດຂອງຈີນ ແລະ ກໍໄດ້ປະກາດຄວາມສຳເລັດໃນການນຳພາປະເທດຈີນໃນຮອບ 100 ປີທີ່ຜ່ານມາ ລວມເຖິງທິດທາງການພັດທະນາໃນອະນາຄົດ.

ກອງປະຊຸມທີ່ປິດໄປນີ້ແມ່ນໃຊ້ເວລາ 4 ວັນ ເຊິ່ງເປັນກອງປະຊຸມທີ່ໄດ້ເຕົ້າໂຮມສະມາຊິກພັກທັງໝົດ 370 ຄົນຂອງຄະນະກຳມະການສູນກາງພັກ – ການນຳຂັ້ນສູງຂອງປະເທດ ຊຸດທີ XIX. ຖືວ່າເປັນບາດກ້າວສຳຄັນ ຂອງກອງປະຊຸມໃຫຍ່ຄັ້ງສຸດທ້າຍຂອງຜູ້ນໍາພັກ ກ່ອນທີ່ຈະມີກອງປະຊຸມໃຫຍ່ແຫ່ງຊາດໃນປີໜ້າ ແລະ ເນື້ອໃນກອງປະຊຸມແມ່ນໄດ້ປະກາດ ຜ່ານ “ມະຕິປະຫວັດສາດ” ຮອງຮັບໃຫ້ ທ່ານ ສີ ຈິ້ນຜິງ ດຳລົງຕໍາແໜ່ງຕໍ່ເປັນສະໄໝທີ 3 ໂດຍກ່ອນໜ້ານີ້ໃນປີ 2018 ຈີນໄດ້ຍົກເລີກຂໍ້ຈຳກັດວາລະການດຳລົງຕຳແໜ່ງຂອງປະທານາທິບໍດີ ທີ່ເມື່ອກ່ອນແມ່ນສາມາດຄອງວາລະໄດ້ພຽງ 2 ສະໄໝ.

ໃນອະດີດທີ່ຜ່ານມາການຜ່ານມະຕິໃນລັກສະນະດັ່ງກ່າວມີພຽງ 2 ຄັ້ງເທົ່ານັ້ນ ຄືໃນສະໄໝຂອງປະທານາທິບໍດີ Mao Zedong ​ໃນ​ປີ 1945 ແລະ ຄັ້ງ​ທີ 2 ​ໂດຍ ທ່ານ Deng Xiaoping ​ໃນ​ປີ 1981. ເຊິ່ງການເຄື່ອນໄຫວ ໂດຍອອກມະຕິດັ່ງກ່າວເມື່ອເບິ່ງແບບກວ້າງ ແມ່ນມີຈຸດປະສົງເພື່ອເປັນການເສີມສ້າງສະຖານະຂອງ ທ່ານ ສີ ຈິ້ນຜິງ ໃຫ້ທຽບເທົ່າກັບ ທ່ານ Mao Zedong ຜູ້ທີ່ສ້າງຕັ້ງພັກຄອມມູນິດຈີນ ແລະ ທ່ານ Deng Xiaoping ຜູ້ສືບທອດອໍານາດທາງການເມືອງຕໍ່ຈາກທ່ານ Mao.

ສິ່ງທີ່ເຮັດໃຫ້ມະຕິປະຫວັດສາດເບິ່ງມີຄວາມສຳຄັນນັ້ນ ເປັນເພາະວ່າສອງຄັ້ງທີ່ຜ່ານມາທັງ ທ່ານ Mao Zedong ແລະ ທ່ານ Deng Xiaoping ລ້ວນແຕ່ໃຊ້ມະຕິນີ້ເປັນຫົນທາງໃນການແກ້ໄຂສິ່ງທີ່ຜິດພາດໃນອະດີດ. ຄັ້ງທຳອິດທີ່ປະກາດໃນກອງປະຊຸມໃຫຍ່ ເມື່ອປີ 1945 ນັ້ນໄດ້ຊ່ວຍໃຫ້ ທ່ານ Mao Zedong ຮວບຮວມຄວາມເປັນຜູ້ນຳ ເຊິ່ງເຮັດໃຫ້ລາວມີອຳນາດເຕັມທີ່ໃນຕອນທີ່ ປະກາດສະຖາປະນາສາທາລະນະລັດປະຊາຊົນຈີນໃນປີ 1949.

ສ່ວນຄັ້ງທີ 2 ແມ່ນຫຼັງຈາກ ທ່ານ Deng Xiaoping ຂຶ້ນຄອງອໍານາດໃນປີ 1978 ເຊິ່ງໄດ້ຊຸກຍູ້ມະຕິນີ້ໃນປີ 1981 ແລະ ໄດ້ວິຈານຄວາມຜິດພາດຂອງທ່ານ Mao Zedong ໃນໄລຍະການປະຕິວັດ ວັດທະນະທໍາລະຫວ່າງປີ 1966-1976 ເຊິ່ງມະຕິໃນຕອນນັ້ນໄດ້ນຳໄປສູ່ການວາງຮາກຖານການປະຕິຮູບເສດຖະກິດຂອງຈີນ.

ຢ່າງໃດກໍຕາມ ນັກວິເຄາະຫຼາຍຄົນເບິ່ງວ່າມະຕິໃນຄັ້ງນີ້ອາດຈະແຕກຕ່າງຈາກສອງຄັ້ງກ່ອນເພາະທ່ານ ສີ ຈິ້ນຜິງ ຈະເນັ້ນໜັກແນວທາງການພັດທະນາປະເທດຕາມແນວຄິດຂອງຕົນເອງ.

“ຄື​ກັນ​ກັບ​ມະຕິ​ສອງ​ສະບັບ​ທີ່​ຜ່ານ​ມາ, ມະຕິ​ສະບັບ​ນີ້ຈະ​ມີ​ບົດບາດ​ສຳຄັນ​ໃນ​ການ​ລວມ​​ທິດ​ສະ​ດີ, ​ເຈດ​ຈຳນົງ ​ແລະ ການ​ກະທຳ​ຂອງ​ພັກເຂົ້ານຳກັນ ​ເພື່ອ​ບັນລຸ​ເປົ້າໝາຍ​ໃນ​ອະນາຄົດ ​ແລະ ບັນລຸ​ເປົ້າໝາຍ ​100ປີ ຄັ້ງທີ 2 ​ແລະ ຄວາມ​ໃຝ່ຝັນອັນຍິ່ງ​ໃຫຍ່​ຂອງ​ຈີນ​ໃນ​ການ​ຟື້ນ​ຟູ” ສະມາຊິກອາ​ວຸ​ໂສ​ຂອງ​ພັກ ທ່ານ Qu Qingshan ໄດ້ກ່າວ​ໃນ​ກອງ​ປະ​ຊຸມ​.

ກ່ອນ​ໜ້າ​ນີ້ທາງ​ພັກຄອມມູນິດ​ໄດ້​ວາງ​ເປົ້າ​ໝາຍ​ສອງ​ຮ້ອຍ​ປີ​ຄື: ເຮັດ​​​ໃຫ້​ຈີນ​ກາຍ​ເປັນ​ສັງຄົມ​ທີ່​ “ຮັ່ງມີ​ປານ​ກາງ” ​ໃນ​ປີ 2021, ​ແລະ​ເປັນ​ປະ​ເທດ​ທີ່ ​”ພັດທະນາ​ຢ່າງຮອບດ້ານ, ຮັ່ງມີ​ ແລະ​ ມີ​ອຳນາດ”​ ໃນ​ປີ2049.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/