ຊາຍຜູ້ໄດ້ຊື່ວ່າ Pedalling Picasso ຂີ່ລົດຖີບໃຫ້ເສັ້ນທາງເປັນຮູບຊາຍທີ່ມີໜວດ


Anthony Hoyte ໄດ້ຖືກວາລະສານທີ່ກ່ຽວກັບລົດຖີບຕັ້ງຊື່ຫຼິ້ນໃຫ້ຕົນເອງວ່າເປັນ Pedalling Picasso ຫຼື ກໍຄື Picasso ນັກປັ່ນ. ໂດຍ Picasso ນັ້ນກໍໝາຍເຖິງຊື່ຂອງສິລະປິນຈິດຕະກອນດັງ ເຊິ່ງການຕັ້ງຊື່ດັ່ງກ່າວກໍພະຍາຍາມຈະສື່່ວ່າລາວເປັນສິລະປິນທີ່ສ້າງຜົນງານຈາກການປັ່ນລົດຖີບ.

Anthony Hoyte ອາຍຸ 53 ປີ ໄດ້ປັ່ນລົດຖີບທົ່ວລອນດອນກວ່າ 120 ກິໂລແມັດ ເພື່ອສ້າງຮູບຊາຍທີ່ມີໜວດຜ່ານການປັ່ນລົດຖີບຂອງຕົນ ເຊິ່ງມັນໃຊ້ເວລາ 8 ຊົ່ວໂມງ ແລະ ອີກ 30 ນາທີ. ລາວຈະໃຊ້ເຄື່ອງຕິດຕາມໃນຂະນະທີ່ປັ່ນລົດຖີບ ເພື່ອໃຫ້ຕົວເຄື່ອງດັ່ງກ່າວນັ້ນກວດຈັບເສັ້ນທາງທີ່ລາວໄດ້ເດີນທາງ ຕັ້ງແຕ່ຕົ້ນຈົນຈົບ.

ນອກຈາກນີ້ນັກປັ່ນລົດຖີບຜູ້ນີ້ຍັງເຄີຍສ້າງຜົນງານຮູບແບບດຽວກັນແຕ່ເປັນໜ້າແຊນຕ້າ ຜ່ານການປັ່ນລົດຖີບທີ່ West Midlands ແລະ ຮູບກວາງໃນເມືອງລອນດອນ.

ຈຸດປະສົງໃນຜົນງານຫຼ້າສຸດຂອງລາວນັ້ນແມ່ນ ຂໍເງິນບໍລິຈາກເພື່ອອົງການກຸສົນ Movember ທີ່ເລີ່ມຕັ້ງແຕ່ປີ 2003 ໃນການປ້ອງກັນສຸຂະພາບຈິດຂອງຜູ້ຊາຍຕໍ່ການຂ້າຕົວຕາຍ, ມະເຮັງຕ່ອມລູກໝາກ ດ້ວຍຄວາມຫວັງວ່າຕົນເອງຈະສາມາດລະດົມເງິນຈຳນວນ 3,925 ປອນ ຕໍ່ຊີວິດຂອງຊາຍທຸກຄົນທີ່ໄດ້ຂ້າຕົວຕາຍໄປໃນປີ 2020. ການກຸສົນດັ່ງກ່າວນັ້ນແມ່ນຕ້ອງການລະດົມເງິນໂດຍໃຫ້ຜູ້ຊາຍເລີ່ມຈົ່ງໜວດ ແລະ ເຮັດກິດຈະກຳອື່ນໆໃນເດືອນພະຈິກເດືອນດຽວ.

“ທຳອິດຄິດວ່າຈະເຮັດເພື່ອຄວາມມ່ວນຫົວເທົ່ານັ້ນ. ເຊິ່ງຂ້ອຍກໍເຄີຍເຮັດມັນມາຫຼາຍປີແລ້ວ ເລີຍຕັດສິນໃຈເຮັດຫຍັງແຕກຕ່າງອອກໄປພາຍໃນປີນີ້.” Anthony ກ່າວ “ມັນຍາກກວ່າທີ່ຄິດຫຼາຍ, ການຈະແຕ້ມຮູບທຸກຢ່າງອອກມາໃຫ້ໄດ້ຕັ້ງແຕ່ເລີ່ມຕົ້ນພ້ອມກັບແຕ້ມໜວດໃສ່ເຂົ້າໄປ” ລາວເລົ່າເຖິງອຸປະສັກໃນການສ້າງໃຫ້ຜົນງານນັ້ນ ພ້ອມບອກວ່າກວ່າທີ່ມັນຈະອອກມາໄດ້ຮູບໜຶ່ງ ແມ່ນຕ້ອງໃຊ້ເວລາກະກຽມເຖິງ 3 ເດືອນເຕັມໆ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/