ປະເທດໂປຕຸເກດກຳນົດໃຫ້ການຕິດຕໍ່ວຽກນອກເວລາ ຜິດກົດໝາຍ


ສຳລັບຜູ້ທີ່ເຮັດວຽກຢູ່ເຮືອນ ໂດຍສະເພາະແມ່ນໃນປະເທດໂປຕຸເກດ ສາມາດມີສົມດຸນວຽກ-ຊີວິດ (work-life balance) ທີ່ແຂງແຮງໄດ້ແລ້ວ ເມື່ອທາງລັດຖະບານໄດ້ອອກນະໂຍບາຍໃໝ່ເຊິ່ງເປັນໜຶ່ງໃນກົດໝາຍທີ່ຄວບຄຸມການເຮັດວຽກຈາກເຮືອນ (working from home) ໂດຍນາຍຈ້າງຫ້າມຕິດຕໍ່ພະນັກງານຕົນເອງນອກເວລາເຮັດວຽກເດັດຂາດ.

ກົດໝາຍໃໝ່ນີ້ໄດ້ມີການວາງມະຕິເຫັນດີຈາກສະມາຊິກພັກ ເພື່ອເປັນການສະໜອງຕໍ່ການເຮັດວຽກໃນເຮືອນ ທີ່ໄດ້ຮັບຜົນກະທົບຈາກໂຣກລະບາດ Covid-19. ພາຍໃຕ້ເງື່ອນໄຂນີ້, ນາຍຈ້າງຈະບໍ່ໄດ້ຮັບອະນຸຍາດໃຫ້ຕິດຕາມເຝົ້າເບິ່ງລູກຈ້າງເມື່ອພວກເຂົາເຮັດວຽກຢູ່ເຮືອນ, ນາຍຈ້າງຈະຕ້ອງໄດ້ສະແດງຄວາມເຄົາລົບຕໍ່ຄວາມເປັນສ່ວນຕົວ  ແລະ ເວລາກັບຄອບຄົວຂອງພະນັກງານ ເຊິ່ງຈະຖືກຫ້າມບໍ່ໃຫ້ສົ່ງຂໍ້ຄວາມ, ອີເມລ ຫຼື ໂທຫານອກເວລາວຽກເດັດຂາດ. ຖ້າມີການຝ່າຝືນກໍຈະໄດ້ຮັບການປັບໃໝ. ນອກຈາກນັ້ນແລ້ວ, ທາງອົງການຍັງຕ້ອງໄດ້ຊ່ວຍພະນັກງານໃນຄ່າໃຊ້ຈ່າຍທີ່ກ່ຽວຂ້ອງກັບວຽກ ເມື່ອຕ້ອງຜັນຕົວມາເຮັດວຽກຢູ່ເຮືອນ ບໍ່ວ່າຈະເປັນຄ່າອິນເຕີເນັດທີ່ເພີ່ມຂຶ້ນ ແລະ ຄ່າໄຟຟ້າທີ່ສູງຂຶ້ນ. ເຖິງຢ່າງນັ້ນ, ໃນການປ່ຽນແປງກົດໝາຍແຮງງານນີ້ກໍມີຂໍ້ຈຳກັດຄື ມັນບໍ່ສາມາດກຳນົດໃຫ້ອົງການທີ່ມີພະນັກງານໜ້ອຍກວ່າ 10 ຄົນ.

ນະໂຍບາຍໃໝ່ຍັງມີຜົນດີຕໍ່ຜູ້ປົກຄອງທີ່ມີເດັກອາຍຸຍັງນ້ອຍ. ພວກເຂົາມີສິດທີ່ຈະເຮັດວຽກຢູ່ເຮືອນໂດຍບໍ່ຈຳເປັນຕ້ອງວາງແຜນວຽກໄວ້ລ່ວງໜ້າສຳລັບນາຍຈ້າງໄດ້ແລ້ວ ຈົນກວ່າລູກນ້ອຍຈະຮອດອາຍຸ 8 ປີ.

ໂປຕຸເກດເປັນປະເທດທຳອິດໃນທະວີບຢູໂຣປທີ່ໄດ້ມີການປັບປ່ຽນກົດໝາຍເພື່ອວຽກທີ່ເຮັດຢູ່ເຮືອນ ທີ່ມີຜົນກະທົບໂດຍກົງຈາກ Covid-19. ນະໂຍບາຍການເຮັດວຽກຢູ່ເຮືອນຊົ່ວຄາວນັ້ນ ອາດຈະເປັນຜົນດີໃຫ້ແກ່ນາຍຈ້າງໃນການປັບຕົວ ເພື່ອສາມາດເຮັດໃຫ້ວຽກສຳເລັດຈາກຢູ່ເຮືອນໄດ້. ຕົວເລກຈາກການວິໄຈຂອງບໍລິສັດ Gartner ໄດ້ສະເລ່ຍໃຫ້ເຫັນວ່າຈຳນວນຜູ້ເຮັດວຽກຢູ່ເຮືອນຖືກນັບເປັນ 32% ທົ່ວໂລກພາຍໃນທ້າຍປີ 2021 ນີ້, ເມື່ອປຽບທຽບກັບປີ 2019 ທີ່ມີ 17%. ສະນັ້ນ ລັດຖະບານຈຶ່ງໄດ້ເຂົ້າມາແຊກແຊງ ເພື່ອສ້າງວັດທະນະທຳເຮັດວຽກຢູ່ເຮືອນໃຫ້ໝັ້ນຄົງ ໂດຍເຊື່ອວ່າການປ່ຽນແປງບົດບາດການເຮັດວຽກດັ່ງກ່າວຈະສາມາດດຶງເອົາຜົນປະໂຫຍດໃຫ້ແກ່ປະເທດໄດ້.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/