Ole ຢືນຢັນຈະຢູ່ຕໍ່ ເພາະຮັກ ແລະ ຢາກດູແລສະໂມສອນ


Ole Gunnar Solskjaer ຜູ້ບໍລິຫານທີມແມນຢູ ຕະຫຼອດໄລຍະທີ່ຜ່ານມາ ມີກະແສທີ່ຮ້ອນແຮງຢູ່ເປັນປະຈຳທຸກຄັ້ງທີ່ນຳພາທີມເສຍປະຕູໃຫ້ກັບຄູ່ແຂ່ງ ເຮັດໃຫ້ແຟນບານຫົວຮ້ອນໄປຕາມໆກັນ ບາງຄັ້ງກໍຍ່າງອອກສະໜາມແຂ່ງທັ້ງທີ່ຍັງບໍ່ຈົບການແຂ່ງຂັນແຕ່ຢ່າງໃດ, ບາງຄັ້ງກໍມີການໂຫວດຄະແນນສຽງໃຫ້ຢູ່ຕໍ່ ຫຼື ພໍເທົ່ານີ້.

ຈາກກະແສດັ່ງກ່າວ ໃນວັນທີ 18 ພະຈິກ 2021 ທີ່ຜ່ານມາ ສື່ຂ່າວດັງຈາກອັງກິດ ເດິ ມິເຣີ ໄດ້ລາຍງານວ່າ ໂຊຊາ ພ້ອມທີ່ຈະດູແລ ແລະ ເຮັດວຽກກັບສະໂມສອນຕໍ່ໄປ ແລະ ຈະບໍ່ມີການປະກາດລາອອກຢ່າງແນ່ນອນ.

ທີ່ມາ: https://bit.ly/3oFwdy0

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/