ວັດຈະນານຸກົມພາສາຝຣັ່ງເສີມຄຳແທນນາມສຳລັບ non-binary ເຂົ້າໄປ ສ້າງຄວາມບໍ່ພໍໃຈທົ່ວປະເທດ


ທີ່ປາຣິສ, ປະເທດຝຣັ່ງ ວັດຈະນານຸກົມ Le Robert ໄດ້ເສີມຄຳແທນນາມ Non-Binary ທີ່ເປັນການກວມລວມເພດ ລົງແບບອອນລາຍ ເຊິ່ງໄດ້ຮັບຜົນຕອບຮັບເປັນຄວາມບໍ່ພໍໃຈທົ່ວປະເທດ.

La Robert ໜຶ່ງໃນແຫຼ່ງວັດຈະນານຸກົມພາສາຝຣັ່ງຊັ້ນນຳໃນປະເທດ ຕັດສິນໃຈເພີ່ມຄຳແທນນາມ “iel” ເຊິ່ງເປັນການປະກອບກັນຂອງ “il” ທີ່ແປວ່າລາວຜູ້ຊາຍ ແລະ “elle” ທີ່ແປວ່າລາວຜູ້ຍິງ. ຕົວຄຳແທນນາມໃໝ່ນັ້ນຈະໝາຍເຖິງບຸກຄົນທີສາມໃນຈຳນວນໜ້ອຍ ໂດຍບໍ່ໄດ້ກ່ຽວເຖິງເພດຂອງຜູ້ໃຊ້.

ຜ່ານການສັງເກດການຂອງກຸ່ມຄົ້ນຄວ້າ, ພວກເຂົາເຫັນວ່າຈຳນວນຜູ້ນຳໃຊ້ຄຳແທນນາມດັ່ງກ່າວເພີ່ມຂຶ້ນສູງໃນສອງສາມເດືອນມານີ້.

ຄ້າຍຄືກັບຄຳແທນນາມຂອງພາສາອັງກິດ ທີ່ເປັນກາງຕໍ່ເພດຢ່າງຄຳວ່າ “they” ກໍໄດ້ມີການນຳໃຊ້ມາຫຼາຍປີ ເຊິ່ງພວກເຂົາບໍ່ຕ້ອງການຢາກລະບຸຕົນເອງວ່າເປັນເພດຊາຍ ຫຼື ຍິງ. ຕົວຢ່າງເຊັ່ນປະເທດສະຫະລັດອາເມຣິກາ, ສິລະປິນ ແລະ ຜູ້ມີອິດທິພົນຕ່າງກໍເລີ່ມປະກາດປ່ຽນຄຳແທນນາມຕົນເອງ. 

ແຕ່ວ່າການເຄື່ອນໄຫວຂອງ La Robert ຄັ້ງນີ້ ກາຍເປັນການສ້າງຄວາມບໍ່ພໍໃຈ ແລະ ກະຕຸ້ນອາລົມຮຸນແຮງຈາກຄົນຝຣັ່ງທົ່ວປະເທດ ຕໍ່ການທີ່ປະເທດຕົນເອງໄດ້ຮັບອິດທິພົນທາງວັດທະນະທຳມາຈາກຕ່າງປະເທດຫຼາຍຂຶ້ນ.

ໃນບັນດາສື່ຂ່າວຕ່າງກໍມີການຖົກຖຽງທີ່ຮ້ອນແຮງ, ຜູ້ຮ່າງກົດໝາຍ ແລະ ລັດຖະບານທີ່ສະແດງອອກວ່າຕໍ່ຕ້ານຄວາມຄິດນັ້ນ ພ້ອມທັງລັດຖະມົນຕີສຶກສາທິການ ໄດ້ອອກມາປະກາດການປະຕິເສດຈະເພີ່ມຄຳແທນນາມນາມດັ່ງກ່າວເຂົ້າໄປໃນບົດສອນໃນໂຮງຮຽນ ໂດຍກ່າວວ່າ “ການຂຽນທີ່ກວມລວມບໍ່ແມ່ນອະນາຄົດຂອງພາສາຝຣັ່ງ” ເພື່ອສະແດງຈຸດຢືນຕົນເອງໃນການສະໜັບສະໜູນສະມາຊິກພັກ Francois Jolivet ທີ່ຕໍ່ຕ້ານ ວັດຈະນານຸກົມ Robert.

ສະມາຊິກພັກ Francois Jolivet ໄດ້ມີການຂຽນຈົດໝາຍເຖິງ ສະມາຄົມສະຖາບັນພາສາຝຣັ່ງ ເຊິ່ງແມ່ນຜູ້ປົກປ້ອງຕົວພາສາຝຣັ່ງ ໂດຍມີເນື້ອໃນບອກວ່າ ການແນະນຳຄຳສັບ “iel, ielle, iels and ielles” ພວກນີ້ແມ່ນຕົວກຳເນີດຂອງແນວຄິດຄວາມແຕກແຍກທີ່ຈະທຳລາຍຄຸນຄ່າຂອງພາສາຝຣັ່ງ.

ໃນວັນພຸດທີ່ຜ່ານມາ ຕົວແທນຂອງລັດຖະບານໄດ້ອອກມາຖະແຫຼງການວ່າບໍ່ອະນຸຍາດໃຫ້ນຳໃຊ້ການຂຽນທີ່ກວມລວມໃນເອກະສານທາງການ ແລະ ເອກະສານທາງດ້ານບໍລິຫານຕ່າງໆ

ເຊິ່ງຕົວ La Robert ກໍໄດ້ອອກມາຕອບກັບຕໍ່ການປະກາດໃນວັນພຸດວ່າ ພວກເຂົາພຽງຕ້ອງການສະທ້ອນໃຫ້ເຫັນເຖິງການປ່ຽນແປງໃນພາສາຝຣັ່ງເມື່ອບໍ່ດົນມານີ້ເທົ່ານັ້ນ. ພ້ອມກັບຍອມຮັບວ່າການນຳໃຊ້ຄຳແທນນາມ “iel” ໂດຍທົ່ວໄປແລ້ວຍັງໜ້ອຍ. ຜູ້ທີ່ເພີ່ມຄຳດັ່ງກ່າວໃສ່ນັ້ນໄດ້ຕິດເຕືອນໄວ້ວ່າແມ່ນ “ມີໜ້ອຍ” ແຕ່ທາງກຸ່ມບັນນາທິການນັ້ນຄິດວ່າມັນມີປະໂຫຍດທີ່ຈະໃສ່ເຂົ້າໄປ ເພື່ອຊ່ວຍອະທິບາຍໃຫ້ຄົນເຂົ້າໃຈ ແລະ ຈະເລືອກໃຊ້ມັນ ຫຼື ຈະປະຕິເສດມັນ. ເຊິ່ງພາລະກິດຂອງ La Robert ມີພຽງສັງເກດການວິວັດທະນາການຂອງພາສາຝຣັ່ງຕໍ່ການເຄື່ອນໄຫວ, ຄວາມຫຼາກຫຼາຍ ແລະ ລາຍງານມັນເທົ່ານັ້ນ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/