ນາຍົກ ຫວັງວ່າການມີຄູ່ຮ່ວມພັດທະນາ ທັງພາຍໃນ ແລະ ຕ່າງປະເທດ ຈະນຳປະເທດຊາດຫຼຸດພົ້ນຈາກສະຖານະພາບດ້ອຍພັດທະນາ


ລັດຖະບານແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍບັນດາຜູ້ຮ່ວມພັດທະນາອົງການຈັດຕັ້ງສາກົນ, ອຳນາດການປົກຄອງຂັ້ນແຂວງ ແລະ ຕາງໜ້າຈາກພາກສັງຄົມ ແລະ ພາກເອກະຊົນ ໄດ້ເຂົ້າຮ່ວມກອງປະຊຸມໂຕະມົນລະດັບສູງ ຄັ້ງທີ 13 ທາງອອນລາຍ ພາຍໃຕ້ຫົວຂໍ້ ເພີ່ມທະວີເປັນຄູ່ຮ່ວມເພື່ອຍົກສູງພາຍໃຕ້ການປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ 9 ແນ່ໃສ່ການເລັ່ງລັດການບັນລຸເປົ້າໝາຍ ການພັດທະນາແບບຍືນຍົງ ແລະ ການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ໃນໄລຍະຟື້ນຟູຈາກການລະບາດຂອງພະຍາດໂຄວິດ-19.

ກອງປະຊຸມໂຕະມົນແມ່ນການປະຊຸມປຶກສາຫາລື ແລະ ແລກປ່ຽນຂໍ້ມູນຂ່າວສານກ່ຽວກັບຄວາມຄືບໜ້າ ໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດສັງຄົມຂອງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນແຕ່ລະໄລຍະ ລະຫວ່າງລັດຖະບານກັບຄູ່ຮ່ວມພັດທະນາ, ຈັດຂຶ້ນໃນວັນທີ 17 ພະຈິກ 2021 ເຂົ້າຮ່ວມເປັນກຽດການເປີດກອງປະຊຸມ ມີທ່ານນາຍົກ ຄຳພັນ ວິພາວັນ ຂອງ ສປປ ລາວ ໄດ້ໃຫ້ກຽດເປີດກອງປະຊຸມຢ່າງເປັນທາງການ.

ແຜນພັດທະນາເສດຖະກິດສັງຄົມ ຄັ້ງທີ 9 ແມ່ນກາລະໂອກາດ ສາທາລະນະລັດປະຊາທິປະໄຕ ປະຊາຊົນລາວ ໃນການບັນລຸການຫຼຸດພົ້ນຢ່າງລ່ຽນໄຫຼ ໃນຂະນະດຽວກັນກໍເນັ້ນຕື່ມອີກວ່າ ຂອບວຽກງານການຟື້ນຟູເພື່ອສ້າງພື້ນຖານໃໝ່ໃຫ້ດີກວ່າເກົ່າ ຈາກຜົນກະທົບຂອງພະຍາດໂຄວິດ-19 ຈະຕ້ອງແມ່ນພາກສ່ວນໜຶ່ງ ຂອງແຜນການ 5 ປີ ດັ່ງກ່າວ, ນີ້ແມ່ນສິ່ງສຳຄັນຂອງການລະບາດ ໄດ້ເຮັດໃຫ້ຄວາມບໍ່ສະເໝີພາບ ທີ່ມີຢູ່ແລ້ວໃຫ້ແຮງຂຶ້ນກວ່າເກົ່າ ເຊິ່ງຜູ້ທີ່ມີຄວາມອ່ອນໄຫວສູງສຸດແມ່ນຜູ້ທີ່ໄດ້ຮັບຜົນກະທົບຢ່າງຮຸນແຮງ.

ທ່ານນາຍົກໄດ້ກ່າວໃນກອງປະຊຸມວ່າ: “ຂ້າພະເຈົ້າຫວັງທີ່ຈະໄດ້ເຫັນຄວາມມຸ່ງໝັ້ນ ຈາກທາງຄູ່ຮ່ວມພັດທະນາທັງພາຍໃນ ແລະ ຕ່າງປະເທດ ເພື່ອສະໜັບສະໜູນການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ, ໂດຍສະເພາະການຈັດຕັ້ງປະຕິບັດວາລະແຫ່ງຊາດໄລຍະ 2021-2023 ວ່າດ້ວຍການຫຼຸດຜ່ອນຜົນກະທົບທາງດ້ານເສດຖະກິດ ແລະ ການເງິນ ພ້ອມທັງການສະກັດກັ້ນການຄ້າຂາຍຢາເສບຕິດ, ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ 9 ການຫຼຸດພົ້ນອອກຈາກ ສະຖານະພາບດ້ອຍພັດທະນາພາຍໃນປີ 2026 ແລະ ການບັນລຸເປົ້າໝາຍພາຍໃຕ້ ວາລະ 2030 ເພື່ອການພັດທະນາແບບຍືນຍົງ”.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/