ນັກສິ່ງແວດລ້ອມຊາວອິນໂດເນເຊຍ ສ້າງພິພິທະພັນຈາກຂີ້ເຫຍື້ອພລາສຕິກ ສະທ້ອນບັນຫາການຖິ້ມຂີ້ເຫຍື້ອ


ບັນຫາຂີ້ເຫຍື້ອທີ່ຕົກຄ້າງໃນສິ່ງແວດລ້ອມ ຍັງຄົງເປັນບັນຫາໃຫຍ່ບໍ່ວ່າຈະຜ່ານໄປດົນເທົ່າໃດ, ຫຼາຍໆພາກສ່ວນກໍພະຍາຍາມແກ້ໄຂບັນຫານີ້ ດ້ວຍການເຮັດໃຫ້ຜູ້ຄົນຄຳນຶງເຖິງການຖິ້ມຂີ້ເຫຍື້ອຊະຊາຍມາຕະຫຼອດ, ເຊັ່ນດຽວກັບນັກສິ່ງແວດລ້ອມຊາວອິນໂດເນເຊຍຄົນນີ້ ທີ່ສ້າງພິພິທະພັນຈາກຂີ້ເຫຍື້ອພລາສຕິກ 10,000 ອັນ ເພື່ອຫວັງຈະສະທ້ອນບັນຫາການຖິ້ມຂີ້ເຫຍື້ອ ແລະ ຫຼຸດຜ່ອນການໃຊ້ພລາສຕິກໃຊ້ເທື່ອດຽວຖິ້ມ.

ຊາຍນັກສິ່ງແວດລ້ອມດັ່ງກ່າວມາຈາກ Ecological Observation and Wetlands Conservation (ECOTON) ໃນປະເທດອິນໂດເນເຊຍ ລາວໄດ້ເອົາຂີ້ເຫຍື້ອປະມານ 10,000 ອັນ ມາຈາກແຫຼ່ງນໍ້າຕ່າງໆ ສ້າງຂຶ້ນເປັນພິພິທະພັນກາງແຈ້ງໃນເມືອງ Gresik.

ສິລະປະທີ່ລາວສ້າງຂຶ້ນມີຊື່ວ່າ Dewi Sri ຫຼື ເທພີແຫ່ງຄວາມສີວິໄລ ຕາມຄວາມເຊື່ອພື້ນເມືອງ ແລະ ອີກອັນໜຶ່ງແມ່ນອຸມົງ Terowongan 4444 ເຊິ່ງເຮັດໃຫ້ຜູ້ຄົນທີ່ຍ່າງເຂົ້າໄປ ຮູ້ສຶກວ່າຕົນເອງກຳລັງຖືກດູດເຂົ້າໄປສູ່ມິຕິຂີ້ເຫຍື້ອແທ້ໆ!.

ຂະໜາດເກັບຂີ້ເຫຍື້ອຕາມແຫຼ່ງນ້ຳບໍ່ພໍເທົ່າໃດແຫຼ່ງ ຍັງສາມາດເອົາຂີ້ເຫຍື້ອເຫຼົ່ານັ້ນມາສ້າງເປັນພິພິທະພັນກາງແຈ້ງໄດ້, ແລ້ວລອງຄິດເບິ່ງວ່າ ປະລິມານຂີ້ເຫຍື້ອທີ່ຖືກຖິ້ມລົງແມ່ນ້ຳ ແລະ ທະເລ ຫຼາຍລ້ານໂຕນໃນແຕ່ລະປີຈະມະຫາສານເທົ່າໃດ. ເປັນແນວຄວາມຄິດທີ່ສ້າງສັນ ສວຍງາມ ແລະ ເລິກເຊິ່ງແທ້ໆ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/